ໂຄງການຂຸດຄົ້ນ-ປຸງແຕ່ງຄໍາ-ເງິນ ບ້ານຫ້ວຍຊາຍ ສ້າງວຽກເຮັດງານທໍາໃຫ້ຊຸມຊົນທ້ອງຖິ່ນຢ່າງຫຼວງຫຼາຍ

   ຂໍ້ມູນຈາກບໍລິສັດ ພູເບ້ຍ ມາຍນິງ ແຈ້ງໃຫ້ຊາບເມື່ອບໍ່ດົນມານີ້ ວ່າ: ນັບແຕ່ມື້ດໍາເນີນການກໍ່ສ້າງໂຄງ ການຂຸດຄົ້ນ-ປຸງແຕ່ງຄໍາ-ເງິນ ບ້ານຫ້ວຍຊາຍ ເມືອງລ່ອງແຈ້ງ ແຂວງໄຊສົມບູນ ປີ 2010 ແລະ ດໍາເນີນການຜະລິດໃນເດືອນເມສາ 2012 ເປັນຕົ້ນມາ ໂຄງການຂຸດຄົ້ນ-ປຸງແຕ່ງຄໍາ-ເງິນ ບ້ານຫ້ວຍຊາຍ ສາມາດຜະລິດຄໍາໄດ້ຫຼາຍກວ່າ 1 ລ້ານອອສ໌ ແລະ ເງິນຫຼາຍກວ່າ 8 ລ້ານອອສ໌ ປີ 2013 ໂຄງການຂຸດຄົ້ນ-ປຸງແຕ່ງຄໍາ-ເງິນ ບ້ານຫ້ວຍຊາຍ ໄດ້ລາງວັນ “ການພັດທະນາໂຄງການດີເດັ່ນປະຈໍາປີ” ແລະ ໃນປີດຽວກັນສາງເກັບເຄື່ອງພະແນກສ້ອມແປງກົນຈັກບ້ານຫ້ວຍຊາຍ ຍັງຖືກຈັດລໍາດັບ 5 ດາວ ດ້ານມາດຕະຖານການຄຸ້ມຄອງສານຕົກຄ້າງຂອງແຄດເທີພິລາ ເຊິ່ງເປັນ 1 ໃນ 6 ໂຮງງານທົ່ວໂລກທີ່ໄດ້ຮັບມາດຕະຖານດັ່ງກ່າວ ແລະ ເປັນຄັ້ງທໍາອິດໃນປະເທດກໍາລັງພັດທະນາ ແລະ ໃນ 1 ທົດສະວັດຜ່ານມາ ສະຖານທີ່ດັ່ງກ່າວໄດ້ຖືກຈັດລໍາດັບ 5 ດາວເປັນເວລາ 9 ປີຕິດຕໍ່ກັນ ນອກນີ້ໂຄງການຂຸດຄົ້ນ-ປຸງແຕ່ງຄໍາ-ເງິນ ບ້ານຫ້ວຍຊາຍ ຍັງສືບຕໍ່ມີອັດຕາຄວາມຖີ່ການບາດເຈັບທີ່ຕ້ອງໄດ້ພັກວຽກ ແລະ ອັດຕາຄວາມຖີ່ການບາດເຈັບທີ່ສາມາດລາຍງານໄດ້ທັງໝົດ ດີກວ່າຄ່າສະເລ່ຍໃນອຸດສາຫະກໍາ.

    ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 (ປີ 2020 ແລະ 2021) ບໍລິສັດ ພູເບ້ຍ ມາຍນິງ ໄດ້ເຮັດວຽກຮ່ວມກັບລັດຖະບານລາວຢ່າງຕັ້ງໜ້າ ໃນການສັກວັກຊີນປ້ອງກັນພະຍາດດັ່ງກ່າວ ເຊິ່ງມາຮອດທ້າຍປີ 2022 ພະນັກງານບໍລິສັດ ພູເບ້ຍ ມາຍນິງ ຫຼາຍກວ່າ 98% ໄດ້ຮັບວັກຊີນຕ້ານພະຍາດໂຄວິດ-19 ຢ່າງໜ້ອຍ 3 ເຂັມຂຶ້ນໄປ ນອກນີ້ໂຄງການຂຸດຄົ້ນ-ປຸງແຕ່ງຄໍາ-ເງິນ ບ້ານຫ້ວຍຊາຍ ຍັງໄດ້ຮັບການຢັ້ງຢືນການຄຸ້ມຄອງສານໄຊຍານາຍ ຄັ້ງທໍາອິດປີ 2012 ໃນໄລຍະກ່ອນການດໍາເນີນງານ ຕາມຫຼັກການຄຸ້ມຄອງສານໄຊຍານາຍຂອງສາກົນ-ໂຄງການແບບສະໝັກໃຈເພື່ອຄຸ້ມຄອງສານໄຊຍານາຍ ໃນວົງຈອນການຜະລິດ ໂຮງງານບ້ານຫ້ວຍຊາຍໄດ້ຮັບການຢັ້ງຢືນການຄຸ້ມຄອງແບບເຕັມສ່ວນໃນປີ 2013 ແລະ ໄດ້ຮັບການຢັ້ງຢືນຄືນໃນປີ 2019 ປີ ມາຮອດປີ 2022 ໂຄງການໄດ້ສໍາເລັດຂັ້ນຕອນການປະເມີນຢັ້ງຢືນຄືນ ໂຄງການຂຸດຄົ້ນ-ປຸງແຕ່ງຄໍາ-ເງິນ ບ້ານຫ້ວຍຊາຍ ໄດ້ສ້າງວຽກຫຼາຍກວ່າ 1.000 ຕໍາແໜ່ງໃຫ້ພະນັກງານລາວ ໃນນີ້ຫຼາຍກວ່າ 90% ຂອງພະນັກງານຢູ່ໂຮງງານແມ່ນຄົນລາວ ແລະ ນັບແຕ່ປີ 2012 ເປັນຕົ້ນມາ ຫຼາຍກວ່າ 97 ໂຄງການພັດທະນາຊຸມຊົນໄດ້ຖືກຈັດຕັ້ງປະຕິບັດສໍາເລັດຢູ່ບ້ານນາໄຊສະຫວ່າງ ເມືອງລ່ອງແຈ້ງ ແຂວງໄຊສົມບູນ.

error: Content is protected !!