ເມືອງນາຊາຍທອງ ຈັດງານຕະຫຼາດນັດວາງສະແດງ ຂາຍສີນຄ້າ ​ມູນ​ຄ່າ​ສິນ​ຄ້າ​ຮ່ວມ​ວາງ​ສະ​ແດງ​ເຖິງ 8 ຕື້ກວ່າ

ເ​ມືອງ​ນາ​ຊາຍ​ທອງ ນະ​ຄອນຫຼວງວຽງ​ຈັນ ຈັດງານຕະຫຼາດນັດວາງສະແດງຂາຍສີນຄ້າກະສິກຳ ຫັດຖະກຳ ແລະ ອຸດສາຫະ ກຳ ຄັ້ງທີ 26 ປະ ຈຳປີ 2023 ເພື່ອ​ສົ່ງ​ເສີມ​ການ​ຜະ​ລິດ​ພາຍ​ໃນ​ເມືອງ ເຊິ່ງ​ປີນີ້​ມີບັນດາຫ່າງຮ້ານຕ່າງໆເຂົ້າຮ່ວມວາງສະແດງ ແລະ ຂາຍສິນຄ້າຈຳນວນ 348 ຮ້ານ ລວມ​ມູ​ນ​ຄ່​າ​ສິນ​ຄ້າ​ເຂົ້າ​ຮ່ວມ​ວາງ​ສະ​ແດ​ງ​ເຖິງ 8 ຕື້ກວ່າ​ກີບ.

ຈຸດປະສົງຫຼັກຂອງການຈັດງານຕະຫຼາດນັດ ປີ 2023 ນີ້ ເພື່ອເປັນກະຕຸກຊຸກຍູ້ ສົ່ງເສີມການຜະລິດດ້ານກະສິກຳ ຫັດຖະກຳ ແລະ ອຸດສາຫະກຳ ຢູ່ພາຍໃນເມືອງນາຊາຍທອງ ໃຫ້ມີຄວາມເຕີບໃຫຍ່ຂະ ຫຍາຍຕົວຢ່າງຕໍ່ເນື່ອງ ເຮັດໃຫ້ມີຫຼາຍຜະລິດຕະ ພັນທີ່ຕິດພັນກັບຕະຫຼາດຢູ່ພາຍໃນເມືອງ ແລະ ສົ່ງອອກ ເພື່ອເປັນການເປີດກ້ວາງດ້ານການຄ້າ ການບໍລິການ ແລະ ການ ທ່ອງທ່ຽວຂອງເມືອງ ໃຫ້ຂະຫຍາຍຕົວ ແລະ ກ້ວາງຂວາງດີຂຶ້ນ ຊຸກຍູ້ ສົ່ງເສີມການຕິດກາໝາຍສິນຄ້າ ODOP ແຫ່ງຊາດ ຂອງເມືອງ ໃຫ້ເພີ່ມຂຶ້ນ ທັງເປັນການຕິດຕາມກວດກາ ແລະ ສົ່ງເສີມແຜນພັດທະນາວິສາຫະກິດຂະໜາດນ້ອຍ ຂະໜາດ ກາງ ໜຶ່ງບ້ານໜຶ່ງຜະລິດຕະພັນ ໜຶ່ງເມືອງບໍ່ໃຫ້ຫຼຸດ 5 ຜະລິດຕະພັນ ເພື່ອເປັນການເຕົ້າໂຮມຄວາມສາມັກຄີ ເປັນການໂຄ ສະນາດ້ານການຕະຫຼາດ ແລະ ເປັນບ່ອນແລກປ່ຽນບົດຮຽນຂອງຊາວກະສິກອນ ຊ່າງຫັດ ຖະກຳ ຄອບຄົວຕົວແບບ ຄອບຄົວ ຜູ້ຜະລິດສິນຄ້າຕ່າງໆ ພາຍໃນເມືອງ ແລະ ຕາງເມືອງ ທາງດ້ານເຕັກນິກ ແລະ ການຄ້າຂາຍ ໃຫ້ເປັນຂະບວນການຢ່າງກວ້າງ ຂວາງ ແລະ ກໍເປັນການການສະຫຼຸບຜົນການຜະລິດປະຈໍາປີຂອງຊາວເມືອງນາຊາຍທອງ.

ພິ​ທີ​ເປີດ​ງານຈັດຂຶ້ນວັນທີ 10 ກຸມພາ 2023 ທີ່ບ້ານແຈ້ງສະຫວ່າງ ເຂົ້າຮ່ວມມີ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນະຄອນຫຼວງວຽງຈັນ ທ່ານ ວຽງຄຳ ສີ ຫາໂຄດ ເຈົ້າເມືອງນາຊາຍທອງ ພ້ອມ ຫົວໜ້າຮອງຫົວໜ້າພະແນກການ ແລະ ນາຍ ບ້ານເຂົ້າຮ່ວມ ເຊິ່ງ​ງານ​ດັ່ງ​ກ່າວ​ຈະ​ຈັດ​ໄປ​ເຖິງວັນ​ທີ 16 ກຸມ​ພາ 2023.

ສຳລັບ ງານຕະຫຼາດນັດວາງສະແດງ ຂາຍສິນຄ້າກະສິກຳ ຫັດຖະກຳ ແລະ ອຸດສາຫະກຳ ຄັ້ງທີ 2ປະຈຳປີ 2023 ໂດຍມີບັນດາ ຫ່າງຮ້ານຕ່າງໆເຂົ້າຮ່ວມວາງສະແດງ ແລະ ຂາຍສິນຄ້າຈຳນວນ 348 ບ້ານ ເມື່ອທຽບໃສ່ຊຸມປີຜ່ານມາ ເຫັນວ່າບັນດາທາງ ຮ້ານເຂົ້າຮ່ວມວາງສະແດງ ແລະ ຂາຍສີນຄ້າປະເພດຕ່າງໆ ແມ່ນເພີ່ມຂື້ນ 0,8 % ແລະ ມູນຄ່າລວມຂອງສິນຄ້າ 8.050.763.600 ກີບ ຖ້າທຽບໃສ່ປີ 2020 ແມ່ນເພີ່ມຂຶ້ນ 13% ຄາດວ່າລາຍຮັບຈາກການຂາຍສີນຄ້າໃນງານຕະຫຼາດນັດ ປີນີ້ ຈະມີມູນຄ່າເພີ່ມຂຶ້ນ

error: Content is protected !!