ນັກທຸລະກິດຈີນ ສຶກສາຄວາມເປັນໄປໄດ້ 3 ໂຄງການຢູ່ແຂວງໄຊສົມບູນ

    ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການສຶກສາສໍາຫຼວດຂໍ້ມູນທາງດ້ານນໍ້າມັນ ແລະ ອາຍແກັດທຳມະຊາດ ໂຄງ ການສຶກສາສຳຫຼວດຄວາມເປັນໄປໄດ້ໃນການລົງທຶນສົ່ງເສີມປູກພືດອິນຊີຂອບເຂດ 5 ເມືອງຂອງແຂວງໄຊສົມບູນ ແລະ ໂຄງການສຶກສາສຳຫຼວດຄວາມເປັນໄປໄດ້ໃນການລົງທຶນສົ່ງເສີມການປູກ  ການອະນຸຮັກ  ແລະ  ປຸງແຕ່ງໃບຊາປ່າ (ຊາໝ້ຽງ) ຢູ່ບ້ານໜອງພູນໄຊ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ຈັດຂຶ້ນວັນທີ 23 ມິຖຸນາ 2020 ທີ່ແຂວງໄຊສົມບູນ ຮ່ວມລົງນາມ ຕາງໜ້າອົງການປົກຄອງແຂວງໂດຍທ່ານ ຈັນທະໜອມ ວົງສົມຈິດ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງໄຊສົມບູນ ແລະ ຕາງໜ້າບໍລິສັດໂດຍທ່ານ ຍິງຈີນຊຽງ ປະທານບໍລິສັດ ເຮັດບີການຄ້າ ຂາອອກ-ຂາເຂົ້າ ຈຳກັດ ມີທ່ານ ພົນຕີ ຄຳລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ ທ່ານ ຈັນທະບູນ ລັດຕະນະວົງ ຮອງຫົວໜ້າຫ້ອງວ່າການສູນກາງພັກ ຫົວໜ້າຄະນະຊ່ວຍວຽກພັດທະນາເຂດຈຸດສຸມໃຈກາງ ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ບັນດາການນຳແຂວງ ພະນັກງານທີ່ກ່ຽວຂ້ອງຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.

ສຶກສາຄວາມເປັນໄປໄດ້ 3 ໂຄງການຢູ່ແຂວງໄຊສົມບູນ

    ໂດຍເຫັນແຂວງໄຊສົມບູນມີທ່າແຮງທາງດ້ານທຳມະຊາດ ຊັບພະຍາກອນອັນອຸດົມສົມບູນ ອາກາດເໝາະສົມສຳລັບການດຳເນີນກິດຈະການປູກຝັງ-ລ້ຽງສັດ ແລະ ການທ່ອງທ່ຽວ ກຸ່ມບໍລິສັດຊາງຕົງຫົງເປັນພະລັງງານຈຳກັດ ສປ ຈີນ ໄດ້ສະເໜີເຈດຈຳນົງຂໍມາລົງທຶນຢູ່ແຂວງໄຊສົມບູນ ໂດຍໄດ້ຮັບສະເໜີສ້າງຕັ້ງບໍລິສັດເຮັດບີການຄ້າຂາເຂົ້າ-ຂາອອກ ຈຳ ກັດ ວັນທີ 30 ຕຸລາ 2019 ດ້ວຍທຶນຈົດພທະບຽນທັງໝົດ 20 ຕື້ກີບ ໃນຮູບແບບວິສາຫະກິດບໍລິສັດຈຳກັດ ເຊິ່ງເປັນການລົງທຶນຂອງຕ່າງປະເທດໂດຍກົງ ເຊິ່ງໂຄງການທີ່ກຸ່ມບໍລິສັດໄດ້ລົງທຶນພັດທະນາ ມີ 3 ກິດຈະການໃຫຍ່ຄື: ໂຄງການສຳຫຼວດ ຊອກຄົ້ນນ້ຳມັນ ແລະ ອາຍແກັດທຳມະຊາດໃນຂອບເຂດພື້ນທີ່ແຂວງໄຊສົມບູນ ໂຄງການສົ່ງເສີມການປູກອະນຸຮັກ ແລະ ປຸງແຕ່ງພັດທະນາຜະລິດຕະພັນຊາປ່າ (ໃບໝ້ຽງ) ຢູ່ບ້ານໜອງພູນໄຊ ເມືອງລ້ອງແຈ້ງ ແລະ ໂຄງການສົ່ງເສີມການປູກພືດອິນຊີ ໂດຍນຳໃຊ້ເຕັກໂນໂລຊີທາງຊີວະພາບແບບປະສົມປະສານໃນຂອບເຂດ 5 ເມືອງຂອງແຂວງໄຊສົມບູນ.

ສຶກສາຄວາມເປັນໄປໄດ້ 3 ໂຄງການຢູ່ແຂວງໄຊສົມບູນ

 # ຂ່າວ & ພາບ : ສົມສະຫວັນ

error: Content is protected !!