ລັດຖະບານຄາດຄະເນໝົດປີ ເສດຖະກິດ (GDP) ຈະຂະຫຍາຍຕົວໃນລະດັບ 3,3%

    ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ລາຍງານສະພາບລວມການຈັດຕັ້ງປະຕິບັດແຜນ 5 ເດືອນຕົ້ນປີ ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງວຽກງານຈຸດສຸມ 2020 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ 8 ວ່າ: ຄາດຄະເນໝົດປີ 2020 ເສດຖະກິດຂອງປະເທດເຮົາ (GDP) ຈະຂະຫຍາຍຕົວຢູ່ໃນລະດັບ 3,3%-3,6% (ສະພາແຫ່ງຊາດຮັບຮອງ 6,5%) ໃນກໍລະນີ GDP ຂະຫຍາຍຕົວ 3,6% ຈະມີມູນຄ່າໃນປີ ປະມານ 175.720 ຕື້ກີບ ໃນນີ້ ມີຂະແໜງກະສິກຳຂະຫາຍຕົວ 2,3% ຫຼຸດແຜນການ 0,4% ການປູກພືດ ຜັກ ແລະ ໝາກໄມ້ຕ່າງໆ ສາມາດປະຕິບັດໄດ້ປະມານ 85.447 ເຮັກຕາ ຄາດຄະເນຜົນຜະລິດຈະໄດ້ຮັບປະມານ 813.970 ກວ່າໂຕນ ເທົ່າກັບ 68% ຂອງແຜນການ ການຜະລິດພືດລະດູແລ້ງ ປະຕິບັດໄດ້ໃນເນື້ອທີ່ 24.578 ກວ່າເຮັກຕາ ສະເພາະການຜະລິດເຂົ້າສົ່ງອອກໄປ ສປ ຈີນ ບັນລຸໄດ້ 15.000 ໂຕນ.

    ດ້ານຂະແໜງອຸດສາຫະກຳ ຂະຫຍາຍຕົວ 6,8% ຫຼຸດແຜນການ 1,5% ອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ຄາດຄະເນປະຕິບັດໄດ້ 3.574 ຕື້ກີບ ເທົ່າກັບ 24,44% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 10,20% ຄາດຄະເນ 6 ເດືອນຕົ້ນປີ ຈະປະຕິບັດໄດ້ 6.256 ຕື້ກີບ ຂະແໜງບໍລິການ ເຖິງແມ່ນວ່າລັດຖະບານໄດ້ຜັນຂະຫຍາຍມາດຕະການຕ່າງໆ ເພື່ອສົ່ງເສີມການທ່ອງທ່ຽວຢ່າງຕໍ່ເນື່ອງ ໂດຍສະເພາະການທ່ອງທ່ຽວລາວ-ຈີນ ແຕ່ການລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ຂະແໜງບໍລິການຢ່າງໜັກໜ່ວງ ເຊິ່ງເຫັນວ່າຈະສາມາດປະຕິບັດໄດ້ພຽງ 1,7% ຫຼຸດແຜນການ 5,2% ແລະ ອາດຫຼຸດລົງຕິດລົບເຖິງ 4,5% ໃນ 5 ເດືອນຕົ້ນປີ 2020 ມີນັກທ່ຽວທ່ອງເຂົ້າມາປະເທດເຮົາພຽງ 886.447 ເທື່ອຄົນ ຫຼຸດລົງ 17% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແລະ ການຂົນສົ່ງທາງອາກາດ ແລະ ທາງບົກ ຜູ້ໂດຍສານກໍໄດ້ຫຼຸດລົງຫຼາຍກວ່າ 90%.

    ດ້ານການນໍາເຂົ້າ-ສົ່ງອອກ ສາມາດປະຕິບັດໄດ້ 39,78% ຂອງແຜນການປີ ໃນນີ້ ການສົ່ງອອກຫຼຸດລົງ 6,1% ການນໍາເຂົ້າຫຼຸດລົງ 8,1% ຄາດວ່າໝົດປີຈະສາມາດປະຕິບັດໄດ້ 91,7% ຂອງແຜນການປີ ຈະສູນເສຍລາຍຮັບຈາກການສົ່ງອອກປະມານ 483,3 ລ້ານໂດລາສະຫະລັດ ຫຼື ປະມານ 8,4% ຂອງມູນຄ່າການສົ່ງອອກ ທຽບໃສ່ປີ 2019 ການຈໍລະຈອນສິນຄ້າພາຍໃນປະຕິບັດໄດ້ 29.290 ຕື້ກີບ ເທົ່າກັບ 40,47% ຂອງແຜນການ ຄາດຄະເນ 6 ເດືອນທ້າຍປີ ຈະສາມາດບັນລຸໄດ້ 90,29% ຂອງແຜນການ ດ້ານຂະແໜງພະລັງງານ ແລະ ບໍ່ແຮ່ ການຜະລິດກະແສໄຟຟ້າ ປະຕິບັດໄດ້ 18.808 ລ້ານກິໂລວັດໂມງ ມູນຄ່າ 9.792 ຕື້ກີບ ເທົ່າກັບ 46% ຂອງແຜນການປີ ຄາດຄະເນໝົດປີຈະສາມາດປະຕິບັດໄດ້ 41.340 ລ້ານກິໂລວັດໂມງ ມີມູນຄ່າປະມານ 21.286 ຕື້ກີບ ສຳລັບດ້ານແຮ່ທາດ ຜະລິດໄດ້ 5.181 ຕື້ກີບ ເທົ່າກັບ 47% ຂອງແຜນການ ທຽບກັບໄລຍະດຽວກັນຂອງປີຜ່ານມາຫຼຸດລົງ 8% ຍ້ອນບາງໂຄງການໄດ້ຢຸດເຊົາການຜະລິດ ຄາດຄະເນໝົດປີ ການຜະລິດແຮ່ທາດຈະສາມາດປະຕິບັດໄດ້ 10.851 ຕື້ກີບ ລື່ນແຜນການປະມານ 13%.

    ຄາດໝາຍດ້ານງົບປະມານ ດ້ານລາຍຮັບ ຮອດເດືອນພຶດສະພາ 2020 ປະຕິບັດໄດ້ 7.734 ຕື້ກີບ ເທົ່າກັບ 27% ຕາມແຜນການປີແມ່ນ 28.997 ຕື້ກີບ ແຕ່ທຽບໃສ່ໄລຍະດຽວກັນຫຼຸດລົງ 11% ຄາດຄະເນໝົດປີຈະປະຕິບັດລາຍຮັບໄດ້ພຽງແຕ່ 78% ເຊິ່ງຫຼຸດແຜນການປີ 6.322 ຕື້ກີບ.

    ດ້ານລາຍຈ່າຍ ຮອດເດືອນພຶດສະພາ 2020 ປະຕິບັດໄດ້ 8.614 ຕື້ກີບ ເທົ່າກັບ 24,13% ຕາມແຜນການປີ 35.693 ຕື້ກີບ ລັດຖະບານໄດ້ຕັດສິນໃຈຮັບປະກັນລາຍຈ່າຍທີ່ຈຳເປັນ ໂດຍສະເພາະເງິນເດືອນ ເງິນນະໂຍບາຍ ຊຳລະໜີ້ສິນ ແລະ ວຽກສຸກເສີນໃຫ້ໄດ້ຕາມຄາດໝາຍເປັນສ່ວນໃຫຍ່.

.

# ຂ່າວ & ພາບ : ລັດເວລາ

error: Content is protected !!