ລາວ-ກໍາປູເຈຍ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນ ແຊນ ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 13-14 ກຸມພາ 2023 ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ຄວາມສາມັກຄີອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສປປ ລາວ ແລະ ລາ ຊະອານາຈັກ ກຳປູເຈຍ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ ທີ່ ສໍານັກງານນາຍົກລັດຖະມົນຕີ ໃນຕອນບ່າຍຂອງວັນທີ 13 ກຸມ ພາ 2023 ຈາກນັ້ນກໍໄດ້ມີການພົບປະສອງຝ່າຍຢ່າງເປັນທາງການ ເຊິ່ງຄະນະຜູ້ແທນຝ່າຍລາວ ນໍາໂດຍ ທ່ານ ສອນໄຊ ສີພັນ ດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຄະນະຜູ້ແທນຝ່າຍກໍາປູເຈຍ ນໍາໂດຍ ສົມເດັດ ອັກຄະມະຫາ ເສນາບໍດີ ເຕ ໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ.

ໃນໂອກາດນີ້ ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ຕໍ່ການຢ້ຽມຢາມ ສປປ ລາວ ຄັ້ງນີ້ ຂອງ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ແລະ ຄະນະ ເຊິ່ງຖືເປັນການຢ້ຽມຢາມທີ່ມີຄວາມໝາຍສໍາຄັນປະກອບ ສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນສອງຝ່າຍ ລາວ-ກໍາປູເຈຍ ໃນຖາ ນະເປັນເພື່ອນມິດສະໜິດສະໜົມ ເປັນບ້ານ ໃກ້ເຮືອນຄຽງ ບ້ານອ້າຍເມືອງນ້ອງ ບ້ານແກ່ວເມືອງດອງ ມາແຕ່ບູຮານນະການ ພ້ອມດຽວກັນນັ້ນກໍໄດ້ຕີລາຄາສູງ ແລະ ສະ ແດງຄວາມຊົມເຊີຍ ຕໍ່ບັນດາຜົນສໍາເລັດອັນໃຫຍ່ຫຼວງໃນຫຼາຍດ້ານທີ່ປະຊາຊົນກໍາປູເຈຍຍາດມາໄດ້ ພາຍໃຕ້ການນໍາພາ ຂອງ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ພິເສດ ທ່ານ ສອນໄຊ ສີພັນດອນ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ ຜົນສໍາເລັດຂອງການເປັນປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 ແລະ 41 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນປີ 2022 ດ້ວຍຜົນສໍາເລັດອັນຈົບງາມ ແລະ ການເລືອກຕັ້ງສະພາຕາແສງ ຊຸດທີ V ໃນວັນທີ 5 ມີຖຸນາ 2022 ທີ່ຜ່ານມາ ເຊິ່ງໃນນີ້ ພັກປະຊາຊົນ ກຳປູເຈຍ ໄດ້ຮັບໄຊຊະນະອັນໃຫຍ່ຫຼວງ.

ໃນໂອກາດດຽວກັນນີ້ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນ ຮັບອັນອົບອຸ່ນ ແລະ ສົມກຽດ ຈາກລັດຖະບານ ແລະ ປະຊາຊົນລາວ ໃນຄັ້ງນີ້ ພ້ອມທັງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ການຮ່ວມມືທີ່ມີມາແຕ່ດົນນານຖານບ້ານໃກ້ເຮືອນຄຽງ ແລະ ການ ພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສອງປະເທດ ລາວ-ກໍາປູເຈຍ ທີ່ໄດ້ຮັບ ການ ເສີມຂະຫຍາຍເປັນກ້າວໆຕະຫຼອດມາ.

ພ້ອມນີ້ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ກໍໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈ ຕໍ່ ທ່ານ ສອນໄຊ ສີພັນ ດອນ ທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນກອງປະຊຸມ ສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 30 ທັນວາ 2022 ຜ່ານມາ ພ້ອມນັ້ນ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນ ແຊນ ກໍໄດ້ເຊື້ອເຊີນ ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ລາຊະອານາຈັກ ກໍາປູເຈຍ ໃນໂອ ກາດທີ່ເໝາະສົມ.

ໃນການພົບປະຄັ້ງນີ້ ສອງຝ່າຍ ໄດ້ທົບທວນຄືນການພົວພັນຮ່ວມມື ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃນໄລຍະຜ່ານມາ ໂດຍໄດ້ຕີລາຄາສູງ ແລະ ສະແດງຄວາມເພິ່ງພໍໃຈ ທີ່ເຫັນວ່າ ການພົວພັນມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອ ຖານບ້ານໃກ້ເຮືອນຄຽງທີ່ມີມາແຕ່ດົນນານ ລະຫວ່າງ ປະຊາຊົນລາວ ແລະ ກໍາປູເຈຍ ນັບມື້ນັບໄດ້ຮັບການເສີມຂະຫຍາຍ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ການຍົກລະດັບການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ  ໝັ້ນຄົງຍາວ ນານ ໃນປີ 2019 ໄດ້ຊີ້ໃຫ້ເຫັນເຖິງຄວາມໝາຍໝັ້ນອັນແຮງກ້າ ຂອງສອງປະເທດ ໃນການຍົກລະດັບການພົວພັນອັນດີ ດັ່ງກ່າວ ໃຫ້ຂຶ້ນສູ່ລະດັບສູງອີກໃໝ່.

