ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຄໍານັບ ແລະ ປະດັບຫຼຽນໃຫ້ແກ່ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກ ກຳປູເຈຍ

ໃນວັນທີ 13 ກຸມພາ 2003 ທີ່ ທໍານຽບປະທານປະເທດ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ສົມ ເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນນາຍົກລັດ ຖະມົນຕີ ແຫ່ງ ລາຊະອານາຈັກ ກຳປູເຈຍ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນວັນທີ 13-14 ກຸມພາ 2023.

ໃນໂອກາດນີ້ ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານນາຍົກລັດຖະມົນຕີ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ແລະ ຄະນະຜູ້ແທນຂັ້ນສູງ ກຳປູເຈຍ ທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສຳຄັນໃນການຮັດແໜ້ນ ແລະ ເສີມຂະ ຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີຖານບ້ານໃກ້ເຮືອນຄຽງ ທີ່ມີມາແຕ່ດົນນານລະຫວ່າງ ສອງປະເທດ ລາວ-ກຳປູເຈຍ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ພ້ອມນີ້ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດຂອງການເປັນປະທານອາຊຽນຂອງກຳປູເຈຍ ໃນປີ 2022 ແລະ ການເລືອກຕັ້ງສະພາຕາແສງຊຸດທີ່ V ໃນວັນທີ 5 ມີຖຸນາ 2022 ທີ່ຜ່ານມາ ເຊິ່ງ ພັກປະຊາຊົນກຳປູ ເຈຍ ໄດ້ຮັບໄຊຊະນະອັນໃຫຍ່ຫຼວງ ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ ແລະ ຄວາມສັດທາຂອງປະຊາຊົນກຳປູ ເຈຍ ທີ່ມີຕໍ່ ພັກປະຊາຊົນກຳປູເຈຍ ຕະຫຼອດໄລຍະທີ່ຜ່ານມາ ກໍ່ຄືປັດຈຸບັນ ເຊິ່ງໄດ້ນຳເອົາການພັດທະນາ ຄວາມຈະ ເລີນກ້າວໜ້າມາສູ່ປະເທດຊາດ ເຮັດໃຫ້ທົ່ວປະເທດ ມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດມີການຂະ ຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອປະຊາຊົນ ໄດ້ຮັບການປົວແປງດີຂື້ນເປັນກ້າວໆ ບົດບາດອິດທິພົນຊື່ສຽງຂອງ ກຳປູເຈຍ ນັບມື້ໄດ້ຮັບການຍົກສູງຂຶ້ນໃນເວທີພາກພື້ນ ແລະສາກົນ.

ພ້ອມດຽວກັນນີ້ ພະນະທ່ານປະທານປະເທດ ທອງລຸນ ສີສຸລິດ ກໍ່ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສາເລັດຂອງການພົບປະປຶກສາຫາລືຮ່ວມກັນ ລະຫວ່າງ ສອນາຍົກລັດຖະ ມົນຕີລາວ-ກຳປູເຈຍ ເຊິ່ງເຫັນວ່າສາມາດຕົກລົງຫຼາຍບັນ ຫາຮ່ວມກັນ ໃນນັ້ນແມ່ນການຮ່ວມລົງນາມສົນທິສັນຍາ ວ່າດ້ວຍເສັ້ນຊາຍແດນທີ່ໄດ້ສຳເລັດການປັກຫຼັກໝາຍສຳເລັດ 86% ເຊິ່ງເປັນເອກະສານສຳຄັນ ແລະ ເປັນພື້ນ ຖານໃຫ້ແກ່ການສືບຕໍ່ແກ້ໄຂບັນຫາເສັ້ນຊາຍແດນທີ່ຍັງເຫຼືອບົນພື້ນຖາມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ປະ ຊາຊົນສອງຊາດ ລາວ-ກຳປູເຈຍ.

