ປຶກສາຫາລືຫຼາຍບັນຫາທີ່ຕິດພັນກັບໂຄງການ GPE III: LEAP

    ກອງປະຊຸມປຶກສາຫາລືການປັບປຸງໂຄງການ ແລະ ຕິດຕາມຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດວຽກງານໂຄງການກອງທຶນຮ່ວມມືສາກົນ ເພື່ອການສຶກສາໄລຍະສາມ “ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ” (GPE III: LEAP) ຈັດຂຶ້ນວັນທີ 13 ກຸມພາ 2023 ທີ່ຕຶກ ICT ກະຊວງສຶກສາທິການ ແລະ ກີລາ ເປັນປະທານຮ່ວມຂອງທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທ່ານ ນາງ ທາລາ ບີເທວ ນັກເສດຖະສາດອາວຸໂສ ຫົວໜ້າແຜນງານໂຄງການຈາກທະນາຄານໂລກ ມີຜູ້ຈາກໜ້າທະນາຄານໂລກ ກະຊວງ ຫ້ອງການ ກົມ ແລະ ແໜງການກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ພຸດ ສິມມາລວົງ ກ່າວວ່າ ໂຄງການກອງທຶນຮ່ວມມືສາກົນ ເພື່ອການສຶກສາໄລຍະສາມ “ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມໄດ້ຈັດຕັ້ງປະຕິບັດມາແຕ່ປີ 2021 ພາຍໃຕ້ງົບປະມານກູ້ຢືມ ແລະ ເງິນຊ່ວຍເຫຼືອລ້າ ມູນຄ່າໂຄງການທັງໝົດ 46,9 ລ້ານໂດລາສະຫະລັດ ທີ່ໄດ້ສຸມໃສ່ຈັດຕັ້ງປະຕິບັດກິດຈະກຳຢູ່ໃນ 18 ແຂວງ ແລະ 148 ເມືອງບູລິມະສິດໃນຂອບເຂດທົ່ວປະເທດເພື່ອພັດທະນາໃນ 3 ອົງປະກອບຄື ການກະກຽມ ແລະ ຊຸກຍູ້ຜູ້ຮຽນ ການກະກຽມ ແລະ ຊຸກຍູ້ຜູ້ສອນ ການບໍລິຫານທີ່ມີປະສິດທິຜົນ ແລະ ເພື່ອປັບປຸງການຮຽນ-ການສອນ ຂອງຄູໃນ ສປປ ລາວ ໃນການມາເຮັດວຽກຂອງທີມງານທະນາຄານໂລກຄັ້ງທີ່ຜ່ານມາມີຫຼາຍສິ່ງທ້າທາຍໄດ້ຮັບການແກ້ໄຂ ແລະ ໜ່ວຍງານຕ່າງໆສາມາດເຂົ້າໃຈຈະແຈ້ງຂຶ້ນໃນການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການສຳເລັດຫຼາຍດ້ານ ຢ່າງໃດກໍຕາມເພື່ອເຮັດໃຫ້ການຈັດຕັ້ງປະຕິບັດກິດຈະກຳໄດ້ຢ່າງມີປະສິດທິຜົນ ແລະ ສາມາດປະຕິບັດ ໃຫ້ສຳເລັດຕາມຈຸດປະສົງຂອງໂຄງການຈິ່ງສະເໜີໃຫ້ທີມງານຈາກທະນາຄານໂລກ ແລະ ທີມງານຈາກກອງທຶນຮ່ວມມືສາກົນທີມງານຈາກກະຊວງສຶກສາທິການ ແລະ ກີລາ ໂດຍສະເພາະແຕ່ລະກົມ ສະຖາບັນ ສູນ ແລະ ທຸກໜ່ວຍງານທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດໂຄງການ GPE III ຈົ່ງຊ່ວຍເອົາໃຈໃສ່ໃຫ້ການຮ່ວມມືຢ່າງໃກ້ຊິດ ເພື່ອປັບປຸງໂຄງການຄືນໃໝ່ ແລະ ກຳນົດກິດຈະກຳທີ່ເປັນບູລິມະສິດ ແລະ ຄວາມອາດສາມາດໃນການຈັດຕັ້ງປະຕິບັດກິດຈະກຳໃຫ້ສຳເລັດຕາມແຜນການທີວາງໄວ້.

error: Content is protected !!