ການພົວພັນຮ່ວມມືສອງຝ່າຍໃນຫຼາຍດ້ານໄດ້ຮັບການເສີມຂະຫຍາຍເປັນກ້າວໆ ເປັນຕົ້ນ: ການຮ່ວມມືດ້ານວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ ດ້ານການເງິນ ດ້ານພະລັງງານໄຟຟ້າດ້ານໂຍ ທາທິການ ແລະ ຂົນສົ່ງ ດ້ານວັດທະນະທໍາ-ສັງຄົມ ແລະ ການທ່ອງທ່ຽວ ດ້ານວຽກງານຊາຍແດນ ແລະ ອື່ນໆ ຂະນະດຽວ ກັນ ການພົວພັນຮ່ວມມືໃນພາກພື້ນ ແລະ ອະນຸພາກພື້ນ ສືບຕໍ່ຮັດແໜ້ນ ແລະ ໃຫ້ການສະໜັບສະໜູນ ເຊິ່ງກັນ ແລະ ກັນ ເປັນຕົ້ນ: ຂອບການຮ່ວມມືແອັກແມັກ (ACMECS) CLMV ແລະ CLV.

ທັງສອງຝ່າຍ ​ຍັງໄດ້ຮ່ວມກັນວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ ເຊິ່ງສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ປະ ສານ ສົມທົບກັນຢ່າງໃກ້ຊິດ ເພື່ອຮ່ວມກັນຈັດຕັ້ງປະຕິບັດ ບັນດາການຕົກລົງຂອງການນໍາຂັ້ນສູງຂອງສອງປະເທດ ແລະ ບັນດາ ເອກະສານຮ່ວມມືສອງຝ່າຍທີ່ມີຮ່ວມກັນໃນທຸກລະດັບ ໃຫ້ມີປະສິດທິພາບ ແລະ ປະສິດທີຜົນ ນໍາເອົາຜົນປະ ໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ສືບຕໍ່ເພີ່ມທະວີການພົວພັນຮ່ວມມືໃນດ້ານຕ່າງໆ ຢ່າງໜັກແໜ້ນ ເປັນຕົ້ນ ດ້ານການເມືອງ ການ ຕ່າງປະເທດ ປ້ອງກັນຊາດ-ປ້ອງການຄວາມສະຫຼົບ ວຽກງານຊາຍແດນ ແລະ ອື່ນໆ ຊູກຍູ້ເພີ່ມທະວີການພົວພັນຮ່ວມມືທາງ ດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ ການເຊື່ອມໂຍງຄົມມະນາຄົມ ແລະ ການທ່ອງທ່ຽວ ການສຶກສາ ວັດທະນະທໍາ -ສັງຄົມ ສາທາລະນະສຸກ ແລະ ອື່ນໆ ສືບຕໍ່ປະສານສົມທົບກັນໃນການເຄື່ອນໄຫວໃນເວທີພາກພື້ນ ແລະ ສາກົນ.

ໃນຕອນທ້າຍ ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈ ຕໍ່ລັດຖະບານ ແລະ ປະຊາຊົນກໍາປູເຈຍ ທີ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ຕະຫຼອດມາ ທັງຍັງຢືນຢັນວ່າ ພັກ ລັດ ແລະ ປະຊາຊົນລາວ ຈະສືບຕໍ່ຮັກສາມູນເຊື້ອ ຖະນຸຖະໜອມ ແລະ ເສີມຂະຫຍາຍ ສາຍພົວພັນອັນດີງາມທີ່ມີມາແຕ່ດົນນານຂອງສອງປະທດ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ແລະ ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ຜົນສໍາເລັດຂອງການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ໃນຄັ້ງນີ້ ຈະປະກອບສ່ວນອັນສໍາຄັນເຂົ້າໃນການເພີ່ມທະວີ ແລະ ເສີມຂະຫຍາຍ ມູນເຊື້ອການຮ່ວມມືທີ່ດີງາມ ລະຫວ່າງ ສອງປະເທດ ລາວ-ກໍາປູເຈຍ ໃຫ້ມີຄວາມແໜ້ນແຟ້ນຈະເລີນງອກງາມ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ.

