ໃນໂອກາດທີ່ເດີນທາງເຂົ້າຮ່ວມກອງປະຊຸມຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຄັ້ງທີ 8 ຢູ່ແຂວງຫຼວງພະບາງ ວັນທີ 22 ມິຖຸນາ 2020 ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ຫົວໜ້າຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ພ້ອມຄະນະ ກໍໄດ້ໄປຢ້ຽມຢາມ ແລະ ຊຸກຍູ້ການກໍ່ສ້າງທາງລົດໄຟໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຢູ່ຈຸດຂົວຂ້າມນໍ້າຂອງ ນະຄອນຫຼວງພະບາງ ໂດຍມີທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ຮອງຫົວໜ້າຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ (ຜູ້ປະຈໍາການ) ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານຮອງນາຍົກລັດຖະມົນຕີ ພ້ອມຄະນະ ກໍໄດ້ຮັບຟັງການລາຍງານວ່າ: ການກໍ່ສ້າງຂອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຢູ່ຈຸດຂົວຂ້າມແມ່ນໍ້າຂອງ ນະຄອນຫຼວງພະບາງ ເປັນຂົວຂ້າມແມ່ນໍ້າທີ່ຍາວທີ່ສຸດໃນໂຄງການ ຍາວ 1.485 ແມັດ ເຊິ່ງສ້າງສໍາເລັດໃນເດືອນຕຸລາ 2019 ເຊື່ອມຕໍ່ລະຫວ່າງອຸໂມງສະນົກ ພູຫວດ ເມືອງຈອມເພັດ ແລະ ອຸໂມງຜ່າບ່ອງ ນະຄອນຫຼວງພະບາງ.

ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ແຕ່ຊາຍແດນ ລາວ-ຈີນ ຫານະຄອນຫຼວງວຽງຈັນ ຜ່ານແຂວງຫຼວງພະບາງ 80 ກິໂລແມັດ ຜ່ານ 2 ເມືອງ 1 ນະຄອນ 28 ບ້ານ ມີສະຖານີ 6 ແຫ່ງ ໃນນີ້ສະຖານີໃຫຍ່ 1 ແຫ່ງ ຢູ່ນະຄອນຫຼວງພະບາງ ຂົວ 33 ແຫ່ງ ໃນນີ້ຂົວຂ້າມນໍ້າຂອງ 1 ແຫ່ງ ຂົວຂ້າມນໍ້າຄານ 3 ແຫ່ງ ອຸໂມງ 23 ແຫ່ງ ອັດຕາສ່ວນຂົວ ແລະ ອຸໂມງກວມເອົາ 83,69% ຂອງໄລຍະທາງທັງໝົດ ປັດຈຸບັນໄດ້ກໍ່ສ້າງສະຖານີ 5 ແຫ່ງ ຍັງ 1 ແຫ່ງ ຂົວນ້ອຍໃຫຍ່ 33 ແຫ່ງ ສໍາເລັດການກໍ່ສ້າງແລ້ວຈໍານວນໜຶ່ງ ບາງຈໍານວນກໍາລັງກ່າຍຂາງຂົວ ອຸໂມງ 23 ແຫ່ງ ເຈາະຊອດແລ້ວ 17 ແຫ່ງ ສໍາລັບວຽກງານໄກ່ເກ່ຍ ເວນຄືນ ແລະ ຊົດເຊີຍປະຊາຊົນທີ່ໄດ້ຮັບຜົນກະທົບ ໄດ້ສໍາເລັດການເກັບກໍາຂໍ້ມູນຜົນກະທົບຕາມແລວທາງ ແລະ ສະຖານີທັງໝົດ ພ້ອມທັງໄກ່ເກ່ຍທີ່ດິນກັບປະຊາຊົນ ແລະ ມອບທີ່ດິນໃຫ້ບໍລິສັດຮັບຜິດຊອບກໍ່ສ້າງດໍາເນີນການກໍ່ສ້າງສຳເລັດ 100%.
ໂອກາດນີ້ ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບທີ່ໄດ້ເອົາໃຈໃສ່ໃນການກໍ່ສ້າງ ເຮັດໃຫ້ການກໍ່ສ້າງດໍາເນີນໄປຢ່າງຄ່ອງແຄ້ວ ແລະ ສໍາເລັດຕາມຄາດໝາຍ.
# ຂ່າວ & ພາບ : ສະບາໄພ