ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຊັນປຶ້ມ ໄຫວ້ອາໄລຕໍ່ເຫດການແຜນດິນໄຫວຮຸນແຮງ ທີ່ ປະ ເທດຕວັກກີ

ໃນວັນທີ 9 ກຸມພາ 2023 ທີ່ສະຖານເອກອັກຄະລັດຖະທູດຕວັກກີ້ ປະຈຳ ສປປ ລາວ ທ່ານ ບຸນເຫຼືອ ພັນດານຸວົງ ຮອງ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະ ເຂົ້າຮ່ວມເຊັນປຶ້ມໄຫວ້ອາໄລ ຕໍ່ເຫດການແຜ່ນດິນໄຫວ ຢູ່ ແຂວງກາຊຽນເທັບ ປະເທດຕວັກກີ.

ເນື້ອໃນປື້ມໄຫວ້ອາໄລໄດ້​ລະ​ວ່າ: ພວກຂ້າພະເຈົ້າ ຮູ້ສຶກໂສກເສົ້າເສຍໃຈທີ່ຮັບຊາບກ່ຽວກັບເຫດການແຜ່ນດິນໄຫວທີ່ ຮຸນແຮງທີ່ໄດ້ເກີດຂຶ້ນຢູ່ ແຂວງກາຊຽນເທັບ ຂອງ ຕວັກກີ ໃນວັນທີ 6 ກຸມພາ 2023 ໂດຍຕາໜ້າໃຫ້ກະຊວງການຕ່າງ ປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າ ຂໍສະແດງຄວາມ ເສົ້າສະຫຼົດໃຈຢ່າງສຸດຊຶ້ງ ແລະ ສະແດງຄວາມເຫັນໃຈຢ່າງເລິກເຊິ່ງມາຍັງທ່ານທູດ ແລະ ຜ່ານທ່ານທູດ ໄປຍັງ ລັດຖະບານ ແລະ ປະຊາຊົນ ສາທາລະນະລັດຕວັກກີ ໂດຍສະເພາະ ແມ່ນຄອບຄົວຂອງຜູ້ປະສົບເຄາະຮ້າຍຈາກຜົນກະທົບຂອງໄພພິ ບັດທຳມະຊາດທີ່ຮຸນແຮງນີ້.

ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມປີຊາສາມາດຂອງການນຳພາ ແລະ ຄວາມພະຍາຍາມຢ່າງເຕັມທີ່ຂອງລັດຖະບານ ປະຊາຊົນ ຕວັກກີ ຈະສາມາດຜ່ານຜ່າໄພພິບັດທຳມະຊາດນີ້ໄດ້ ແລະ ຟື້ນຟູພື້ນທີ່ ທີ່ໄດ້ຮັບຜົນກະທົບ ໃຫ້ກັບຄືນສູ່ສະ

ພາບປົກກະຕິໄດ້ໂດຍໄວ.

error: Content is protected !!