ພາຍຫຼັງສໍາເລັດການພົບປະສອງຝ່າຍ ສອງນາຍົກລັດຖະມົນຕີ ລາວ ແລະ ກໍາປູເຈຍ ໄດ້ຮ່ວມກັນລົງນາມເອກະສານ 2 ສະບັບ ຄື: 1). ສົນທິສັນຍາ ວ່າດ້ວຍ ການກໍານົດຊາຍແດນ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກຳປູເຈຍ ທີ່ໄດ້ ສຳເລັດການປັກຫຼັກໝາຍສຳເລັດ 86% ເຊິ່ງເປັນເອກະສານສຳຄັນ ແລະ ເປັນພື້ນຖານໃຫ້ແກ່ການສືບຕໍ່ແກ້ໄຂບັນຫາ ເສັ້ນຊາຍແດນທີ່ຍັງເຫຼືອບົນພື້ນຖານມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ປະຊາຊົນສອງຊາດ ແລະ 2). ແຜນປະຕິບັດງານ ຮ່ວມ (Action Plan) ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກຳປູເຈຍ ແຕ່ປີ 2023-2027 ເຊິ່ງຈະເປັນການສ້າງເງື່ອນ ໄຂທີ່ເປັນພື້ນຖານໃຫ້ແກ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃຫ້ເປັນຮູບປະທໍາຫຼາຍຂຶ້ນ ເປັນຕົ້ນ ເພີ່ມທະວີການ ພົວພັນ ດ້ານເສດຖະກິດການຄ້າ ການລົງທຶນ ວຽກງານການກໍານົດ ແລະ ປັກຫຼັກໝາຍຊາຍແດນ ການຮ່ວມມືກັນໃນລະ ດັບພາກພື້ນ ແລະ ສາກົນອື່ນໆ ພ້ອມນີ້ ສອງນາຍົກລັດຖະມົນຕີ ລາວ ແລະ ກໍາປູເຈຍ ກໍໄດ້ເປັນສັກຂີພິຍານພິທີລົງນາມ ບົດບັນທຶກກອງປະຊຸມຄະນະກໍາມະການຊາຍແດນຮ່ວມ ລາວ-ກຳປູເຈຍ ແລະ ກໍາປູເຈຍ-ລາວ.

ໃນໂອກາດດຽວກັນນີ້ ກໍໄດ້ມີພິທີປະດັບຫຼຽນ ຂອງລັດຖະບານ ແຫ່ງ ສປປ ລາວ ໃຫ້ແກ່ ຄະນະຜູ້ແທນຈາກ ລາຊະອານາຈັກ ກໍາປູເຈຍ ເຊິ່ງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ໃຫ້ກຽດປະດັບຫຼຽນ ໃຫ້ແກ່ ບັນດານັກ ທຸລະກິດ ກໍາປູເຈຍ ທີ່ປະກອບສ່ວນໃຫ້ການຊ່ວຍເຫຼືອ ແກ່ ສປປ ລາວ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ດັ່ງ ນີ້: ຫຼຽນໄຊພັດທະນາ ຊັ້ນ I ຈໍານວນ 04 ທ່ານ ຄື: 1) ທ່ານ KITH Meng ປະທານບໍລິສັດ Royal Group 2) ທ່ານ LEANG Meng ປະທານບໍລິສັດ Chip Mong Group 3) ທ່ານ CHEN Zhi, ປະທານບໍລິສັດ Prince Holding Group ແລະ 4) ທ່ານ LENG Navatra ປະທານບໍລິສັດ Galaxy Navatra Group ຫຼຽນໄຊພັດທະນາ ຊັ້ນ II ຈໍານວນ 02 ທ່ານ ຄື: 1) ທ່ານ ING Bun Hoaw ປະທານບໍລິສັດ ING Holding Group ແລະ 2) ທ່ານ THAY Chea Huoth ປະທານບໍລິສັດ Borey Peng Huoth ຫຼຽນກາມິດຕະພາບ ຈໍານວນ 1 ທ່ານ ຄື: ທ່ານ LEE Hong ຮອງປະທານສະມາຄົມ ມິດຕະພາບ ກໍາປູເຈຍ-ລາວ.

ໃນວັນດຽວກັນ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນ ແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມຄະນະຜູ້ແທນຂັ້ນສູງ ກໍໄດ້ເດີນທາງໄປວາງພວງມາລາຢູ່ ອານຸສາວະລີນັກຮົບນິລະນາມ ເພື່ອສະແດງຄວາມເຄົາລົບ ແລະ ລະນຶກເຖິງອ້າຍນ້ອງທະຫານນັກຮົບ ທີ່ໄດ້ຕໍ່ສູ້ເສຍສະຫຼະເລືອດເນື້ອເພື່ອປະເທດຊາດ ແລະ ປະຊາຊົນ ໃນສະໄ​ໝ ສົງຄາມ.

error: Content is protected !!