ລັດຖະມົນຕີກະຊວງການເງິນເນັ້ນຂະແໜງສ່ວຍສາອາກອນຮັບປະກັນເກັບລາຍຮັບໃຫ້ໄດ້ຕາມເປົ້າໝາຍ

ວັນທີ 14 ກຸມພາ 2023 ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນໄດ້ໃຫ້ກຽດໂອ້ລົມ-ໃຫ້ທິດຊີ້ນຳຕໍ່ວຽກງານຂະແໜງສ່ວຍສາອາກອນ ມີ ທ່ານ ບຸນປະເສີດ ສີກຸນລະບຸດ ຫົວ  ໜ້າກົມສ່ວຍສາອາກອນ ກະຊວງການເງິນ ພ້ອມຄະນະກົມ ຄະນະພະແນກ ພະນັກງານຫຼັກແຫຼ່ງຂອງກົມສ່ວຍສາອາກອນເຂົ້າຮ່ວມ.

ໃນໂອກາດນີ້ ທ່ານ ບຸນປະເສີດ ສີກຸນລະບຸດ ໄດ້ລາຍງານຫຍໍ້ການຈັດຕັ້ງປະຕິບັດວຽກງານຂອງຂະແໜງສ່ວຍສາອາກອນໃນໄລຍະຜ່ານມາໄດ້ຍົກໃຫ້ເຫັນວຽກງານກົງຈັກການຈັດຕັ້ງ-ບຸກຄະລາກອນຂອງກົມ ວຽກຄຸ້ມຄອງການເກັບລາຍຮັບ ວຽກຫັນເປັນທັນສະໄໝ ທິດທາງແຜນການ ແລະ ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າ ພ້ອມທັງສະເໜີປັບປຸງກົງຈັກການຈັດຕັ້ງກໍຄືກົນໄກການຍົກຍ້າຍພະນັກງານວິຊາການ ແລະ ຂັ້ນຂະແໜງຢູ່ຂັ້ນທ້ອງຖິ່ນ ແລະ ປັບປຸງພາລະບົດບາດຂັ້ນຂະແໜງຢູ່ທ້ອງຖິ່ນ ເພື່ອຄວາມສະດວກໃນການຄຸ້ມຄອງ ຕິດຕາມ ກວດກາ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ.

ສຳລັບວຽກກົງຈັກການຈັດຕັ້ງ-ບຸກຄະລາກອນ ຂະແໜງສ່ວຍສາອາກອນ ໄດ້ແບ່ງຂັ້ນຄຸ້ມຄອງອອກເປັນ 2 ຂັ້ນຄື: ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ຂັ້ນສູນກາງປະກອບມີກົມສ່ວຍສາອາກອນ ຂັ້ນທ້ອງຖິ່ນປະກອບມີ ສ່ວຍສາອາກອນປະຈຳແຂວງ ນະຄອນຫຼວງ ແລະ ສ່ວຍສາອາກອນປະຈຳເມືອງ ແລະ ໜ່ວຍງານສ່ວຍສາອາກອນປະຈຳເມືອງ.

ສ່ວນກົງຈັກການຈັດຕັ້ງວຽກພັກ ກົມສ່ວຍສາອາກອນແມ່ນຄະນະພັກຮາກຖານ ແລະ ມີ 8   ໜ່ວຍພັກຂຶ້ນກັບ ໃນນັ້ນ ມີສະມາຊິກພັກ 97 ສະຫາຍ ຍິງ 25 ສະຫາຍ ແລະ ສະມາຊິກພັກສໍາຮອງ 8 ສະຫາຍ ປະກອບມີພະນັກງານ-ລັດຖະກອນຂອງຂະແໜງສ່ວຍສາອາກອນທັງໝົດທົ່ວປະເທດ 2.259 ຄົນ ຍິງ 587 ຄົນ ໃນນັ້ນ ກົມສ່ວຍສາອາກອນມີ 127 ຄົນ ຍິງ 43 ຄົນ ຂັ້ນແຂວງ 841 ຍິງ 241 ນະຄອນຫຼວງມີ 122 ຄົນ ຍິງ 49 ຄົນ ແລະ ບັນດາເມືອງ ນະຄອນມີ 1.291 ຄົນ ຍິງ 30 ຄົນ.

ໃນປີ 2022 ມີຫົວໜ່ວຍທຸລະກິດທີ່ຂຶ້ນກັບການຄຸ້ມຄອງຂອງຂະແໜງສ່ວຍສາອາກອນທັງ    ໝົດຈໍານວນ 136.306 ຫົວໜ່ວຍ ໃນນີ້ ສູນກາງຄຸ້ມຄອງ 1.349 ຫົວໜ່ວຍ ທ້ອງຖິ່ນຄຸ້ມຄອງ 134.957 ຫົວໜ່ວຍ ຫົວໜ່ວຍທີ່ຖືບັນຊີຈຳນວນ 25.953 ຫົວໜ່ວຍ ຫົວໜ່ວຍຈຸນລະວິສາຫະກິດ 56.922 ຫົວໜ່ວຍ ຫົວໜ່ວຍຄ່າເຊົ່າຈໍານວນ 12.835 ຫົວໜ່ວຍ ແລະ ຫົວໜ່ວຍທີ່ມີລາຍຮັບຕໍ່າກວ່າ 50 ລ້ານກີບລົງມາຈຳນວນ 35.224 ຫົວໜ່ວຍ.

ໂອກາດນີ້ ທ່ານ ສັນຕິພາບ ພົມວິຫານ ໄດ້ມີຄໍາເຫັນໂອ້ລົມຕໍ່ຂະແໜງການດັ່ງກ່າວໂດຍເນັ້ນໃຫ້ພະນັກງານຫຼັກແຫຼ່ງຂະແໜງສ່ວຍສາອາກອນ ຕ້ອງໄດ້ເອົາໃຈໃສ່ຕື່ມຕໍ່ວຽກງານວິຊາສະເພາະໃຫ້ຖືກຕ້ອງຕາມພາລະບົດບາດ ຮັບປະກັນວຽກງານເກັບລາຍຮັບໃຫ້ໄດ້ຕາມເປົ້າໝາຍ ສ້າງກົນໄກໃນການເຮັດວຽກ ແລະ ການປະສານງານລະຫວ່າງ ສູນກາງ ແລະ ທ້ອງຖິ່ນໃຫ້ສະດວກຂຶ້ນກວ່າເກົ່າ ພະນັກງານວິຊາສະເພາະຂອງສູນກາງ ຕ້ອງລົງປະຕິບັດວຽກງານຮ່ວມກັບທ້ອງຖິ່ນ ພ້ອມທັງເຜີຍແຜ່ບັນດານິຕິກໍາທີ່ຕິດພັນໃຫ້ບັນດາເມືອງ ແຂວງກໍຄືພະນັກງານຂະແໜງສ່ວຍສາອາກອນ ແລະ ບັນດາວິສາຫະກິດເພື່ອແກ້ໄຂບັນດາບັນຫາ ຂໍ້ຄົງຄ້າງໃຫ້ໄດ້ຕາມລະດັບຄາດໝາຍ ໂອກາດດຽວກັນ ທ່ານ ລັດຖະມົນຕີກະຊວງການເງິນ ຍັງໄດ້ຢ້ຽມຊົມເບິ່ງລະບົບການຄຸ້ມຄອງວຽກງານຫັນເປັນທັນສະໄໝ (TaxRis) ນໍາອີກດ້ວຍ.

error: Content is protected !!