ຫວນຄືນມູນເຊື້ອວັນສ້າງຕັ້ງກໍາມະບານລາວ ຄົບຮອບ 67 ປີ

ສະຫະພັນກໍາມະບານເມືອງນາຊາຍທອງ ສົມທົບກັບອົງການປົກຄອງເມືອງນາຊາຍທອງ ຈັດກອງປະຊຸມ ປາຖະກະຖາ ເລົ່າມູນເຊື້ອວັນສ້າງຕັ້ງກໍາມະບານລາວ ຄົບຮອບ 67 ປີ (1.2.1956-1.2.2023) ສະຫຼຸບວຽກງານປະຈໍາປີ 2022 ແລະ ວາງທິດທາງແຜນການປີ 2023 ຂອງກໍາມະບານ ເມືອງນາຊາຍທອງ ຈັດຂຶ້ນວັນທີ 8 ກຸມພາ 2023 ທີ່ສະໂມສອນເມືອງນາຊາຍທອງ ນະຄອນຫຼວງວຽງຈັນ (ນວ) ໂດຍມີທ່ານ ບຸນທອງ ພົມມະຈັນ ອາດີດຄະນະປະຈໍາພັກ ນວ ອາດີດຫົວໜ້າຄະນະຈັດຕັ້ງ ນວ ທ່ານ ພູວອນ ພົງລາດແກ້ວ ຮອງເຈົ້າເມືອງນາຊາຍທອງ ບັນດາຄະນະປະທານສະຫະພັນກໍາມະບານ ແລະ ສະມາຊິກເຂົ້າຮ່ວມ.

ທ່ານ ນາງ ແສງລາວ ສຸວັນນະລາດ ຮັກສາການປະທານກໍາມະບານເມືອງນາຊາຍທອງ ໄດ້ຕີລາຄາເນື້ອໃນການເຄື່ອນໄຫວວຽກງານແຕ່ລະດ້ານ ເປັນຕົ້ນ ໄດ້ເອົາໃຈໃສ່ຄົ້ນຄວ້າ ເຊື່ອມຊຶມ ຜັນຂະຫຍາຍແນວທາງແຜນນະໂຍບາຍຂອງພັກ ກົດໝາຍຂອງລັດ ມະຕິກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວ ຢ່າງເລິກເຊິ່ງ ໂດຍສະເພາະໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ເປັນໜ້າທີ່ຕົ້ນຕໍ ໄດ້ເປັນເຈົ້າການໃນການຈັດຕັ້ງ ເຜີຍແຜ່ ຊຸກຍູ້ ແລະ ປຸກລະດົມສະມາຊິກເຂົ້າ ຮ່ວມເຊື່ອມຊືມວັນສໍາຄັນຕ່າງໆຂອງຊາດ ຂອງພັກ ໃນ 1 ປີຜ່ານມາສະມາຊິກກໍາມະບານ ແລະ ຮາກຖານ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ປັດຈຸບັນ ສະຫະພັນກໍາມະບານເມືອງນາຊາຍທອງ ມີ 41 ຮາກຖານ ໃນນັ້ນ ຮາກຖານຫ້ອງການ 14 ຮາກຖານ ຮາກຖານໂຮງຮຽນພາກລັດ 16 ຮາກຖານ ໂຮງຮຽນເອກະຊົນ 4 ຮາກຖານ ຮາກຖານລັດວິສາຫະ ກິດ 1 ຮາກຖານ ຮາກຖານບໍລິສັດ 6 ຮາກຖານ ທົ່ວເມືອງນາຊາຍທອງມີສະມາຊິກກໍາມະບານທັງໝົດ 916 ສະຫາຍ ຍິງ 611 ສະຫາຍ ມີສະມາຊິກກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ 883 ສະຫາຍ ຍິງ 535 ສະຫາຍ ແລະ ມີພະນັກງານກໍາມະບານອາຊີບ 6 ສະຫາຍ ຍິງ 5 ສະຫາຍ  ສະຫະພັນກໍາມະບານແຕ່ລະຮາກຖານທົ່ວເມືອງໄດ້ເອົາໃຈໃສ່ປັບປຸງກໍ່ສ້າງການຈັດຕັ້ງຂອງຕົນຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງ ແລະ ໜັກແໜ້ນ ນອກນີ້ທ່ານຍັງໄດ້ຍົກໃຫ້ເຫັນຂົງເຂດວຽກງານປົກປ້ອງສິດຜົນປະໂຫຍດ ອັນຊອບທໍາຂອງຜູ້ອອກແຮງງານ ວຽກງານຂະບວນການ ແລະ ວຽກງານອື່ນໆ ຈາກນັ້ນ ກອງປະຊຸມຍັງໄດ້ມອບໃບຢັ້ງຢືນ 5 ເປັນເຈົ້າ ໃຫ້ສະຫະພັນກໍາມະບານເມືອງ ແລະ ໃບຢັ້ງຢືນ 5 ເປັນເຈົ້າໃຫ້ແຕ່ລະຮາກຖານ.

ໂອກາດນີ້ກອງປະຊຸມໄດ້ຮັບຟັງປາຖະກະຖາວັນສ້າງຕັ້ງກໍາມະບານລາວ ຄົບຮອບ 67 ຈາກທ່ານ ບຸນທອງ ພົມມະຈັນ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງມູນເຊື້ອປະຫວັດແຫ່ງການກໍາເນີດ ແລະ ເຕີບໃຫຍ່ ຂະຫຍາຍຕົວຂອງສະຫະພັນກຳມະບານລາວ ຕິດພັນກັບການເຕີບໃຫຍ່ຂະຫຍາຍຕົວຂອງຊົນຊັ້ນກຳ ມະກອນລາວ ຜົນງານການປະກອບສ່ວນຂອງສະມາຊິກກຳມະບານ ໃນພາລະກິດຕໍ່ສູ່ປົດປ່ອຍຊາດ ປົກປັກຮັກສາ ແລະ ພັດທະນາປະເທດຊາດ ໂດຍພາຍໃຕ້ການນຳພາຂອງພັກ ປະຊາຊົນ ປະຕິວັດລາວ ທັງໝົດນັ້ນແມ່ນເພື່ອໃຫ້ພະນັກງານ ກໍຄືສະມາຊິກກຳມະບານທຸກຄົນ ກຳໄດ້ມູນເຊື້ອດັ່ງກ່າວ ເພື່ອນໍາມາມູນໃຊ້ເຂົ້າໃນວຽກງານຂອງຕົນຮັບຜິດຊອບໃຫ້ໄດ້ຮັບຜົນສຳເລັດຕາມການມອບໝາຍ.

error: Content is protected !!