ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເອົາໃຈໃສ່ບັນດາໜ້າວຽກ ນັບແຕ່ການກໍ່ສ້າງພະນັກງານ ສ້າງນິຕິກຳ ຂຶ້ນແຜນວຽກ ເພື່ອໃຫ້ສອດຄ່ອງກັບການພັດທະນາ ວິໄສທັດ ຍຸດຖະສາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ.


ໃນໂອກາດທີ່ ທ່ານ ສອນໄຊ ສີພັນດອນ ໄດ້ເຂົ້າຮ່ວມໃນພິທີປິດກອງປະຊຸມສະຫຼຸບການວຽກງານຂະແໜງຊັບພະຍາ ກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ປະຈຳປີ 2022 ແລະ ທິດທາງແຜນການ ປະຈຳປີ 2023 ຈັດຂຶ້ນວັນທີ 10 ກຸມພາ 2023 ທີ່ສູນ ITCT ທ່ານໄດ້ສະແດງຄວາມຊົມເຊີຍຕໍ່ການຈັດຕັ້ງວຽກງານໃນໄລຍະຜ່ານມາ ເຊິ່ງມີຫຼາຍດ້ານໄດ້ຮັບການພັດທະນາ ເພື່ອເຮັດໃຫ້ຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສືບຕໍ່ພັດທະນາ ທ່ານໄດ້ເນັ້ນບາງບັນຫາສຳຄັນເຊັ່ນ: ການກໍ່ສ້າງພະນັກງານໃຫ້ເປັນມືອາຊີບເພື່ອຮັບປະກັນການເຄື່ອນໄຫວໃນແຕ່ລະດ້ານຢ່າງມີປະສິດທິຜົນ ສາມາດເຊື່ອມ ສານກັບສາກົນ ກວດກາຄືນບັນດາກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍຂອງຂະແໜງ ຊສ ໃຫ້ເໝາະສົມ ອັນໃດທີ່ເປັນບູລິ ມະສິດກໍ່ຕ້ອງຮີບຮ້ອງສ້າງເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານໄລຍະໃໝ່ ກໍານົດ ແລະ ຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານຂອງຂະແໜງ ຊສ ທັງໃນໄລຍະສັ້ນ ແລະ ໄລຍະຍາວໂດຍສອດຄ່ອງກັບວິໄສທັດ ຍຸດທະສາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດແຕ່ລະໄລຍະ.
ພ້ອມທັງຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດເພື່ອຮັບປະກັນການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ເອົາໃຈໃສ່ ຕິດຕາມກວດກາໂຄງການເຊົ່າ-ສໍາປະທານທີ່ດິນຂອງລັດໂດຍສະເພາະການຫັນ ການຄຸ້ມຄອງໂຄງການເຊົ່າ-ສໍາປະທານ ທີ່ດິນຂອງລັດເປັນທັນສະໄໝດ້ວຍການກວດກາຄືນຂອບເຂດເນື້ອທີ່ດິນຂອງໂຄງການເຊົ່າ-ສໍາປະທານ ແລະ ດໍາເນີນການ ສໍາຫຼວດວັດແທກເນື້ອທີ່ດິນຄືນເປັນທັນສະໄໝເພື່ອສາມາດກວດກາເນື້ອທີ່ດິນແຕ່ລະໂຄງການໄດ້ງ່າຍ ແລະ ສອດ ຄ່ອງກັບ ແຜນຈັດສັນທີ່ດິນ ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານ.
ເອົາໃຈໃສ່ປະຕິບັດເປົ້າໝາຍຂອງແຜນພັດທະນາເສດຖະ ກິດ-ສັງຄົມ ເອົາໃຈໃສ່ແກ້ໄຂບັນຫາຂໍ້ຂັດແຍງທາງດ້ານທີ່ດິນ ການ ອອກໃບຕາດິນຊັກຊ້າ ຊໍ້າຊ້ອນ ການນຳໃຊ້ທີ່ດິນແຕ່ລະປະເພດ ການຕິດຕາມກວດກາໂຄງການແຮ່ທົດລອງ ແລະ ໂຄງການ ຂຸດຄົ້ນແຮ່ທາດ ພ້ອມນັ້ນກໍໃຫ້ປະເມີນຕີລາຄາບັນດາຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມທີ່ເກີດຈາກກິດຈະກໍາຕ່າງໆ ກໍານົດມາດຕະການແກ້ໄຂໃຫ້ທັນກັບສະພາບການ ຊຸກຍູ້ການສ້າງຕົວເມືອງ ຂຽວ ສະອາດ ງາມຕາ ແລະ ການສ້າງຕົວເມືອງ ຍືນຍົງໃຫ້ເປັນຮູບປະທໍາຫຼາຍຂຶ້ນ.