ສນຊ ພັດທະນາ App Lao Bud ເຜີຍແຜ່ຜົນງານການເຄື່ອນໄຫວ ອພສ

    ໃນວັນທີ 9 ກຸມພາ 2023 ກົມສາສະໜາ ສູນກາງແນວລາວສ້າງຊາດ (ສນຊ) ຈັດກອງປະຊຸມກ່ຽວກັບການຜ່ານລະບົບ ຂອງແອັບພຸດທະສາສະໜາ ແຫ່ງ ສປປ ລາວ (App Lao Bud) ໂດຍການເປັນປະທານ ຂອງ ທ່ານ ຈັນເພັງ ສຸດທິວົງ ຮອງປະທານ ສນຊ ທ່ານ ຄະນອງລິດ ສີສົມບູນ ຫົວໜ້າກົມສາສະໜາ ສນຊ ມີຄະນະຮັບຜິດຊອບພັດທະນາແອັບ ຈາກສູນກາງ ອົງການພຸດທະສາສະໜາສຳພັນລາວ (ອພສ) ສນຊ ແລະ ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ເຂົ້າຮ່ວມ.

    ການພັດທະນາ App Lao Bud ເພື່ອເປັນການປະກອບສ່ວນຊ່ວຍເຜີຍແຜ່ວັດທະນະທໍາ ຮີດຄອງປະເພນີອັນດີງາມ ຂອງພຸດທະສາສະໜາ ເປັນຕົ້ນແມ່ນການໄຫວ້ພະ ຟັງທຳ ສຶກສາທໍາມະ ຂໍ້ມູນກ່ຽວກັບສາສະໜາພຸດ ແລະ ຜົນງານການເຄື່ອນໄຫວຕ່າງໆ ຂອງ ອພສ ໂດຍຜ່ານລະບົບສື່ອອນລາຍ ສູ່ສັງຄົມໃຫ້ກວ້າງຂວາງຂຶ້ນກວ່າເກົ່າ.

    ກອງປະຊຸມຄັ້ງນີ້ ແມ່ນເປັນການປະກອບຄຳຄິດຄຳເຫັນແລກປ່ຽນ ຕໍ່ກັບລະບົບຂອງ App Lao Bud ເພື່ອຮ່ວມກັນປັບປຸງແກ້ໄຂ ແອັບດັ່ງກ່າວໃຫ້ມີຄວາມອຸດົມສົມບູນ ແລະ ເປັນຄັ້ງສຸດທ້າຍ ກ່ອນຈະເປີດນຳໃຊ້ແອັບຢ່າງເປັນທາງການໃນໄວໆນີ້.

error: Content is protected !!