ຢູນິກເທັກ ຊະນະເລີດ ການສະໜອງອຸປະກອນ-ບໍລິການວຽກງານສຳຫຼວດທີ່ນຳໃຊ້ນະວັດຕະກໍາທີ່ທັນສະໄໝທີ່ສຸດ

     ບໍລິສັດ UNIQTEK ໄດ້ຮັບລາງວັນຊະນະເລີດ International Finance Awards 2022 ການສະໜອງອຸປະກອນ-ການໃຫ້ບໍລິການວຽກງານສຳຫຼວດທີ່ນຳໃຊ້ນະວັດຕະກຳທີ່ທັນສະໄໝລ່າສຸດ ລາງວັນທີ່ມອບໃຫ້ໃນຂະແໜງທຸລະກິດທີ່ດີເດັ່ນ ພາວະຄວາມເປັນຜູ້ນຳຂອງຜູ້ບໍລິຫານ, ຜົນປະກອບການ ແລະ ຄວາມສາມາດຂອງພະນັກງານໃນການດຳເນີນທຸລະກິດໃນລະດັບເວທີສາກົນ.

ລາງວັນດັ່ງກ່າວໄດ້ຮັບຫຼັງຈາກພິຈາລະນາຢ່າງລະອຽດຮອບຄອບ ໂດຍທີມງານທີ່ມີຄຸນວຸດທິດ້ານການປະເມີນ ແລະ ຄົ້ນຄວ້າໃນຂະການແໜງທີ່ກ່ຽວຂ້ອງ ຜູ້ຊະນະຈະໄດ້ຮັບການປະກາດໂດຍພິຈາລະນາຈາກຈຸດແຂງຂອງຂໍ້ມູນຈາກເອກະສານອ້າງອີງຂອງຜູ້ສະໝັກທີ່ຖືກຄັດເລືອກ ແລະ ຜົນສໍາເລັດທີ່ຜ່ານມາ ເຊິ່ງບໍລິສັດ ຢູນິກເທັກ ຈຳກັດ ແມ່ນໜຶ່ງຫົວໜ່ວຍທຸລະກິດ ທີ່ໄດ້ຮັບລາງວັນຈາກ International Finance Awards ໃນດ້ານການສະໜອງອຸປະກອນ ແລະ ໃຫ້ບໍລິການວຽກງານສຳຫຼວດທີ່ນຳໃຊ້ນະວັດຕະກໍາທີ່ທັນສະໄໝທີ່ສຸດ.

International Finance ແມ່ນວາລະສານຊັ້ນນຳລະດັບໂລກ ໃນດ້ານທຸລະກິດ ແລະ ການເງິນ ທີ່ຈັດພິມໂດຍ International Finance Publications Limited ຈາກປະເທດອັງກິດ ເຊິ່ງຈະເນັ້ນການນຳສະເໜີຂ່າວ ບົດວິເຄາະເຈາະເລິກ ບົດສຳພາດຈາກຜູ້ຊ່ຽວຊານ ນັກວິເຄາະອິດສະລະ ແລະ ນັກຂຽນ ໃນດ້ານອຸດສະກຳຂະແໜງການຕ່າງໆທີ່ກ່ຽວຂ້ອງ ໂດຍແນໃສ່ໃນຕະຫຼາດພາກພື້ນທີ່ພົ້ນເດັ່ນ ແລະ ຂົງເຂດເອີຣົບ ເປົ້າໝາຍຂອງທີມງານບັນນາທິການ ແມ່ນເພື່ອເນັ້ນໜັກ ແລະ ລົງເລິກທາງດ້ານເສດຖະກິດ ການພັດທະນາທຸລະກິດ ແລະ ການມີສ່ວນຮ່ວມ ໃນການໃຫ້ຂໍ້ມູນຂ່າວສານ ເພື່ອເຊື່ອມໂຍງຜູ້ນໍາທາງດ້ານທຸລະກິດ ຜູ້ບໍລິຫານ ນັກລົງທຶນ ແລະ ບໍລິສັດຕ່າງໆ ດ້ວຍການນຳສະເໜີຂໍ້ມູນທີ່ຖືກຕ້ອງສະເໝີມາ.

ສຳລັບບໍລິສັດ UNIQTEK ເປັນບໍລິສັດແຖວໜ້າໃນ ສປປ ລາວ ທີ່ຊ່ຽວຊານໃນລະບົບຂໍ້ມູນຂ່າວສານດ້ານພູມສາດ ແລະ ສາລະສົນເທດ ລະບົບດາວທຽມນຳທາງ Global Navigation Satellite System (GNSS) ສະໜອງ ແລະ ບໍລິການດ້ານເຕັກໂນໂລຊີການສຳຫຼວດທີ່ນຳໃຊ້ນະວັດຕະກຳທີ່ທັນສະໃໝ່ GIS ລະບົບອຸຕຸນິຍົມ ແລະ ອຸທົກກະສາດອຸປະກອນວຽກງານດ້ານສິ່ງແວດລ້ອມ ແລະ ວິສະວະກຳໄຟຟ້າ ເປັນບໍລິສັດຂອງຄົນລາວ ຮ້ອຍເປີເຊັນ ທີ່ສ້າງຕັ້ງຂຶ້ນພາຍໃຕ້ກົດໝາຍຂອງ ສປປ ລາວ.

ສ່ວນພິທີມອບລາງວັນດັ່ງກ່າວແມ່ນຈັດຂຶ້ນໃນວັນທີ 3 ກຸມພາ 2023 ທີ່ຜ່ານມາທີ່ Waldorf Astoria Bangkok ປະເທດໄທ ຂຶ້ນຮັບລາງວັນຄັ້ງນີ້ແມ່ນ ທ່ານ ຈັນດາວົງ ສຸດທິທຳ ປະທານບໍລິສັດ ຢູນິເທັກ ຈຳກັດ.

error: Content is protected !!