ນອກນີ້ ຍັງໄດ້ມີການລົງນາມ ແຜນປະຕິບັດງານຮ່ວມ (Action Plan) ວ່າດ້ວຍຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສປປ ລາວ ແລະ ລາຊະ ອານາຈັກ ກຳປູເຈຍ ໄລຍະ 2023-2027 ທີ່ຈະເປັນພື້ນ ຖານໃຫ້ແກ່ສອງປະເທດໃນຕໍ່ໜ້າ ພ້ອມກັນນັ້ນ ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະເໜີໃຫ້ສອງນາຍົກລັດຖະ ມົນຕີ ລາວ-ກຳປູເຈຍ ເອົາໃຈໃສ່ຊີ້ນຳບັນດາກະຊວງຂະ ແໜງການ ໃນການຈັດຕັ້ງປະຕິບັດບັນດາເອກະສານທີ່ໄດ້ລົງນາມກັນແລ້ວ ໃຫ້ມີປະສິດທິພາບ ປະສິດທິຜົນ ແລະ ເປັນຮູບປະທຳຫຼາຍຂຶ້ນ, ສືບຕໍ່ເພີ່ມທະວີການຮ່ວມມືສອງຝ່າຍ ເປັນຕົ້ນ ດ້ານເສດຖະກິດ-ການຄ້າ ການທ່ອງທ່ຽວ ແລະ ອື່ນໆ ໃຫ້ຫຼາຍຂຶ້ນຕື່ມ ເພື່ອນຳເອົາຜົນປະໂຫຍດສູງ ສຸດມາສູ່ປະຊາຊົນສອງຊາດ ລາວ-ກຳປູເຈຍ.

ນອກຈາກນີ້, ພະນະທ່ານ ປະທານປະເທດ ກໍໄດ້ຖືໂອກາດນີ້ ຝາກຄວາມຢື້ຢາມຖາມຂ່າວເຖິງ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ພະມະຫາກະສັດ ແຫ່ງລາຊະອານາຈັກກຳປູເຈຍ ແລະຫວັງວ່າ ຈະໄດ້ຮັບກຽດຕ້ອນຮັບ ພະບາດ ສົມເດັດ ມາຢ້ຽມຢາມ ນະຄອນຫຼວງວຽງຈັນ ອີກຄັ້ງໜຶ່ງ ໃນອະນາຄົດ.

ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນ ແຊນ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຍິນດີທີ່ໄດ້ນຳພາຄະນະຜູ້ແທນເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ພ້ອມທັງໄດ້ແຈ້ງໃຫ້ຊາບເຖິງຈຸດປະສົງຂອງການຢ້ຽມຢາມຄັ້ງນີ້ ພັກ-ລັດຖະບານ ກຳປູເຈຍ ຢືນຢັນຈະສືບຕໍ່ໃຫ້ການຮ່ວມມືສອງຝ່າຍໃຫ້ຫຼາຍຂຶ້ນຕື່ມໃນຕໍ່ຫນ້າ ທັງໃນຂອບການຮ່ວມມືສອງຝ່າຍ ຫຼາຍຝ່າຍ, ທັງໃນເວທີພາກພື້ນ ແລະ ສາກົນ ເພື່ອນຳເອົາຄວາມຜາສຸກ ຄວາມຈະເລີນຮຸ່ງເຮືອງ ຄວາມຮັ່ງມີເຂັ້ມແຂງ ມາສູ່ສອງຊາດ ກຳປູເຈຍ-ລາວ ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ຖານບ້ານໃກ້ເຮືອນຄຽງ ທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດລາວ-ກຳປູເຈຍ ຈົ່ງຫມັ້ນຄົງທະນົງແກ່ນຕະຫຼອດໄປ.

