ໄຂຂຶ້ນເປັນທາງການ ງານກີລາຄົນພິການແຫ່ງຊາດ ຄັ້ງທີ 3 ທີ່ແຂວງຊຽງຂວາງ

    ພິທີໄຂງານມະຫະກຳກີລາຄົນພິການແຫ່ງຊາດ ຄັ້ງທີ 3 ຫຼື “ຊຽງຂວາງ ພາຣາເກມ” ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ ໄຂຂຶ້ນວັນທີ 14 ກຸມພາ 2023 ທີ່ສະໜາມກີລາໃນຮົ່ມ ວິທະຍາໄລຄູຄັງໄຂ ເມືອງແປກ ແຂວງຊຽງຂວາງ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ພ້ອມດ້ວຍບັນດາການນໍາຂັ້ນສູນກາງ ແລະ ທ້ອງຖິ່ນ ແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດ ຄະນະນຳ ຄູເຝິກ ກໍາມະການຕັດສິນ ນັກກ້ີລາ ແລະ ມວນຊົນຊາວແຂວງຊຽງຂວາງ.

     ໂອກາດນີ້ ທ່ານ ບຸນຈັນ ສີວົງພັນ ໄດ້ລາຍງານໃຫ້ຮູ້ວ່າ: ງານແຂ່ງຂັນກີລາ ຊຽງຂວາງ ພາຣາເກມ ແມ່ນການແຂ່ງຂັນກີລາຫຼາຍປະເພດຮ່ວມກັນ ຕາມລະບຽບກຳນົດແມ່ນຈັດຂຶ້ນໃນທຸກໆ 3 ປີ ພາຍຫຼັງສິ້ນສຸດການຈັດງານມະຫະກໍາກີລາແຫ່ງຊາດແຕ່ລະຄັ້ງ ເພື່ອເປັນການສົ່ງເສີມສິດທິຄວາມເທົ່າທຽມຂອງຄົນພິ ການ ແລະ ຄົນທົ່ວໄປ ໃນການປະກອບສ່ວນເຂົ້າຮ່ວມຂະບວນການເຄື່ອນໄຫວກີລາ-ກາຍະກໍາ ເພື່ອສຸຂະພາບ ແລະ ມິດຕະພາບຂອງມະນຸດພວກເຮົາ ແນໃສ່ເຮັດໃຫ້ສຸຂະພາບຂອງທຸກຄົນແຂງແຮງ ໄດ້ຄວາມຊົງຈໍາທີ່ດີ ໄດ້ໄມຕີຈິດ-ມິດຕະພາບແບບສະຫາຍອ້າຍນ້ອງເພື່ອນຮ່ວມຊາດດຽວກັນ ແລະ ສໍາຄັນແມ່ນເຮັດໃຫ້ຄົນຢູ່ໃນສັງຄົມຮັບຮູ້ບົດບາດຄວາມສາມາດຂອງຄົນພິການຢູ່ໃນເວທີສາກົນ ກໍຄືຢູ່ໃນຂະບວນກີລາ-ກາຍະກໍາທັງພາຍໃນ ແລະ ຕ່າງປະເທດ ເປັນຜົນງານການປະກອບສ່ວນທີ່ສໍາຄັນເຂົ້າໃນການສ້າງ ສາພັດທະນາປະເທດຊາດ ແລະ ວົງການກີລາ.

   ນອກຈາກນີ້ ຊຽງຂວາງ ພາຣາເກມ ຍັງເປັນການຄັດເລືອກເອົານັກກີລາທີ່ມີພອນສະຫວັນ ຄັດເລືອກໄດ້ນັກກີລາທີ່ມີສະຖິຕິດີ ເພື່ອສ້າງເປັນນັກກີລາລະດັບຊາດ ສົ່ງເຂົ້າຮ່ວມການແຂ່ງຂັນກີລາຄົນພິການໃນລະດັບຕ່າງໆ ຢູ່ຕ່າງປະເທດ ເວົ້າສະເພາະແມ່ນຮ່ວມແຂ່ງຂັນງານກີລາອາຊຽນ ພາຣາເກມ ຄັ້ງທີ 12 ທີ່ປະເທດກໍາປູເຈຍ ໃນເດືອນມິຖຸນາ 2023.

