ນວ ມອບໃບອະນຸຍາດເຄື່ອນໄຫວວິຊາຊີບ ປິ່ນປົວ ໃຫ້ແພດ-ໝໍ ກວ່າ 300 ທ່ານ

ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ມອບໃບ ອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ ໃຫ້ແກ່ຜູ້ປະກອບ ວິຊາຊີບປິ່ນປົວ ທ່ານໝໍ ທັນ ຕະແພດ ພະຍາບານ ແລະ ຜະດຸງຄັນ ຫຼາຍກວ່າ 300 ທ່ານ ເພື່ອເຄື່ອນໄຫວວຽກງານ ການປິ່ນປົວຢູ່ ໂຮງໝໍຊຸມຊົນ 9 ແຫ່ງ ໂຮງໝໍນ້ອຍ 32 ແຫ່ງ ແລະ ພາກເອກະຊົນໃນ ນະຄອນຫຼວງວຽງຈັນ (ນວ).

ສໍາລັບຜູ້ທີ່ໄດ້ຮັບໃບ ອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ ແມ່ນໄດ້ຜ່ານການສອບເສັງລະດັບຊາດ ສຳລັບຜູ້ປະກອບ ວິຊາຊີບປິ່ນປົວ ທີ່ຈົບການສືກສາການແພດກ່ອນປີ 2020 ທາງພະແນກສາທາລະນະສຸກ ນວ ກໍໄດ້ແຕ່ງຕັ້ງຄະນະກໍາ ມະການສະເພາະກິດຂຶ້ນ ໄດ້ສຳເລັດການສັງລວມເປົ້າ ໝາຍຜູ້ປະກອບວິຊາຊີບປິ່ນປົວ ທີ່ມີເງື່ອນ ໄຂຂຶ້ນທະບຽນ ແລະ ອອກໃບອະນຸຍາດໃຫ້ ໂດຍບໍ່ໄດ້ສອບເສັງລະດັບຊາດ ຄະນະກໍາມະການສະເພາະກິດ ກໍໄດ້ດຳເນີນການສັງລວມ ເປົ້າໝາຍ ຄົ້ນຄວ້າຕາມເງື່ອນໄຂ ແລະ ຂັ້ນຕອນຕ່າງໆ ທີ່ກຳນົດໄວ້ ໃນບົດແນະນຳເລກທີ 0182/ສວປ ແລະ ຕາມ ເນື້ອໃນແຈ້ງການຂອງສະພາຄຸ້ມຄອງວິຊາຊີບປິ່ນປົວ ກ່ຽວກັບການກະກຽມຂັ້ນຕອນການຄົ້ນຄວ້າຢັ້ງຢືນການຂຶ້ນທະບຽນ ແລະ ອອກໃບອະນຸຍາດເຄື່ອນໄຫວວິຊາຊີບ ປິ່ນປົວ.   

ຜ່ານການຄົ້ນຄວ້າຢັ້ງຢືນ ຈາກຄະນະສະເພາະກິດຄຸ້ມຄອງ ວິຊາຊີບປິ່ນປົວ ຂອງພະແນກສາທາ ລະນະສຸກ ນວ ແລະ ສົ່ງໃຫ້ຄະນະກຳມະການວິຊາຊີບປິ່ນປົວ ຫຼື Board ທ່ານໝໍ ທັນຕະແພດ ແລະ ພະຍາບານ-ຜະດຸງຄັນ ຂອງສະພາຄຸ້ມ ຄອງວິຊາຊີບປິ່ນປົວສືບຕໍ່ຄົ້ນຄວ້າຢັ້ງຢືນ ດັ່ງນັ້ນ ຈຶ່ງສາ ມາດຄົ້ນຄ້ວາຢັ້ງຢືນ ແລະ ອອກໃບອະນຸຍາດເຄື່ອນໄຫວ ວິຊາຊີບປິ່ນປົວ ໃຫ້ຜູ້ປະກອບວິຊາຊີບປິ່ນປົວທີ່ເຄື່ອນ ໄຫວວຽກງານປິ່ນປົວ ໄດ້ທັງໝົດຈຳນວນ  352 ທ່ານ  ໃນນັ້ນ ມີທ່ານໝໍ ຊັ້ນປະລິນຍາຕຼີຂຶ້ນໄປ 158 ທ່ານ ທັນຕະແພດ ຊັ້ນປະລິນຍາຕຼີຂຶ້ນໄປ 137 ທ່ານ ພະຍາບານ ຊັ້ນສູງຂຶ້ນໄປ 42 ທ່ານ ແລະ ຜະດຸງຄັນ ຊັ້ນສູງຂຶ້ນໄປ 15 ທ່ານ.

ໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ ທີ່ມອບໃນຄັ້ງນີ້ ມີອາຍຸການ 5 ປີ ເມື່ອໄດ້ຮັບໃບອະນຸຍາດນີ້ແລ້ວ ຜູ້ປະ ກອບວິຊາຊີບປິ່ນປົວຈະໄດ້ເຄື່ອນໄຫວວຽກງານປິ່ນປົວ ຖືກຕ້ອງຕາມລະບຽບກົດໝາຍ ແລະ ຜູ້ປະກອບວິຊາ ຊີບປິ່ນປົວຈະໄດ້ສືບຕໍ່ຍົກລະດັບຄວາມຮູ້ ຄວາມສາມາດ ແລະ ປະສົບການປິ່ນປົວຂອງຕົນຢູ່ຕະຫຼອດເວລາ ສະສົມ ຄະແນນ ແລະ ຜົນງານດ້ານການປິ່ນປົວ ຕາມຂະບວນ ການພັດ ທະນາວິຊາຊີບປິ່ນປົວຕໍ່ເນື່ອງ ຫຼື continuing professional development (CPD) ທີ່ທາງສະພາຄຸ້ມຄອງວິຊາຊີບ ປິ່ນປົວກຳນົດໄວ້ ເພື່ອເປັນເງື່ອນໄຂໃຫ້ສະພາຄຸ້ມຄອງ ວິຊາຊີບປິ່ນປົວໃນການຄົ້ນຄ້ວາຢັ້ງຢືນການຕໍ່ອາຍຸຂອງ ໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວດັ່ງກ່າວໃຫ້ໃນ ທຸກໆ 5 ປີ.

 ພິທີມອບ-ຮັບໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ ໄດ້ຈັດຂຶ້ນໃນວັນທີ 13 ກຸມພາ  2023 ທີ່ພະແນກສາທາລະນະສຸກ ນວ ໂດຍມີ ທ່ານ ສຈ ດຣ ປອນເມກ ດາລາລອຍ ປະທານສະພາຄຸ້ມຄອງວິຊາຊີບປິ່ນປົວ ທ່ານ ສຈ ດຣ ບຸນ ກອງ ສີຫາວົງ ອະດີດລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ດຣ ນາງ ໄຊພອນ ນັນທະກອນ ຫົວໜ້າພະແນກ ສາທາລະນະສຸກ ນວ ພ້ອມດ້ວຍສະພາຄຸ້ມຄອງວິຊາຊີບ ປິ່ນປົວ ຄະນະກໍາມະການສະເພາະກິດ ບັນດາຜູ້ປະກອບ ວິຊາຊີບປິ່ນປົວ ທີ່ໄດ້ຮັບໃບອະນຸຍາດເຄື່ອນໄຫວວິຊາຊີບ ປິ່ນປົວເຂົ້າຮ່ວມ.

error: Content is protected !!