ຄະນະສະມາຊິກສະພາແຫ່ງຊາດ ສຸມໃສ່ພິຈາລະນາບັນຫາສຳຄັນຕ່າງໆ

    ກອງປະຊຸມຄົບຄະນະສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ (ນວ) ປະຈຳປີ 2022 ຈັດຂຶ້ນວັນທີ 14 ກຸມພາ 2023 ທີ່ຫ້ອງວ່າການປົກຄອງ ນວ ໂດຍເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ມີທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ  ບັນດາຄະນະສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 1  ນວ  ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ອານຸພາບ ຕຸນາລົມ ກ່່າວວ່າ: ປະຕິບັດຕາມມະຕິ ຂອງຄະນະປະຈໍາ ສະພາແຫ່ງຊາດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ເຊິ່ງໄດ້ກໍານົດວ່າ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ແມ່ນໂຄງປະກອບກົງຈັກໜຶ່ງ ຂອງຄະນະປະຈໍາສະພາແຫ່ງຊາດ ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະ ປະຈໍາສະພາແຫ່ງຊາດ ໃນວຽກງານການປະສານສົມທົບ ກັບສະພາປະຊາຊົນຂັ້ນແຂວງ ອົງການປົກຄອງທ້ອງຖິ່ນ ໃນການປະຕິບັດສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ແລະ ຄະນະປະຈໍາສະພາແຫ່ງຊາດ ໃນເຂດເລືອກຕັ້ງຂອງຕົນ.

   ດັ່ງນັ້ນ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງພວກເຮົາ ຈຶ່ງໄດ້ເປີດກອງປະຊຸມຄັ້ງນີ້ຂຶ້ນເພື່ອສະຫຼຸບຕີລາຄາຄືນ ການເຄື່ອນໄຫວວຽກງານທີ່ຜ່ານມາ ໂດຍສະເພາະການປະຕິບັດ 3 ພາລະບົດບາດຕົ້ນຕໍ ຂອງສະມາຊິກສະພາແຫ່ງຊາດ ແລະ ກໍານົດທິດທາງ ແຜນການໃນຕໍ່ໜ້າ ເຊິ່ງກອງປະຊຸມຈະໄດ້ຄົ້ນຄວ້າພິຈາລະນາບາງບັນຫາສໍາຄັນເປັນຕົ້ນການພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານ ການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ທິດທາງແຜນການເຄື່ອນໄຫວ ປະຈໍາປີ 2023  ຮັບຟັງການລາຍງານ ແລະ ຊີ້ແຈງ ກ່ຽວກັບການຄຸ້ມຄອງ ແລະ ມາດຕະການແກ້ໄຂ ການລັກລອບຂຸດຄົ້ນ ແຮ່ທາດຢູ່ລະຫວ່າງຊາຍແດນ ເມືອງສັງທອງ ນວ ແລະ ເມືອງເຟືອງ ແຂວງວຽງຈັນ ຈາກກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ພາກສ່ວນກ່ຽວຂ້ອງຈຳນວນໜຶ່ງ.

     ສະເພາະການເຄື່ອນໄຫວວຽກງານຜ່ານມາ ຄະນະສະມຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ນວ  ໄດ້ເອົາໃຈໃສ່ເຂົ້າຮ່ວມກອງປະຊຸມຂອງສະພາແຫ່ງຊາດ  ໄດ້ສຸມໃສ່ຄົ້ນຄວ້າປະກອບຄຳເຫັນຢ່າງກົງໄປກົງມາໃນຖານະເປັນຕົວແທນຂອງຊາວ ນວ ຕໍ່ບັນດາເນື້ອໃນທີ່ເປັນບັນຫາສຳຄັນພື້ນຖານຂອງຊາດ ກໍຄື ນວ ສຳເລັດຕາມລະດັບຄາດໝາຍ ສາມາດຮັບຮອງອອກເປັນມະຕິຂອງກອງປະຊຸມສະພາແຫ່ງຊາດ  40 ສະບັບ ໄດ້ຄົ້ນຄວ້າ ພິຈາລະນາ ຄໍາຮ້ອງຂໍຄວາມເປັນທໍາ ແລະ ຄໍາສະເໜີຂອງປະຊາຊົນໃຫ້ມີຄວາມຍຸຕິທໍາ ສອດຄ່ອງກັບກົດໝາຍ ແລະ ຖືກຕ້ອງຕາມສະພາບຄວາມເປັນຈິງໄດ້ 198 ເລື່ອງ ໃນນີ້ ເປັນຄໍາຮ້ອງທີ່ຄ້າງມາແຕ່ປີ 2021 ມີ 71 ເລື່ອງ ເປັນຄະດີແພ່ງ 29 ເລື່ອງ ຄະດີອາຍາ 15 ເລື່ອງ ຄໍາສະເໜີ 27 ແລະ ຄໍາຮ້ອງທີ່ໄດ້ຮັບໃນປີ 2022 ມີ 127 ເລື່ອງ ເປັນຄະດີແພ່ງ 21 ເລື່ອງ ຄະດີອາຍາ 17 ເລື່ອງ ແລະ ຄໍາສະເໜີ 89 ເລື່ອງ ສາມາດຄົ້ນຄວ້າພິຈາລະນາແກ້ໄຂ ແລະ ນໍາສົ່ງໃຫ້ພາກສ່ວນກ່ຽວ ຂ້ອງແກ້ໄຂໄດ້ 140 ເລື່ອງ ພ້ອມນັ້ນຍັງໄດ້ນໍາເອົາຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 2 ແລະ ເທື່ອທີ 3 ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນ ນວ ໄປເຜີຍແຜ່ໃຫ້ຜູ້ມີສິດເລືອກຕັ້ງຮັບຊາບໄດ້ 310 ຈຸດໃນເຂດເລືອກຕັ້ງຕ່າງໆຂອງ ນວ ແລະ ອື່ນໆ.

error: Content is protected !!