    ໂອກາດດັ່ງກ່າວ ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ກ່າວສະແດງຄວາມຊົມເຊີຍຢ່າງສຸດໃຈ ຕໍ່ການຫ້າງຫາກະກຽມຄວາມພ້ອມຮອບດ້ານຂອງແຂວງເຈົ້າພາບ ກະຊວງ ສສກ ແລະ ຄະນະຮັບຜິດຊອບຈັດງານ ຊົມເຊີຍຕໍ່ທຸກພາກສ່ວນທີ່ສົ່ງນັກກີລາເຂົ້າຮ່ວມການແຂ່ງຂັນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ ຫວັງຢ່າງຍິ່ງວ່າການແຂ່ງຂັນຄັ້ງນີ້ ຈະເຕັມໄປດ້ວຍຄວາມສາມັກຄີ ມິດຕະພາບ ຄວາມມີນໍ້າໃຈ ຄວາມຟົດ ຟື້ນເບີກບານມ່ວນຊື່ນ ແລະ ສະແດງໃຫ້ເຫັນເຖິງບົດບາດໃນການສົ່ງເສີມສິດທິຄວາມເທົ່າທຽມລະຫວ່າງຄົນພິການ ແລະ ບໍ່ພິການ ໃນການເຄື່ອນໄຫວກີລາ-ກາຍະກໍາ.

    ງານກີລາ ຊຽງຂວາງ ພາຣາເກມ ມີການຊີງໄຊ 7 ປະເພດກີລາ ຄື:ຍົກນໍ້າໜັກ ແລ່ນ-ລານ ລອຍນໍ້າ ບານບ້ວງລໍ້ເລື່ອນ ໂກນບານ ບັອດເຊຍ ບານເຕະ ແຂ່ງຂັນທັງໝົດ 123 ລາຍການ ຊີງ 135 ຫຼຽນຄຳ 135 ຫຼຽນເງິນ ແລະ 135 ຫຼຽນທອງ ໄດ້ກຳນົດເອົາ 5 ສະໜາມແຂ່ງຂັນຄື: ສະໜາມໄຊຊະນະ ສະ    ໜາມກີລາທົ່ງໄຫຫີນ ເດີ່ນກີລານ້ຳມັນເຊື້ອໄຟ ເດີ່ນຮົ່ມໂຮງຮຽນພອນສະຫວັນ ສະໂມສອນພະແນກແຜນ ການ ແລະ ການລົງທຶນ ສ່ວນກີລາລອຍນ້ຳ ແມ່ນຈັດການແຂ່ງຂັນຢູ່ສະໜາມກີລາແຫ່ງຊາດ (ຫຼັກ16) ທີ່ນະຄອນຫຼວງວຽງຈັນ ມີຄະນະນັກກີລາຈາກ 17 ແຂວງ 1 ນະຄອນຫຼວງວຽງຈັນ ເຂົ້າຮ່ວມ ໃນນັ້ນມີຄະນະນຳ ຄູເຝິກ ຜູ້ຊ່ວຍ 434 ຄົນ ແລະ ນັກກີລາ 272 ຄົນ ລວມທັງໝົດ 706 ທ່ານ ງານດັ່ງກ່າວໄດ້ເລີ່ມແຂ່ງຂັນມາແຕ່ວັນທີ 8-10 ກຸມພາ 2023 ໂດຍຈັດການແຂ່ງຂັນຢູ່ນະຄອນຫຼວງວຽງຈັນ 1 ປະເພດກີລາ ຄື:ກີລາລອຍນ້ຳ ສ່ວນການແຂ່ງຂັນຢູ່ແຂວງຊຽງຂວາງ ແມ່ນໄດ້ເລີ່ມແຂ່ງຂັນລະຫວ່າງວັນທີ 13-17 ກຸມພາ 2023.

error: Content is protected !!