ປະທານປະເທດຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດ ໃນໂອກາດມາປະຕິບັດໜ້າທີ່ປະຈຳຢູ່ ສປປ ລາວ

    ວັນທີ 15 ກຸມພາ 2023 ທີ່ທຳນຽບປະທານປະເທດ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງ ທ່ານນາງ ມໍລະກົດ ສີສະຫວັດດີ ເອກອັກຄະລາຊະທູດ ແຫ່ງ ລາຊະອານາຈັກໄທ ປະຈຳ ລາວ ແລະ ທ່ານ ເອດີ ອີຣາວານ ບິນ ມາມູດ (Edi Irwan Bin Mahmud) ເອກອັກຄະລັດຖະທູດແຫ່ງ ມາເລເຊຍ ປະຈໍາ ລາວ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລາຊະທູດວິສາມັນຜູ້ມີອຳນາດເຕັມປະຈຳ ລາວ.

    ທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານທູດທັງສອງ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກລັດຖະບານ ກໍຄືປະຊາຊົນຂອງຕົນ ທີ່ໄດ້ຖືກແຕ່ງຕັ້ງມາດຳລົງຕຳແໜ່ງເປັນເອກອັກຄະລາຊະທູດວິສາມັນຜູ້ມີອຳນາດເຕັມ ຄົນໃໝ່ ປະຈຳ ລາວ ສະແດງຄວາມເຊື່ອໝັ້ນວ່າດ້ວຍປະສົບການທາງດ້ານການທູດທີ່ອຸດົມສົມບູນຂອງທ່ານທູດທັງສອງຈະເປັນຂົວຕໍ່ເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ທີ່ມີມາແຕ່ດົນນານ ໄດ້ຮັບການສືບຕໍ່ເພີ່ມທະວີ ແລະ ຈະເລີນງອກງາມຍິ່ງໆຂຶ້ນ.

   ພ້ອມນັ້ນຍັງໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອອັນລ້ຳຄ່າ ຂອງ ລາຊະອານາຈັກ ໄທ ແລະ ມາເລເຊຍ ແກ່ ສປປ ລາວ ໃນໄລຍະຜ່ານມາ ເຊິ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງລາວ ພ້ອມທັງສະເໜີໃຫ້ທ່ານທູດທັງສອງ ຂຶ້ນແຜນໄປຢ້ຽມຢາມບັນດາໂຄງການຮ່ວມມືພາຍໃຕ້ຂອບການຮ່ວມມື ແລະ ບັນດາແຂວງຕ່າງໆຂອງລາວ ເພື່ອຊອກຫາຊ່ອງທາງ ແລະ ທ່າແຮງ ໃນການພົວພັນຮ່ວມມື ລົງທຶນ ສປປ ລາວ ໄດ້ຖືສຳຄັນວຽກງານພັດທະນາຊັບພະຍາກອນມະນຸດ ສາທາລະນະສຸກ ສີມືແຮງງານ ການພັດທະນາພື້ນຖານໂຄງລ່າງ ການພັດທະນາແບບຍືນຍົງ ແລະ ອື່ນໆ ຖືເປັນປັດໃຈຕັດສິນໃຫ້ແກ່ການພັດທະນາເສດຖະກິດ -ສັງຄົມ ຂອງ ສປປ ລາວ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ເພື່ອໃຫ້ສາມາດຫຼຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາ (LDC) ໃນປີ 2026 ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDG) 2030 ໃນຕອນທ້າຍ ປະທານປະເທດ ໄດ້ຝາກຄຳຢື້ຢາມຖາມຂ່າວ ແລະ ໄມຕີຈິດມິດຕະພາບອັນອົບອຸ່ນ ໄປຍັງການນຳຂັ້ນສູງຂອງທັງສອງປະເທດ ແລະ ຖືໂອກາດເຊື້ອເຊີນມາຢ້ຽມຢາມ ສປປ ລາວ ໃນເວລາທີ່ສະດວກ ແລະ ໄດ້ອວຍພອນໃຫ້ທ່ານທູດທັງສອງ ຈົ່ງປະສົບຜົນສໍາເລັດໃນການປະຕິບັດຫນ້າທີ່ການທູດຢູ່ ສປປ ລາວ ໃນຄັ້ງນີ້.

ໂອກາດນີ້ ທ່ານທູດ ທັງສອງປະເທດ ກໍໄດ້ສະແດງຄວາມຂອບໃຈ ປະທານປະເທດ ແລະ ການຕ້ອນຮັບອັນອົບອຸ່ນໃນໂອກາດມາປະຕິບັດໜ້າທີ່ຢູ່ ສປປ ລາວ ພ້ອມທັງສະແດງຄວາມຍິນດີຈະສືບຕໍ່ຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ປະເທດຂອງຕົນ ກັບ ສປປ ລາວ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍຂຶ້ນສູ່ບາດກ້າວໃໝ່ໃນອະນາຄົດ.

error: Content is protected !!