ຄາດວ່າຈະມີແຮ່ພຽງພໍ ແລະ ສາມາດຍືດເວລາການປິດບໍ່ ໄປເຖິງປີ 2030

       ບໍລິສັດ ພູເບ້ຍ ມາຍນິງ ເລັ່ງດໍາເນີນການຂຸດເຈາະ ຄົ້ນຄວ້າ-ວິໄຈຕາມສາຍແຮ່ ໃນເຂດບໍ່ຂະຫຍາຍພື້ນທີ່ສໍາປະທານໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາ-ເງິນ ບ້ານຫ້ວຍຊາຍ ເມືຶອງລ່ອງແຈ້ງ ແຂວງໄຊສົມບູນ ເຊິ່ງພົບແຮ່ທີ່ມີຄຸນນະພາບ ແລະ ປະລິມານຫຼາຍສົມຄວນ ເພື່ອນໍາມາປ້ອນໂຮງງານ ໂດຍຄາດວ່າຈະມີແຮ່ພຽງພໍ ແລະ ສາມາດຍືດເວລາການປິດບໍ່ໄປເຖິງປີ 2030.

       ທ່ານ Timothy Popham ຜູ້ຈັດການຝ່າຍພັດທະນາຊັບພະຍາກອນບໍ່ແຮ່ ບໍລິສັດ ພູເບ້ຍ ມາຍນິງ ກ່າວໃນໂອກາດທີ່ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ປະທານຄະນະກໍາມະການຕິດຕາມການປະຕິບັດງານຂອງບໍລິສັດ ພູເບ້ຍ ມາຍນິງ ທ່ານ ຕົງມົວ ຊົວໂກ້ ຮອງເຈົ້າແຂວງໄຊສົມບູນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ຢ້ຽມຢາມການດຳເນີນງານຂຸດເຈາະສຳຫຼວດຢູ່ບໍ່ຂະຫຍາຍ ໂຄງການຂຸດຄົ້ນ-ປຸງແຕ່ງຄໍາ-ເງິນ ບ້ານຫ້ວຍຊາຍ ວັນທີ 10 ກຸມພາ ຜ່ານມາ ວ່າ: ບໍ່ຂະຫຍາຍ ໂຄງການຂຸດຄົ້ນ-ປຸງແຕ່ງຄໍາ-ເງິນ ບ້ານຫ້ວຍຊາຍ ໄດ້ສຳຫຼວດເມື່ອ 3 ປີຜ່ານມາ ແລະ ນັບແຕ່ປີ 2022 ມາເຖິງປັດຈຸບັນ ໄດ້ເລີ່ມເບີກໜ້າດິນ ຂຸດເຈາະ ຢູ່ 2 ບ່ອນ ຄື: ຢູ່ບ້ານພູເງິນ ແລະ ບ້ານຜາແຍງ ເພື່ອຄົ້ນຄວ້າ-ວິໄຈຕາມສາຍແຮ່ ທີ່ຢູ່ໃນເຂດສຳປະທານຂອງໂຄງການ ການສຳຫຼວດດັ່ງກ່າວແມ່ນໃຊ້ຮູບແບບ ຮູເຈາະ ປັດຈຸບັນມີ 180 ຮູເຈາະສໍາຫຼວດ ບາງຮູເຈາະມີລະດັບຄວາມເລິກ 500 ແມັດ ເຊິ່ງພົບເຫັນແຮ່ທີ່ມີຄຸນນະພາບຄວາມເຂັ້ມດີສົມຄວນ ອັນເປັນພື້ນຖານໃນການຂຸດເຈາະ-ວິໄຈໃນເຂດສໍາປະທານຂອງໂຄງການໃນຕໍ່ໜ້າ.

      ທ່ານ David Reid ຜູ້ຈັດການໃຫຍ່ຝ່າຍດຳເນີນງານ ບໍລິສັດ ພູເບ້ຍ ມາຍນິງ ກ່າວວ່າ: ການຂຸດຄົ້ນບໍ່ຂະຫຍາຍນີ້ ມີຄວາມກວ້າງປະມານ 8 ກິໂລຕາແມັດ ປັດຈຸບັນກຳລັງກະກຽມພື້ນຖານໂຄງລ່າງ ລວມທັງບົດວິ ພາກຕ່າງໆ ເພື່ອກະກຽມຄວາມພ້ອມຮອບດ້ານຮອງຮັບການຂຸດຄົ້ນແຮ່ ສົ່ງໄປທີ່ໂຮງບົດຢູ່ໂຮງງານບ້ານຫ້ວຍຊາຍ ໃນທ້າຍປີ 2024 ເພື່ອກ້າວເຂົ້າສູ່ຂະບວນການຜະລິດ ໂດຍຄາດວ່າຈະມີແຮ່ພຽງພໍ ແລະ ສາມາດຍືດເວ ລາການປິດບໍ່ໄປເຖິງປີ 2030.

error: Content is protected !!