ການລະບາດຂອງພະຍາດໄຂ້ຍຸງລາຍຢູ່ ນວ ກໍຄືບັນດາແຂວງໃນທົ່ວປະເທດຍັງມີທ່າອ່ຽງເພີ່ມຂຶ້ນ

    ທ່ານນາງ ໄຊພອນ ນັນທະພອນ ຫົວໜ້າພະແນກສາທາລະນະສຸກນະຄອນຫຼວງວຽງຈັນ (ນວ) ໃຫ້ສຳພາດວັນທີ 22 ມິຖຸນາ 2020 ວ່າ ປັດຈຸບັນ ສະພາບການລະບາດຂອງພະຍາດໄຂ້ຍຸງລາຍຢູ່ ນວ ກໍຄືບັນດາແຂວງໃນຂອບເຂດທົ່ວປະເທດຍັງມີທ່າອ່ຽງເພີ່ມຂຶ້ນ ທົ່ວປະເທດມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ 2000 ກວ່າກໍລະນີ ເສຍຊີວິດ 5 ກໍລະນີ ໃນນີ້ ນວ ມີ 400 ກວ່າກໍລະນີ ເສຍຊີວິດ 2 ກໍລະນີ ເມືອງທີ່ເກີດການລະບາດຫຼາຍກວ່າໝູ່ແມ່ນເມືອງໄຊທານີ ສັງທອງ ແລະ ເມືອງໄຊເຊດຖາ ເຊິ່ງການເກີດພະຍາດດັ່ງກ່າວເນື່ອງຈາກສະພາບດິນຟ້າອາກາດເຊັ່ນ ຝົນຕົກມີ່ນໍ້າອັ່ງຂັງ ເຊິ່ງເປັນເງື່ອນໄຂເອື້ອອຳນວຍໃຫ້ແກ່ການເພາະພັນຂອງຍຸງລາຍໄດ້ງ່າຍຂຶ້ນ ນັບຕັ້ງແຕ່ຕົ້ນປີ 2020 ໄດ້ເລີ່ມມີການລາຍງານການລະບາດຂອງພະຍາດໄຂ້ຍຸງລາຍ.

    ການເກີດການລະບາດຂອງພະຍາດໄຂ້ຍຸງລາຍ ແມ່ນເກີດມາຈາກຫຼາຍສາເຫດ ເປັນຕົ້ນແມ່ນຄວາມບໍ່ເອົາໃຈໃສ່ການທຳລາຍແຫຼ່ງເພາະພັນຍຸງລາຍຂອງພໍ່ແມ່ປະຊາຊົນຈຳນວນໜຶ່ງ ສະແດງອອກຄື ຜ່ານການລົງກວດກາໜອນນໍ້າຍຸງລາຍ ຍັງພົບເຫັນຫຼາຍຄອບຄົວມີໜອນນໍ້າຍຸງລາຍຢູ່ຕາມພາຊະນະບັນຈຸນໍ້າຕ່າງໆເຊັ່ນ ກະໂປະ ກະປ່ອງຢູ່ບໍລິເວນອ້ອມຂ້າງເຮືອນ ເຊິ່ງບັນຫາດັ່ງກ່າວ ມັນສະແດງໃຫ້ເຫັນການມີສະຕິຂອງປະຊາຊົນໃນການປ້ອງກັນພະຍາດດັ່ງກ່າວຍັງບໍ່ທັນສູງ ຖືເບົາ ໂດຍອາໄສແຕ່ພະແນກການກ່ຽວຂ້ອງ ກໍຄືອາສາສະໝັກຂັ້ນບ້ານເປັນຜູ້ປະຕິບັດຝ່າຍດຽວ.

    ແນວໃດກໍຕາມ ເພື່ອເຮັດໃຫ້ ນວ ປອດຄົນເຈັບເປັນພະຍາດໄຂ້ຍຸງລາຍ ຫຼື ໃຫ້ມີໜ້ອຍທີ່ສຸດ ທຸກຄອບຄົວຕ້ອງເປັນເຈົ້າການໃນການປະຕິບັດ 5 ປ ທີ່ກະຊວງສາທາລະນະສຸກວາງອອກ ໂອກາດນີ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນທຸກທົ່ວໜ້າ ຈົ່ງພ້ອມເອົາໃຈໃສ່ຢ່າງຈິງຈັງ ໃນການເຮັດອະນາໄມເຮືອນຊານຂອງຕົນເພຶ່ອບໍ່ໃຫ້ເປັນແຫຼ່ງເພາະພັນຂອງຍຸງລາຍ ກ່ອນຈະເຮັດໃຫ້ພະຍາດໄຂ້ຍຸງລາຍໝົດໄປ ກ່ອນອື່ນຕ້ອງທຳລາຍໜອນນໍ້າຍຸງລາຍ ບ່ອນໃດບໍ່ມີໜອນນໍ້າຍຸງລາຍ ກໍຈະບໍ່ມີຍຸງລາຍ ແລະ ບໍ່ມີຄົນເຈັບເປັນໄຂ້ຍຸງລາຍ ເພາະວ່າຍຸງລາຍສາມາດອາໄສຢູ່ກັບບ້ານເຮືອນຂອງພໍ່ແມ່ປະຊາຊົນໄດ້ຫຼາຍວັນ ຖ້າຍຸງມີເຊື້ອ ສາມາດນໍາເຊື້ອພະຍາດດັ່ງກ່າວມາສູ່ຄົນໄດ້.

    ສ່ວນອາການຂອງຄົນເຈັບເປັນພະຍາດໄຂ້ຍຸງ ໃນເບື້ອງຕົ້ນຈະມີໄຂ້ ເຈັບຫົວ ປວດຕາມຕົນໂຕ ຫຼື ຄ້າຍຄືກັບເປັນໄຂ້ຫວັດທົ່ວໄປ ແລະ ຫຼາຍຄົນອາດຈະຖືເບົາເມື່ອເປັນໄຂ້ແລ້ວໄປຊື້ຢາມາກິນເອງ ສະນັ້ນ ຖ້າມີອາການໄຂ້ ຄວນໄປພົບແພດໝໍດ່ວນ ບໍ່ຄວນຊື້ຢາມາກິນເອງ ອາດຈະສ່ຽງເຮັດໃຫ້ເກີດມີອາການສົນຫຼາຍຂຶ້ນ ກໍລະນີທີ່ເປັນພະຍາດໄຂ້ຍຸງລາຍແມ່ນບໍ່ມີຢາປິ່ນປົວສະເພາະ ພຽງແຕ່ປິ່ນປົວຕາມອາການເຊັ່ນ ຢາແກ້ໄຂ້ ດື່ມນໍ້າໃຫ້ພຽງພໍເທົ່ານັ້ນ ສຳລັບກໍລະນີທີ່ເສຍຊີວິດແມ່ນຍ້ອນເປັນໄຂ້ແລ້ວບໍ່ໄປໂຮງໝໍ ໄປຊື້ຢາມາກິນເອງ ປະໃຫ້ເປັນຫຼາຍມື້ຈົນເປັນແຮງແລ້ວຈິ່ງໄປໂຮງໝໍ ຈິ່ງເຮັດໃຫ້ປິ່ນປົວບໍ່ທັນ ບໍ່ມີການຕິດຕາມອາການຂອງຕົນເອງ.

# ຂ່າວ & ພາບ: ອົ່ນ ໄຟສົນທອງ

error: Content is protected !!