ສັງທອງຍົກລະດັບວິຊາການໃຫ້ອຳນາດການປົກຄອງພາຍໃນເມືອງ

    ວັນທີ 9 ກຸມພາ 2023 ໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບອົງການປົກຄອງເມືອງສັງທອງ ຈັດຕັ້ງເຝິກອົບຮົມທິດສະດີການເມືອງ ແລະ ການປົກຄອງຫຼັກສູດໄລຍະສັ້ນໃຫ້ຄະນະພັກ-ອົງການປົກຄອງບ້ານ ຊຸດທີ II ທີ່ເມືອງສັງທອງ ມີທ່ານ ພົນຈັດຕະວາ ໄພວັນ ຈັນທະພົມມາ ຫົວໜ້າການເມືອງ ກອງບັນຊາການທະຫານ  ນວ ທ່ານນາງ ວຽງພອນ ແກ້ວຄູນສີ ຫົວ ໜ້າໂຮງຮຽນການເມືອງ ແລະ ການປົກຄອງ ນວ ທ່ານ ພົງສະຫວັນ ສີລິພັນ ເຈົ້າເມືອງສັງທອງ ພ້ອມດ້ວຍອຳນາດການປົກຄອງບ້ານເຂົ້າຮ່ວມ.

   ບັນດາສຳມະນາກອນທີ່ເຂົ້າຮ່ວມເຝິກອົບຮົມຄັ້ງນີ້ມາຈາກ 34 ບ້ານອ້ອມຂ້າງເມືອງສັງທອງ ມີ 61 ທ່ານ ຍິງ 8 ທ່ານ ໂດຍຈະໄດ້ດຳເນີນຮຽນຕາມໂຄງການຫຼັກສູດເຝິກອົບຮົມທິດສະດີການເມືອງ ແລະ ການປົກຄອງຫຼັກສູດເລຂາພັກບ້ານ ນາຍບ້ານ ມີ 26 ບົດຄື: ພັດທະນາປະເທດຊາດຕາມທິດສັງຄົມນິຍົມຢູ່ປະເທດເຮົາ ພັດທະນາເສດຖະກິດຢູ່ຂັ້ນບ້ານ ສ້າງສະຕິກົດໝາຍໃຫ້ປະຊາຊົນຢູ່ຂັ້ນບ້ານ ສ້າງຄວາມສາມັກຄີໃຫ້ໜັກແໜ້ນຢູ່ພາຍໃນບ້ານ ບົດບາດຂອງພັກປະຊາຊົນປະຕິວັດລາວໃນປັດຈຸບັນ ສ້າງໜ່ວຍພັກຮາກຖານບ້ານໃຫ້ປອດໃສເຂັ້ມແຂງໜັກແໜ້ນ 4 ດ້ານ ຍົກສູງຄຸນນະພາບຂອງສະມາຊິກພັກ ແລະ ວຽກງານຂະຫຍາຍພັກ ຢູ່ຮາກຖານບ້ານ ຄວາມຮັບຜິດຊອບຂອງພະນັກງານນຳພາ-ຄຸ້ມຄອງ ຕໍ່ການປະຕິບັດໜ້າທີ່ການເມືອງຢູ່ຮາກຖານບ້ານ  ການນຳພາຂອງໜ່ວຍພັກບ້ານຕໍ່ການສ້າງເສດຖະກິດຄອບຄົວ ການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ວຽກງານຕິດຕາມກວດກາພັກ ວຽກງານຄຸ້ມຄອງພົນລະເມືອງຢູ່ພາຍໃນບ້ານ ຕ້ານປະກົດການຫຍໍ້ທໍ້ໃນສັງຄົມທີ່ເກີດຂຶ້ນຢູ່ຂັ້ນບ້ານ ການພັດທະນາວຽກງານສຶກສາ ແລະ ສາທາລະນະສຸກຢູ່ຂັ້ນບ້ານ ວຽກງານຍຸຕິທຳຮາກຖານ ແລະ ການສ້າງບ້ານປອດຄະດີ ການສ້າງຄອບຄົວ ແລະ ບ້ານວັດທະນະທຳ ຄວາມຮູ້ພື້ນຖານກ່ຽວກັບກົດໝາຍວ່າດ້ວຍກະສິກຳ-ປ່າໄມ້ ຄຸ້ມຄອງການນຳໃຊ້ທີ່ດິນຂອງບ້ານ ແລະ ການສ້າງແຜນພັດທະນາບ້ານ ການສ້າງບົດສະຫຼຸບ ບົດລາຍງານການເຄື່ອນໄຫວຂອງບ້ານ.

error: Content is protected !!