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຄໍານັບ ແລະ ປະດັບຫຼຽນໃຫ້ແກ່ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກ ກຳປູເຈຍ …………………………………………. ໃນວັນທີ 13 ກຸມພາ 2003 ທີ່ ທໍານຽບປະທານປະເທດ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ສົມ ເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນນາຍົກລັດ ຖະມົນຕີ ແຫ່ງ ລາຊະອານາຈັກ ກຳປູເຈຍ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນວັນທີ 13-14 ກຸມພາ 2023. ໃນໂອກາດນີ້ ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານນາຍົກລັດຖະມົນຕີ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ແລະ ຄະນະຜູ້ແທນຂັ້ນສູງ ກຳປູເຈຍ ທີ່ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສຳຄັນໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີຖານບ້ານໃກ້ເຮືອນຄຽງ ທີ່ມີມາແຕ່ດົນນານລະຫວ່າງ ສອງປະເທດ ລາວ-ກຳປູເຈຍ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມນີ້ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດຂອງການເປັນປະທານອາຊຽນຂອງກຳປູເຈຍ ໃນປີ 2022 ແລະ ການເລືອກຕັ້ງສະພາຕາແສງຊຸດທີ່ V ໃນວັນທີ 5 ມີຖຸນາ 2022 ທີ່ຜ່ານມາ ເຊິ່ງ ພັກປະຊາຊົນກຳປູ ເຈຍ ໄດ້ຮັບໄຊຊະນະອັນໃຫຍ່ຫຼວງ ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ ແລະ ຄວາມສັດທາຂອງປະຊາຊົນກຳປູ ເຈຍ ທີ່ມີຕໍ່ ພັກປະຊາຊົນກຳປູເຈຍ ຕະຫຼອດໄລຍະທີ່ຜ່ານມາ ກໍ່ຄືປັດຈຸບັນ ເຊິ່ງໄດ້ນຳເອົາການພັດທະນາ ຄວາມຈະ ເລີນກ້າວໜ້າມາສູ່ປະເທດຊາດ ເຮັດໃຫ້ທົ່ວປະເທດ ມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດມີການຂະ ຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອປະຊາຊົນ ໄດ້ຮັບການປົວແປງດີຂື້ນເປັນກ້າວໆ ບົດບາດອິດທິພົນຊື່ສຽງຂອງ ກຳປູເຈຍ ນັບມື້ໄດ້ຮັບການຍົກສູງຂຶ້ນໃນເວທີພາກພື້ນ ແລະສາກົນ. ພ້ອມດຽວກັນນີ້ ພະນະທ່ານປະທານປະເທດ ທອງລຸນ ສີສຸລິດ ກໍ່ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສາເລັດຂອງການພົບປະປຶກສາຫາລືຮ່ວມກັນ ລະຫວ່າງ ສອນາຍົກລັດຖະ ມົນຕີລາວ-ກຳປູເຈຍ ເຊິ່ງເຫັນວ່າສາມາດຕົກລົງຫຼາຍບັນ ຫາຮ່ວມກັນ ໃນນັ້ນແມ່ນການຮ່ວມລົງນາມສົນທິສັນຍາ ວ່າດ້ວຍເສັ້ນຊາຍແດນທີ່ໄດ້ສຳເລັດການປັກຫຼັກໝາຍສຳເລັດ 86% ເຊິ່ງເປັນເອກະສານສຳຄັນ ແລະ ເປັນພື້ນ ຖານໃຫ້ແກ່ການສືບຕໍ່ແກ້ໄຂບັນຫາເສັ້ນຊາຍແດນທີ່ຍັງເຫຼືອບົນພື້ນຖາມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ປະ ຊາຊົນສອງຊາດ ລາວ-ກຳປູເຈຍ. ນອກນີ້ ຍັງໄດ້ມີການລົງນາມ ແຜນປະຕິບັດງານຮ່ວມ (Action Plan) ວ່າດ້ວຍຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສປປ ລາວ ແລະ ລາຊະ ອານາຈັກ ກຳປູເຈຍ ໄລຍະ 2023-2027 