ປະເມີນເສດຖະກິດມະຫາພາກ ຕາມພັນທະມາດຕາ IV ຂອງ IMF

ກອງປະຊຸມສະຫຼຸບຜົນການປະເມີນສະພາບເສດຖະກິດຂອງ ສປປ ລາວ ຕາມພັນທະມາດຕາ IV ຂອງປະເທດສະມາຊິກ IMF ປະຈໍາປີ 2022 (Article IV Consultation) ຈັດຂຶ້ນວັນທີ 7 ກຸມພາ 2023 ທີ່ທະນາຄານແຫ່ງ ສປປ ລາວ (ທຫລ) ເປັນປະທານຂອງ ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການ ທຫລ ມີ ທ່ານ ອາເລສແດຣ໌ ສະກ໋ອດ (Alasdair Scott) ຫົວໜ້າຄະນະປະເມີນກອງທຶນການເງິນສາກົນ (IMF) ພ້ອມຄະນະ ແລະ ຕາງໜ້າຈາກກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ.

ການປະເມີນເສດຖະກິດມະຫາພາກ ຕາມພັນທະມາດຕາ IV ຂອງ IMF ເເມ່ນພັນທະຂອງ ສປປ ລາວ ໃນນາມປະເທດສະມາຊິກ ເພື່ອໃຫ້ການຮ່ວມມື ແລະ ອໍານວຍຄວາມສະດວກໃຫ້ຄະນະວິຊາການ IMF ມາຕິດຕາມ ແລະ ປະເມີນສະພາບຄວາມຄືບໜ້າການພັດທະນາເສດຖະກິດໃນທຸກໆປີ ພາຍຫຼັງການປະເມີນທາງ IMF ຈະໄດ້ມີການເຜີຍເເຜ່ບົດປະເມີນໃຫ້ແກ່ພາຍນອກ ເປັນຕົ້ນເເມ່ນນັກລົງທຶນ ແລະ ຄູ່ຮ່ວມພັດທະນາ ຜ່ານທາງ Website ຂອງ IMF ເພື່ອໃຫ້ສາມາດກໍາໄດ້ສະພາບການພັດທະນາເສດຖະກິດ ບັນດາຄວາມສ່ຽງ ແລະ ເເນວໂນ້ມເສດຖະກິດຂອງເເຕ່ລະປະເທດ.

ພິເສດ ສໍາລັບການປະເມີນໃນປີນີ້ ທ່ານ Kenji Okumura ຮອງຜູ້ອໍານວຍການໃຫ່ຍ IMF ຈະໄດ້ເດີນທາງມາຮ່ວມເຂົ້າຢ້ຽມຄ່ຳນັບການນໍາຂັ້ນສູງຂອງສປປ ລາວ ເພື່ອລາຍງານຜົນການປະເມີນເສດຖະ ກິດ ສປປ ລາວ ຮ່ວມກັບຄະນະວິຊາການຂອງຕົນ ເຊິ່ງເປັນປີທໍາອິດທີ່ການນໍາຂັ້ນສູງຂອງ IMF ເຂົ້າຮ່ວມຂະບວນການປະເມີນດັ່ງກ່າວ ທີ່ສປປ ລາວ ແລະ ເປັນບາດກ້າວທີ່ສໍາຄັນຂອງການພົວພັນຮ່ວມມືຂອງທັງສອງຝ່າຍ.

error: Content is protected !!