ພູເບ້ຍ ມາຍນິງ ສະຫຼອງຄົບຮອບ 10 ປີ ໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາເງິນ ບ້ານຫ້ວຍຊາຍ

ພິທີສະເຫຼີມສະຫຼອງ ຄົບຮອບ 10 ປີ ຂອງໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາເງິນ ບ້ານຫ້ວຍຊາຍ ຂອງບໍລິ ສັດ ພູເບ້ຍ ມາຍນິງ ຈັດຂຶ້ນວັນທີ 10 ກຸມພາ 2023 ຢູ່ແຄັມໂຄງການ ບ້ານນາໄຊສະຫວ່າງ ເມືອງລ່ອງແຈ້ງ ແຂວງໄຊສົມບູນ ໂດຍມີ ທ່ານ ທອງ ພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ປະທານຄະນະກໍາມະການຕິດຕາມການປະຕິບັດງານຂອງ ບໍລິສັດ ພູເບ້ຍ ມາຍນິງ ທ່ານ ຕົງມົວ ຊົວໂກ້ ຮອງເຈົ້າ ແຂວງໄຊສົມບູນ ທ່ານ Daling Zheng ຜູ້ອໍານວຍການໃຫຍ່ ແລະ ປະທານບໍລິຫານບໍລິສັດ ແພນອອສ໌ ຈໍາກັດ ທ່ານ ຈັນເພັງ ບຸນນະຜົນ ປະທານບໍລິສັດ ພູເບ້ຍ ມາຍນິງ ພ້ອມດ້ວຍແຂກຖືກ ເຊີນທັງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.

ທ່ານ ຈັນເພັງ ບຸນນະຜົນ ກ່າວວ່າ: ໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາ-ເງິນ ບ້ານຫ້ວຍຊາຍ ສ້າງຕັ້ງໂຮງ ງານປີ 2010 ແລະ ເປີດດຳ ເນີນງານປີ 2012 ເຊິ່ງເປັນເຂດຫ່າງໄກສອກຫຼີກ ພູຜາປ່າດົງ ແລະ ບໍ່ມີເສັ້ນ ທາງເຂົ້າເຖິງ ພວກເຮົາໄດ້ສ້າງເສັ້ນທາງເຂົ້າ ອາ ຄານ ແລະ ສິ່ງອໍານວຍຄວາມສະດວກທັງໝົດຈາກສະພາບທີ່ຍັງບໍ່ໄດ້ຮັບການພັດທະນາ ຕະຫຼອດ 10 ປີແຫ່ງການດຳເນີນ ງານ ພວກເຮົາໄດ້ມີຜົນສຳເລັດຫຼາຍຢ່າງທີ່ເປັນການປະກອບສ່ວນໃນການພັດທະນາປະເທດຊາດ ກໍຄືທ້ອງຖິ່ນ ດ້ວຍການ ທຸ່ມເທມັນສະໝອງ ແລະ ເຫື່ອແຮງຂອງພະນັກງານພວກເຮົາທຸກຄົນ ໄດ້ເອົາຊະນະຄວາມທ້າທາຍຕ່າງໆ ສ້າງຜົນປະໂຫຍດ ທາງກົງ ແລະ ທາງອ້ອມໃຫ້ປະຊາຊົນອ້ອມຂ້າງ ແລະ ແຂວງໄຊສົມບູນ ເວົ້າລວມໄດ້ປະກອບສ່ວນສຳຄັນໃນການພັດທະນາ ຂະ ແໜງບໍ່ແຮ່ ແລະ ຜົນປະໂຫຍດແກ່ລັດຖະບານ ກໍຄືປະເທດຊາດ.