ທີ່ຈະເປັນພື້ນ ຖານໃຫ້ແກ່ສອງປະເທດໃນຕໍ່ໜ້າ ພ້ອມກັນນັ້ນ ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະເໜີໃຫ້ສອງນາຍົກລັດຖະ ມົນຕີ ລາວ-ກຳປູເຈຍ ເອົາໃຈໃສ່ຊີ້ນຳບັນດາກະຊວງຂະ ແໜງການ ໃນການຈັດຕັ້ງປະຕິບັດບັນດາເອກະສານທີ່ໄດ້ລົງນາມກັນແລ້ວ ໃຫ້ມີປະສິດທິພາບ ປະສິດທິຜົນ ແລະ ເປັນຮູບປະທຳຫຼາຍຂຶ້ນ, ສືບຕໍ່ເພີ່ມທະວີການຮ່ວມມືສອງຝ່າຍ ເປັນຕົ້ນ ດ້ານເສດຖະກິດ-ການຄ້າ ການທ່ອງທ່ຽວ ແລະ ອື່ນໆ ໃຫ້ຫຼາຍຂຶ້ນຕື່ມ ເພື່ອນຳເອົາຜົນປະໂຫຍດສູງ ສຸດມາສູ່ປະຊາຊົນສອງຊາດ ລາວ-ກຳປູເຈຍ. ນອກຈາກນີ້, ພະນະທ່ານ ປະທານປະເທດ ກໍໄດ້ຖືໂອກາດນີ້ ຝາກຄວາມຢື້ຢາມຖາມຂ່າວເຖິງ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ພະມະຫາກະສັດ ແຫ່ງລາຊະອານາຈັກກຳປູເຈຍ ແລະຫວັງວ່າ ຈະໄດ້ຮັບກຽດຕ້ອນຮັບ ພະບາດ ສົມເດັດ ມາຢ້ຽມຢາມ ນະຄອນຫຼວງວຽງຈັນ ອີກຄັ້ງໜຶ່ງ ໃນອະນາຄົດ. ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນ ແຊນ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຍິນດີທີ່ໄດ້ນຳພາຄະນະຜູ້ແທນເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ພ້ອມທັງໄດ້ແຈ້ງໃຫ້ຊາບເຖິງຈຸດປະສົງຂອງການຢ້ຽມຢາມຄັ້ງນີ້ ພັກ-ລັດຖະບານ ກຳປູເຈຍ ຢືນຢັນຈະສືບຕໍ່ໃຫ້ການຮ່ວມມືສອງຝ່າຍໃຫ້ຫຼາຍຂຶ້ນຕື່ມໃນຕໍ່ຫນ້າ ທັງໃນຂອບການຮ່ວມມືສອງຝ່າຍ ຫຼາຍຝ່າຍ, ທັງໃນເວທີພາກພື້ນ ແລະ ສາກົນ ເພື່ອນຳເອົາຄວາມຜາສຸກ ຄວາມຈະເລີນຮຸ່ງເຮືອງ ຄວາມຮັ່ງມີເຂັ້ມແຂງ ມາສູ່ສອງຊາດ ກຳປູເຈຍ-ລາວ ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ຖານບ້ານໃກ້ເຮືອນຄຽງ ທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດລາວ-ກຳປູເຈຍ ຈົ່ງຫມັ້ນຄົງທະນົງແກ່ນຕະຫຼອດໄປ. ໃນໂອກາດດຽວກັນນີ້ ພະນະທ່ານ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ພັກ ແລະ ລັດຖະບານແຫ່ງ ສປປ ລາວ ປະດັບຫຼຽນໂພໄຊລ້ານຊ້າງ ໃຫ້ແກ່ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນ ແຊນ ນາຍົກລັດຖະມົນຕີ ແຫ່ງລາຊະອາ ນາຈັກ ກຳປູເຈຍ ເຊິ່ງເປັນຫຼຽນທີ່ມອບໃຫ້ ຜູ້ນຳຂອງຕ່າງປະເທດ ທີ່ມີຄຸນງາມຄວາມດີ ມີຜົນງານດີເດັ່ນ ປະກອບສ່ວນໃນການເສີມສ້າງ, ປົກປັກຮັກສາສາຍພົວພັນມິດຕະ ພາບ ແລະ ການຮ່ວມມືທີ່ດີງາມ ຕໍ່ ສປປ ລາວ.ໃນໂອກາດດຽວກັນນີ້ ພະນະທ່ານ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ພັກ ແລະ ລັດຖະບານແຫ່ງ ສປປ ລາວ ປະດັບຫຼຽນໂພໄຊລ້ານຊ້າງ ໃຫ້ແກ່ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນ ແຊນ ນາຍົກລັດຖະມົນຕີ ແຫ່ງລາຊະອາ ນາຈັກ ກຳປູເຈຍ ເຊິ່ງເປັນຫຼຽນທີ່ມອບໃຫ້ ຜູ້ນຳຂອງຕ່າງປະເທດ ທີ່ມີຄຸນງາມຄວາມດີ ມີຜົນງານດີເດັ່ນ ປະກອບສ່ວນໃນການເສີມສ້າງ, ປົກປັກຮັກສາສາຍພົວພັນມິດຕະ ພາບ ແລະ ການຮ່ວມມືທີ່ດີງາມ ຕໍ່ ສປປ ລາວ.

error: Content is protected !!