ປະທານສະພາແຫ່ງຊາດເນັ້ນໃຫ້ຮັບປະກັນ 3 ຫຼັກການຕົ້ນຕໍ ຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດ

    ວັນທີ 14 ກຸມພາ 2023 ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໂອ້ລົມຕໍ່ຜົນສຳເລັດກອງປະຊຸມວຽກງານຕິດຕາມກວດກາການດໍາເນີນຄະດີອາຍາ ທົ່ວປະເທດຄັ້ງທີ I ການຈັດຕັ້ງປະຕິບັດຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ພິທີມອບບັດພະນັກງານໄອຍະການປະຊາຊົນ ແຫ່ງ ສປປ ລາວ ຂອງອົງການໄອຍະການປະຊາຊົນ.

    ໃນວາລະຂອງ ກອງປະຊຸມສະຫຼຸບວຽກງານຕິດຕາມກວດກາການດໍາເນີນຄະດີອາຍາ ທົ່ວປະເທດຄັ້ງ I ໄຂຂຶ້ນລະຫວ່າງວັນທີ 13-14 ກຸມພາ 2023 ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໂອ້ລົມຕໍ່ ກອງປະຊຸມຄັ້ງນີ້ ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນສຳເລັດຂອງອົງການໄອຍະການປະຊາຊົນ ໃນການຕິດຕາມກວດກາການດຳເນີນຄະດີອາຍາ ແລະ ການປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ພ້ອມທັງໄດ້ຊີ້ນຳຫຼາຍບັນຫາສຳຄັນ ໃຫ້ເອົາໃຈໃສ່ຕື່ມໃນການສຶກສາອົບຮົມການເມືອງ-ແນວຄິດ ຄຸນທາດການເມືອງ ເອົາໃຈໃສ່ກໍ່ສ້າງພະນັກງານໄອຍະການປະຊາຊົນ ຕິດພັນກັບການສ້າງຂະບວນການວຽກດີຄົນເດັ່ນ ຕາມຄໍາຂວັນ 3 ມີ 4 ຮັບປະກັນ ແລະ ຕາມມາດຕະຖານ ທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍ ພະນັກງານ-ລັດຖະກອນ ໂດຍສະເພາະ ຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 19/ນຍ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃຫ້ຮັບປະກັນ 3 ຫຼັກການຕົ້ນຕໍ ຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດ ຄື: ຄວາມເດັດຂາດ ຄວາມໂປ່ງໄສ ແລະ ຄວາມເປັນມືອາຊີບ ຕັ້ງໜ້າປະຕິບັດແນວທາງການຕ່າງປະເທດຂອງພັກ ແລະ ລັດ ຢ່າງເປັນເຈົ້າການ ແລະ ມີຜົນສໍາເລັດຕົວຈິງ ໂດຍຮັບປະກັນຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ ເປີດກວ້າງການພົວພັນຮ່ວມມືກັບປະເທດອື່ນໆ ກໍຄື ອົງການຈັດຕັ້ງສາກົນ ເພື່ອຍາດແຍ່ງບົດຮຽນເຕັກນິກ ເຕັກໂນໂລຊີ ແລະ ທຶນຮອນມາພັດທະນາວຽກງານໄອຍະການໃຫ້ກ້າວໜ້າ ແລະ ທັນສະໄໝ.

error: Content is protected !!