ທ່ານ ທອງພັດ ອິນທະວົງ ກ່າວວ່າ: ໃນໄລຍະຜ່ານມາ ບໍລິສັດ ພູເບ້ຍ ມາຍນິງ ໄດ້ປະກອບສ່ວນຜົນ ງານອັນໃຫຍ່ຫຼວງໃນ ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ກໍຄື ການພັດທະນາທ້ອງຖິ່ນແຂວງໄຊສົມບູນ ໃຫ້ເຕີບໃຫຍ່ຂະຫຍາຍ ຕົວ ພູເບ້ຍ ມາຍນິງ ເປັນໜຶ່ງໃນບໍລິສັດທີ່ມີມາດຖານໃນລະດັບສາກົນ ມີປະ ສົບການດ້ານການພັດທະນາຂະແໜງບໍ່ແຮ່ ຕາມທິດສີຂຽວ ແລະ ຍືນຍົງ ເປັນບໍລິສັດໜຶ່ງທີ່ເປັນຕົວແບບໃນການພັດທະນາດ້ານບໍ່ແຮ່ຢູ່ ສປປ ລາວ ເຊິ່ງໄດ້ນໍາໃຊ້ເຕັກ ນິກວິທະຍາສາດ ເຕັກໂນໂລຊີທີ່ທັນສະໄໝລະດັບສາກົນ ໂອກາດນີ້ທ່ານຍັງໄດ້ເນັ້ນໜັກໃຫ້ບໍລິສັດ ພູເບ້ຍ ມາຍນິງ ສືບຕໍ່ ສ້າງຜົນງານໃຫ້ໃຫຍ່ຫຼວງກວ່າເກົ່າ ເປັນຕົວແບບໃນການພັດທະນາດ້ານບໍ່ແຮ່ຢູ່ ສປປ ລາວ.

ທ່ານ ຕົງມົວ ຊົວໂກ້ ກ່າວວ່າ: ໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາເງິນ ບ້ານຫ້ວຍຊາຍ ເປັນໂຄງການໜຶ່ງທີ່ໄດ້ທີ່ຊ່ວຍໃນການ ພັດທະນາ ໂດຍສະເພາະການກໍ່ສ້າງ ແລະ ປັບປຸງເສັ້ນທາງ ໃຫ້ມີການໄປ-ມາໄດ້ດີຂຶ້ນ ແລະ ສະດວກກວ່າເກົ່າ ນອກນີ້ ຍັງໄດ້ເຄື່ອນໄຫວຢ່າງແຂງແຮງ ສ້າງລາຍຮັບ ອັນມະຫາສານໃຫ້ບໍລິສັດ ກໍຄືສ້າງວຽກເຮັດງານທໍາໃຫ້ປະຊາຊົນເປັນຈໍານວນ ຫຼວງຫຼາຍ ໂດຍສະເພາະປະຊາຊົນຊາວແຂວງ ໄຊສົມບູນ ແລະ ໄດ້ພ້ອມກັນກັບອໍານາດການປົກຄອງບ້ານ ເມືອງ ຂຶ້ນແຜນ ພັດທະນາປະຈໍາປີ ເປັນຕົ້ນໂຄງການກໍ່ສ້າງພື້ນ ຖານໂຄງລ່າງ ເສັ້ນທາງ ໂຮງຮຽນ ສຸກສາລາ ເຝິກອົບຮົມວິຊາຊີບ ແລະ ອື່ນໆ ເຊິ່ງສະແດງໃຫ້ເຫັນການປະກອບ ສ່ວນໃຫ້ພື້ນ ທີ່ໃກ້ຄຽງໄດ້ຮັບການປັບປຸງ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ ຄອບຄົວທຸກຍາກ ໄດ້ຮັບການແກ້ໄຂ ແລະ ຫຼຸດລົງ ເທື່ອລະກ້າວ ນອກນີ້ບໍລິສັດຍັງໄດ້ປະກອບສ່ວນພັນທະອາກອນ ໃຫ້ລັດ ຖະບານ ເປັນຈໍານວນຫຼວງຫຼາຍ ແລະ ເປັນປົກກະຕິ.

error: Content is protected !!