BYD ເປີດຫ້ອງຂາຍລົດໄຟຟ້າແຫ່ງໃໝ່ຢູ່ສູນການຄ້າວຽງຈັນເຊັນເຕີ


ບໍລິສັດ ໂມກ ຈຳກັດ ໄດ້ຂະຫຍາຍສາຂາແຫ່ງທຳອິດເປີດຮັບຕົວ ແທນຈຳໜ່າຍລົດໄຟຟ້າ ພາຍໃຕ້ເຄື່ອງໝາຍການຄ້າ ໂດຍໃສ່ຊື່ ວ່າ BYD Laos VTC EV CENTER ທີ່ສູນການຄ້າວຽງຈັນເຊັນເຕີ.

ໃນຖານະທີ່ເປັນຜູ້ນຳແຫ່ງລົດໄຟຟ້າອັນດັບ 1 ໃນປະເທດລາວ ບໍລິສັດ ໂມກ ຈຳກັດ ໄດ້ເລັງເຫັນທ່າອ່ຽງໃນການເຕີບໂຕຂອງ ເສດຖະກິດພາຍໃນປະເທດ ຈາກຍອດຂາຍລວມລົດ BYD ໃນທົ່ວໂລກ 1.862.428 ຄັນ ໃນປີ 2022 ທີ່ຜ່ານມາ ບໍລິສັດ ໂມກ ຈຳກັດ ຈຶ່ງດຳເນີນແຜນການ ແລະ ເປີດຮັບຕົວແທນຈຳໜ່າຍ ລົດໄຟຟ້າ ພາຍໃຕ້ເຄື່ອງໝາຍການຄ້າ BYD Laos ເພື່ອຍັງຄົງ ບັນລຸເປົ້າໝາຍ ຍອດຂາຍລົດໄຟຟ້າ ເປັນອັນດັບ 1 ໃນປີ 2023 ພ້ອມທັງຕັ້ງເປົ້າເປັນສ່ວນໜຶ່ງໃນການຊ່ວຍຮັກສາສິ່ງແວດ ລ້ອມ.

ສຳລັບຫ້ອງຂາຍດັ່ງກ່າວ ມີຄວາມທັນສະໄໝທີ່ຖືກອອກ ແບບມາໃຫ້ລົງໂຕກັບຕຶກຂອງວຽງຈັນເຊັເຕີ ແລະ ໂຊ ຄວາມໂດດເດັ່ນຂອງລົດໄຟຟ້າ BYD ໄດ້ຢ່າງຊັດເຈນ.

ງານເປີດໂຕຢ່າງເປັນທາງການ BYD LAOS – VTC EV CENTER Grand Opening ຈັດຂື້ນໃນວັນທີ 11 ກຸມພາ ເຊິ່ງພາຍໃນງານ ຍັງມີກິດຈະກຳການຈັບສະຫຼາກແຈກລົດໄຟຟ້າ HAN EV ລຸ້ນ ທັອບຈາກ BYD Laos ພ້ອມຂອງແຈກອີກຫຼາຍລາຍການລວມ ມູນຄ່າສູງສຸດເທົ່າທີ່ BYD ເຄີຍແຈກມາເພື່ອຄືນກຳໄລໃຫ້ແກ່ ລູກຄ້າ.

ເຂົ້າຮ່ວມໃນງານເປີດໂຕຫ້ອງຂາຍຢ່າງເປັນທາງການທີ່ ຜ່ານມາ ພາຍໃນງານໄດ້ເປັນກຽດແກ່ບັນດາ ລັດຖະມົນ ຕີກະຊວງ ພາກສ່ວນບໍລິສັດ ແລະ ອົງກອນທີ່ກ່ຽວຂ້ອງ ບັນດາລູກຄ້າ ແລະ ແຂກຖືກເຊີນຈາກພາກສ່ວນອື່ນໆ ເຂົ້າຮ່ວມເປັນສັກຂີພະຍານ.​

error: Content is protected !!