ບຸນຊ້າງ ເມືອງ ແລະ ແຂວງໄຊຍະບູລີ ກຽມຈັດຂຶ້ນຢ່າງຍິ່ງໃຫຍ່ ເຊິ່ງໃນປີນີ້ຈະມີຊ້າງເຂົ້າຮ່ວມຫຼາຍກວ່າ 70 ເຊືອກ ແລະ ມີຫຼາຍກິດຈະກຳເພື່ອຮອງຮັບນນັກທ່ອງທ່ຽວ.

ອີງຕາມການລາຍງານຂອງທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ທັງເປັນປະທານຈັດງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປະຈຳປີ 2023 ວ່າ: ໄຊຍະບູລີ ກຽມຈັດງານມະຫະກຳບຸນຊ້າງແຂວງໄຊຍະບູລີ ປະຈຳປີ 2023 ປີນີ້ເປັນຄັ້ງທີ XVI ເຊິ່ງຈະໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ຈະປະກອບມີຫຼາຍກິດຈະກຳ ເພື່ອໃຫ້ຜູ້ມາເຂົ້າຮ່ວມງານໄດ້ສຳຜັດ ຮ່ວມມ່ວນຊື່ນ ເຊັ່ນ: ງານວາງສະແດງ ແລະ ຈຳໜ່າຍສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ສິນຄ້າກະສິກຳ ຫັດຖະກຳອຸດສາຫະກຳປຸງແຕ່ງທີ່ເປັນ ເອກະລັກຂອງທ້ອງຖິ່ນ ພາຍໃນແຂວງ ແລະ ແຂວງໃກ້ຄຽງ.


ງານດັ່ງກ່າວ ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 18-20 ກຸມພາ 2023 ໂດຍຈະມີຊ້າງເຂົ້າຮ່ວມທັງໝົດຈຳນວນ 75 ເຊືອກ ແລະ ມີກິດຈະກຳຫຼັກທີ່ຕິດພັນກັບຊ້າງ ແລະ ການອະນຸລັກຊ້າງ ໂດຍສະເພາະການສະແດງຊ້າງຄຳຮູ້ ພິທີບາສີສູ່ຂວັນຊ້າງ ການໃຫ້ອາຫານຊ້າງ ຂີ່ຊ້າງຊົມເມືອງ ແລະ ຂະບວນການສະແດງສິລະປະວັນນະຄະດີ ແລະ ການສະແດງຂອງ 8 ເຜົ່າ ທີ່ເປັນເອກະລັກ ຂອງຊາວແຂວງໄຊຍະບູລີ. ຂໍມູນ-ຮູບຈາກ ໜັງສືພິມປະຊາຊົນ