ວັນທີ 9 ກຸມພາ ຜ່ານມາ ອົງການອາຫານ ແລະ ການກະເສດ (FAO) ແຫ່ງ ສະຫະປະຊາຊາດ ໄດ້ນຳເອົາເຄື່ອງຊ່ວຍເຫຼືອຈຳນວນໜຶ່ງ ແລະ ປຶ້ມຄູ່ມືແນະນໍາສໍາລັບການປ້ອງກັນ ແລະ ຄວບຄຸມພະຍາດອະຫິວາໝູອາຟຣິກກາ ໃນຄົວເຮືອນລ້ຽງໝູຂະໜາດນ້ອຍ (ASF) ມາມອບໃຫ້ແກ່ກົມລ້ຽງສັດ ແລະ ການປະມົງກະຊວງກະສິກໍາ ແລະ ປ່າໄມ້ ເນື່ອງໃນໂອກາດສັບປະດາແຫ່ງຊາດກ່ຽວກັບການນໍາໃຊ້ຢາຕ້ານເຊື້ອຈຸລະຊີບ ປະຈໍາປີ 2022 ທີ່ຮັບການສະໜັບສະໜູນຈາກອົງການພັດທະນາສາກົນ ປະເທດອັງກິດ ແລະ ສໍານັກງານຊ່ວຍເຫຼືອດ້ານມະນຸດສະທໍາ ອົງການພັດທະນາສາກົນ ປະເທດສະຫະລັດອາເມລິກາ (USAID) ເຊິ່ງຕາງໜ້າມອບໂດຍທ່ານ ຈັນທະລາດ ປອງມາລາ ຜູ້ຊ່ວຍຜູ້ຕາງໜ້າອົງການ FAO ປະຈຳ ສປປ ລາວ ແລະ ຮັບໂດຍທ່ານ ນາງ ວິໄລພອນ ວໍລະພົມ ຫົວໜ້າກົມລ້ຽງສັດ ແລະ ການປະມົງ ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

ທ່ານ ນາງ ວິໄລພອນ ວໍລະພົມ ກ່າວວ່າ: ອຸປະກອນການສ້າງຄວາມຮັບຮູ້ໃຫ້ແກ່ປະຊາຊົນກ່ຽວກັບ AMR ແລະ ປຶ້ມຄູ່ມືແນະນໍາສໍາລັບປ້ອງກັນ ແລະ ຄວບຄຸມພະຍາດ ASF ເຫຼົ່ານີ້ ຈະຊ່ວຍຫຼຸດຜ່ອນການເຮັດວຽກຂອງກົມ ຢູ່ໃນພາກສະໜາມ ເພື່ອຊ່ວຍປ້ອງກັນການໃຊ້ຢາຕ້ານເຊື້ອທີ່ບໍ່ຖືກຕ້ອງ ແລະ ຄວບຄຸມການລະບາດຂອງ ASF ເຊິ່ງການຫຼຸດຜ່ອນການນໍາໃຊ້ຢາຕ້ານເຊື້ອຈະປະກອບສ່ວນເຂົ້າໃສ່ເປົ້າໝາຍ ລວມທີ່ລະບຸໄວ້ໃນແຜນຍຸດທະສາດການຕ້ານການນໍາໃຊ້ຢາຕ້ານເຊື້ອຈຸລະຊີບແຫ່ງຊາດ ປະຈໍາປີ 2019-2023 ໃຫ້ມີຄວາມຮູ້ເພີ່ມຂຶ້ນກ່ຽວກັບ ASF ພ້ອມທັງສາມາດຊ່ວຍປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດດັ່ງກ່າວໄດ້ຫຼາຍຂຶ້ນ.”
ສຳລັບອຸປະກອນທີ່ໄດ້ຮັບສະໜັບສະໜູນຄັ້ງນີ້ປະກອບມີ ເສື້ອໂປໂລ ໝວກ ກະເປົ໋າພາຍ ຕຸກນໍ້າເກັບຄວາມຮ້ອນ ປະຕິທິນຕັ້ງໂຕະ ປື້ມບັນທຶກ ກ່ຽວກັບ AMR ແລະ ປື້ມຄູ່ມືແນະນໍາສຳລັບພະຍາດ ASF ຕ່າງໆ ເຊິ່ງຈະເປັນເຄື່ອງມືແນະນຳສຳຄັນເພື່ອຊ່ວຍ ການຕິດຕາມ ແລະ ການເຝົ້າລະວັງພະຍາດອະຫິວາໝູອາຟຣິກກາ ຄວາມປອດໄພທາງຊີວະພາບໃນຟາມ ການຂ້າ ແລະ ການນຳເອົາໝູມາລ້ຽງຄືນ ການຂ້າທຳລາຍ ແລະ ການກຳຈັດຊາກໝູທີ່ຕິດພະຍາດ ແລະ ວິທີການທີ່ເປັນຕ່ອງໂສ້ໃນການອະນາໄມສຳລັບພະຍາດດັ່ງກ່າວ ໃນຄົວເຮືອນທີ່ລ້ຽງໝູຂະໜາດນ້ອຍ ໂດຍອຸປະກອນທີ່ສະໜັບສະໜູນຄັ້ງນີ້ມີມູນຄ່າຫຼາຍກວ່າ 25.000 ໂດລາສະຫະລັດອາເມລິກາ ເຊິ່ງຈະຖືກຈັດສົ່ງໄປທັງໝົດ 18 ແຂວງຂອງ ສປປ ລາວ ເພື່ອຮັບປະກັນໃຫ້ແຕ່ລະແຂວງມີອຸປະກອນການສ້າງຄວາມຮັບຮູ້ໄດ້ຢ່າງພຽງພໍ ເພື່ອດຳເນີນການໂຄສະ ນາ ແລະ ກິດຈະກໍາຕ່າງໆທີ່ກ່ຽວຂ້ອງໃຫ້ທົ່ວເຖິງ.