ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ນໍາພາຄະນະເຂົ້າຮ່ວມກອງປະ ຊຸມທາງໄກ ລັດຖະມົນຕີຕ່າງປະເທດອາຊຽນແບບບໍ່ເປັນທາງການ ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 21 ແລະ ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 26 ວັນທີ 24 ມິຖຸນາ 2020 ຢູ່ກະຊວງການຕ່າງປະເທດ ໂດຍເປັນປະທານຂອງທ່ານລັດຖະມົນຕີຕ່າງປະເທດແຫ່ງ ສສ ຫວຽດນາມ ໃນຖານະປະທານໝູນວຽນອາຊຽນ ປີ 2020 ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບບໍ່ເປັນທາງການ ໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບສະພາບການເດັ່ນໃນພາກພື້ນ ແລະ ສາກົນ ໂດຍສະເພາະ ຄວາມພະຍາຍາມ ມາດຕະການໃນການຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍຜ່ານການຮ່ວມມືທັງໃນຂອບອາຊຽນ ລະຫວ່າງອາຊຽນກັບຄູ່ເຈລະຈາ ແລະ ຄູ່ຮ່ວມມືພາຍນອກອື່ນໆ ເປັນຕົ້ນ ການສະໜັບສະໜູນກອງທຶນສຸກເສີນອາຊຽນ ເພື່ອຮັບມື ແລະ ແກ້ໄຂພະຍາດໂຄວິດ-19 ແລະ ຄັງແຮສຸກເສີນພາກພື້ນອາຊຽນດ້ານຢາປົວພະຍາດ ແລະ ອຸປະກອນການແພດ ນອກນີ້ ຍັງໄດ້ພິຈາລະນາຂໍ້ສະເໜີຂອງປະເທດຕ່າງໆ ເພື່ອເຂົ້າເປັນພາຄີສົນທິສັນຍາໄມຕິຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ (TAC) ລວມທັງຂໍ້ສະເໜີ ເຂົ້າເປັນຄູ່ຮ່ວມມືທາງການຂອງອາຊຽນ ສະແດງອອກເຖິງບົດບາດນໍາພາ ແລະ ການປະກອບສ່ວນສຳຄັນຂອງອາຊຽນໃນການປົກປັກຮັກສາສັນຕິພາບ ສະຖຽນລະພາບ ແລະ ຄວາມໝັ້ນຄົງໃນພາກພື້ນ ກໍຄືໃນໂລກ.

ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 21 ໄດ້ຕີລາຄາສູງຄວາມຄືບ ໜ້າການຈັດຕັ້ງປະຕິບັດບັນດາກິດຈະກໍາພາຍໃຕ້ແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025 ໂດຍສະເພາະ ການສົ່ງເສີມ ແລະ ປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນອາ ຊຽນ ກອງປະຊຸມໄດ້ຊຸກຍູ້ໃຫ້ຂະແໜງການພາຍໃຕ້ເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງ ສືບຕໍ່ເພີ່ມທະວີຂອດປະສານງານ ແລະ ຮ່ວມເຮັດວຽກນຳກັນຢ່າງໃກ້ຊິດ ເພື່ອຈັດຕັ້ງປະຕິບັດກິດຈະກຳທີ່ຍັງຄົງຄ້າງໃຫ້ສຳເລັດຕາມຄາດໝາຍ ພິເສດ ກອງປະຊຸມໄດ້ຮັບຊາບຮ່າງບົດລາຍງານເບື້ອງຕົ້ນ ເພື່ອດໍາເນີນການທົບທວນກາງສະໄໝ ການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ປີ 2025 ແລະ ໄດ້ມອບໝາຍໃຫ້ພາກສ່ວນກ່ຽວຂ້ອງສືບຕໍ່ດຳເນີນການທົບທວນກາງສະໄໝດັ່ງກ່າວໃຫ້ສຳເລັດຕາມແຜນການ.

ສ່ວນກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 26 ໄດ້ຮັບຊາບຄວາມຄືບໜ້າ ແລະ ຕີລາຄາສູງຕໍ່ຄວາມພະຍາຍາມຂອງອາຊຽນ ໃນການສືບຕໍ່ສ້າງປະຊາຄົມອາຊຽນ ພາຍໃຕ້ການເປັນປະທານອາຊຽນຂອງ ສສ ຫວຽດນາມ ປີ 2020 ເຊິ່ງໄດ້ສຸມໃສ່ກະກຽມທັງດ້ານເນື້ອໃນ ພະລາທິການ ແລະ ພິທີການໃຫ້ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ແບບທາງໄກ ເຊິ່ງຈະຈັດຂຶ້ນວັນທີ 26 ມິຖຸນາ 2020 ນອກນີ້ ຍັງໄດ້ຮັບຮອງເອົາເອກະສານ ແລະ ບົດລາຍງານຕ່າງໆ ເປັນຕົ້ນ ບົດລາຍງານຂອງເລຂາທິການໃຫຍ່ອາຊຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານອາຊຽນ ບົດລາຍງານຂອງມູນນິທິອາຊຽນ ບົດລາຍງານຂອງຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ (CPR) ບົດລາຍງານຄະນະສະເພາະກິດ ຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ (IAI) ແລະ ບົດລາຍງານຂອງຄະນະກໍາມະການປະສານງານການເຊື່ອມຈອດອາຊຽນ (ACCC) ເຊິ່ງທັງໝົດ ຈະນຳສະເໜີຕໍ່ກອງປະຊຸມສຸດຍອດຜູ້ນຳອາຊຽນ ຄັ້ງທີ 36 ຮັບຊາບ ພິເສດກອງປະຊຸມຄັ້ງນີ້ຍັງໄດ້ຮັບຊາບຄວາມຄືບໜ້າໃນການຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມສຸດຍອດທາງໄກສະໄໝພິເສດຂອງຜູ້ນໍາອາຊຽນ ແລະ ກອງປະຊຸມສຸດຍອດທາງໄກສະໄໝພິເສດຂອງຜູ້ນໍາອາຊຽນ+3 ກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19 ວັນທີ 14 ເມສາ 2020 ຜ່ານມາ ໂດຍສະເພາະຄວາມຄືບໜ້າໃນການສ້າງຕັ້ງກອງທຶນສຸກເສີນ ແລະ ຄັງແຮສຸກເສີນອຸປະກອນການແພດ ຢາປົວພະ ຍາດ ເພື່ອຕ້ານ ຮັບມື ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແລະ ການຈະຮ່າງແຜນຟື້ນຟູເສດຖະກິດຮອບດ້ານຫຼັງພະຍາດໂຄວິດ-19 ຕອນທ້າຍ ກອງປະຊຸມຍັງໄດ້ເຫັນດີຮັບຮອງເອົາທ່ານ Robert Matheus Michael Tene ຈາກອິນໂດເນເຊຍ ເປັນຮອງເລຂາທິການໃຫຍ່ອາຊຽນ ຮັບຜິດ ຊອບວຽກເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ແຕ່ປີ 2021-2024 ປ່ຽນແທນຮອງເລຂາທິການໃຫຍ່ອາຊຽນຄົນປັດຈຸບັນຈາກ ສສ ຫວຽດນາມ ຕາມຮອບວຽນ.
# ຂ່າວ & ພາບ : ຂັນທະວີ