ຜູ້ຕິດເຊື້ອ ເຮສໄອວີ ມີຄວາມສ່ຽງສູງຈະເປັນພະຍາດວັນນະໂລກຫຼາຍກວ່າຜູ້ບໍ່ຕິດເຊື້ອເຖິງ 15-22 ເທົ່າ

ວັນນະໂລກ (TB) ແລະ ເຮສໄອວີ (HIV) ເປັນບັນຫາສໍາຄັນທາງດ້ານສາທາລະນະສຸກໃນ ສປປ ລາວ ເນື່ອງຈາກຜູ້ຕິດເຊື້ອເຮສໄອວີມີໂອກາດ ແລະ ມີຄວາມສ່ຽງສູງຈະເປັນພະຍາດວັນນະໂລກຫຼາຍກວ່າຜູ້ບໍ່ຕິດເຊື້ອ ເຮສໄອວີເຖິງ 15-22 ເທົ່າ.

ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ກ່າວໃນກອງປະຊຸມປຶກສາຫາລືເພື່ອກະກຽມການສະເໜີຂໍທຶນສະໜັບສະໜູນໃນການຈັດຕັ້ງປະຕິບັດວຽກງານຕ້ານເອດ ແລະ ວຽກງານຄວບຄຸມວັນນະໂລກຈາກກອງທຶນໂລກ ສຳລັບປີ 2024-2026 ວ່າ: ພະຍາດຊຶມເຊື້ອ ວັນນະໂລກ (TB) ແລະ ເຮສໄອວີ (HIV) ເປັນບັນຫາສໍາຄັນທາງດ້ານສາທາລະນະສຸກໃນ ສປປ ລາວ ເນື່ອງຈາກຜູ້ຕິດເຊື້ອເຮສໄອວີມີໂອກາດ ແລະ ມີຄວາມສ່ຽງສູງຈະເປັນພະຍາດວັນນະໂລກຫຼາຍກວ່າຜູ້ບໍ່ຕິດເຊື້ອ ເຮສໄອວີເຖິງ 15-22 ເທົ່າ ແລະ ວັນນະໂລກກໍແມ່ນພະຍາດແຊກຊ້ອນທີ່ພົບຫຼາຍໃນຜູ້ຕິດເຊື້ອເຮສໄອວີ ເປັນສາເຫດຂອງການເສຍຊີວິດໃນກຸ່ມຜູ້ຕິດເຊື້ອເຮສໄອວີ ເຊິ່ງການລະບາດຂອງສອງພະຍາດເປັນສາເຫດຂອງການເຈັບເປັນ ແລະ ການເສຍຊີວິດຢູ່ ໃນ ສປປ ລາວ ໂດຍສະເພາະປະຊາຊົນທີ່ມີຄວາມສ່ຽງ ແລະ ຫຍຸ້ງຍາກໃນການເຂົ້າເຖິງການບໍລິການສາທາລະນະສຸກ ແລະ ຄາດຄົນເຈັບທັງສອງພະຍາດຫຼາຍກວ່າເຄີ່ງຍັງບໍ່ໄດ້ຮັບການບົ່ງມະຕິ ແລະ ປິ່ນປົວ.

ໄລຍະຜ່ານມາສູນຄວບຄຸມວັນນະໂລກ ສູນຕ້ານເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນ (ພຕພ) ໄດ້ສ້າງປື້ມຄູ່ມືການຄຸ້ມຄອງກໍລະນີຕິດເຊື້ອຮ່ວມວັນນະໂລກ ແລະ ເຮສໄອວີ ຮ່ວມກັນ ເຊິ່ງປື້ມຄູ່ມືດັ່ງກ່າວໄດ້ກວມເອົານະໂຍບາຍ ຕົວຊີ້ບອກ ການບົ່ງມະຕິ ການປິ່ນປົວ ແນວທາງໃນການຄຸ້ມຄອງກໍລະນີຕິດເຊື້ອຮ່ວມວັນນະໂລກ ເຮສໄອວີ ການຄວບຄຸມການຕິດເຊື້ອ ການບັນທຶກ ແລະ ການລາຍງານຕະຫຼອດຮອດການລົງຕິດຕາມຊຸກຍູ້ຮ່ວມກັນ.

ໃນປີ 2019 ສູນຄວບຄຸມວັນນະໂລກ ສູນຕ້ານເອດ ແລະ ພຕພ ພາຍໃຕ້ການຊິ້ນໍາຢ່າງໃກ້ຊິດຈາກການນໍາກະຊວງສາທາລະນະສຸກກໍຄືກົມຄວບຄຸມພະຍາດຕິດຕໍ່ ໄດ້ທົບທວນການຈັດຕັ້ງປະຕິບັດແຜນຍຸດທະສາດ ປີ 2016–2020 ຂອງສອງວຽກງານຮ່ວມກັບ ອົງການອະນາໄມໂລກ ແລະ ບັນດາອົງການຈັດຕັ້ງຕ່າງໆທັງພາຍໃນ ແລະ ສາກົນເພື່ອໃຫ້ສອດຄ່ອງກັບການປະຕິຮູບວຽກງານສາທາລະນະສຸກຂອງລັດຖະບານໃຫ້ເຂົ້າເຖິງການປະກັນສຸຂະພາບທົ່ວປວງຊົນ ໃນປີ 2025 ແລະ ການຫັນປ່ຽນສູ່ການໃຫ້ງົບປະມານພາຍໃນຫຼາຍຂຶ້ນ ເຊິ່ງມັນຮຽກຮ້ອງໃຫ້ມີແຜນງານທີ່ມີປະສິດທິພາບເພື່ອຕອບສະໜອງຕໍ່ວຽກງານດັ່ງກ່າວ ແລະ ໃຫ້ສອດຄ່ອງກັບຍຸດທະສາດສາກົນກໍຄືລົບລ້າງວັນນະໂລກ ແລະ ພະຍາດເອດໃນປີ 2030.

ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 8 ກຸມພາ 2023 ທີ່ໂຮງແຮມດອນຈັນພາເລດ ມີ ທ່ານ ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ທ່ານ ຈັນສາລີ ບູລົມມະວົງ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງສາທາລະນະສຸກ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

error: Content is protected !!