ນັກກີລາລອຍນ້ຳຄົນພິການ ນະຄອນຫຼວງວຽງຈັນ (ນວ) ຍາດມາໄດ້ 9 ຫຼຽນຄຳ 5 ຫຼຽນເງິນ ແລະ 5 ຫຼຽນທອງ ຂຶ້ນເປັນແນດັບ 1 ໃນການແຂ່ງຂັນ ກີລາຄົນພິການແຫ່ງຊາດລາວ ຄັ້ງທີ 3 ຫຼື ຊຽງຂວາງ ພາຣາເກມ 2023.

ກີລາລອຍນໍ້າ ມາແຂ່ງຂັນທີ່ສະລອຍນໍ້າແຫ່ງຊາດ ເຂດສະໜາມກີລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ ແຂ່ງຂັນໃນວັນທີ 8-10 ກຸ່ມພາ 2023 ຊີງໄຊທັງໝົດ 35 ຫຼຽນຄຳ ໃນນັ້ນປະກອບມີ ຍິງ 7 ລາຍການ ຊາຍ 28 ລາຍການ ມີນັກກີລາ ເຂົ້າຮ່ວມ 29 ຄົນ ຍິງ 5 ຄົນ ທີ່ມາຈາກ 10 ພາກສ່ວນຄື: ນະຄອນຫຼວງວຽງຈັນ ແຂວງເຊກອງ ແຂວງຊຽງຂວາງ ສະຫວັນ ນະເຂດ ບໍລິຄຳໄຊ ອັດຕະປື ອຸດົມໄຊ ຫຼວງພະບາງ ຜົ້ງສາລີ ແລະ ແຂວງຄຳມ່ວນ.

ຜ່ານການແຂ່ງຂັນ ອັນດັບທີ 1 ນະຄອນຫຼວງ ຄອງເຈົ້າຫຼຽນຄຳ ກວາດ 9 ຫຼຽນຄຳ 5 ຫຼຽນເງິນ ແລະ 5 ຫຼຽນທອງ ລວມ 19 ຫຼຽນ ອັນດັບທີ 2 ແຂວງເຊກອງ ໄດ້ 6 ຫຼຽນຄຳ 8 ຫຼຽນເງິນ 4 ຫຼຽນທອງ ອັນດັບທີ 3 ແຂວງຊຽງຂວາງ ເຈົ້າພາບ ໄດ້ 4 ຫຼຽນຄຳ 2 ຫຼຽນເງິນ 1 ຫຼຽນທອງ ອັນດັບທີ 4 ຮ່ວມ ແຂວງສະຫວັນນະເຂດ ແລະ ບໍລິຄຳໄຊ ໄດ້ 4 ຫຼຽນຄຳ 2 ຫຼຽນເງິນ ອັນດັບທີ 6 ແຂວງອັດຕະປື ໄດ້ 2 ຫຼຽນຄຳ 3 ຫຼຽນເງິນ 4 ຫຼຽນທອງ ອັນດັບທີ 7 ແຂວງອຸດົມໄຊ 2 ຫຼຽນຄຳ 3 ຫຼຽນເງິນ 3 ຫຼຽນທອງ ອັນດັບທີ 8 ແຂວງຫຼວງພະບາງ 2 ຫຼຽນຄຳ 1 ຫຼຽນທອງ ອັນດັບທີ 9 ຜົ້ງສາລີ 1 ຫຼຽນຄຳ 3 ຫຼຽນເງິນ 2 ຫຼຽນ ທອງ ອັນດັບທີ 10 ແຂວງຄຳມ່ວນ ໄດ້ 1 ຫຼຽນຄຳ 2 ຫຼຽນເງິນ 1 ຫຼຽນທອງ.