ເສດຖະກິດ-ສັງຄົມເມືອງແກ່ນທ້າວຂະ​ຫຍາຍ​ຕົວ​ໃນລະດັບ 6,84%  ຕໍ່ປີ

     ສະຫາຍ ອໍາຄາ ລັດສະໝີ ເຈົ້າເມືອງແກ່ນທ້າວ ກ່າວໃນກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 11 ສະໄໝທີ VII ຂອງເມືອງແກ່ນທ້າວ ແຂວງໄຊຍະບູລີ ເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ: 1 ປີຜ່ານມາ ເມືອງ​ແກ່ນ​ທ້າວ​ ສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນ ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ ການພັດທະນາເສດຖະກິດ-ສັງຄົມຂອງເມືອງ​ ໄດ້ສືບຕໍ່ຂະ​ຫຍາຍ​ຕົວ​ໃນລະດັບ 6,84%  ຕໍ່ປີ ລວມຍອດຜະລິດຕະພັນພາຍໃນບັນລຸ 1.260 ຕື້ກີບ ລາຍໄດ້ສະເລ່ຍຕໍ່ຫົວຄົນເທົ່າກັບ 29 ລ້ານກີບຕໍ່ຄົນ​ຕໍ່ປີ ໂດຍການຜະລິດກະສິກໍາເປັນທ່າແຮງ ອັນພົ້ນເດັ່ນແມ່ນການປູກພືດເປັນສິນຄ້າສົ່ງອອກປະຕິບັດໄດ້ 500.000 ກວ່າໂຕນ ຜະລິດເຂົ້າໄດ້ 27.000 ກວ່າໂຕນ​ ການ​ເກັບ​ລາຍ​ຮັບ​ເຂົ້າ​ງົບ​ປ​ະມານໄດ້​ລື່ນ​ຄາດ​ໝາຍ ​​ສາ​ມາດດຸນດ່ຽງໃຫ້ແຂວງໄດ້ 2.000 ລ້ານກວ່າກີບ.

     ລະບົບໂຄງລ່າງພື້ນຖານ ໄດ້ຮັບການປັບປຸງ ທຸກບ້ານມີເສັ້ນທາງເຂົ້າເຖິງ ສາມາດທຽວໄປ-ມາໄດ້ປົກກະຕິ ມີລະບົບໄຟຟ້າຊົມໃຊ້ກວມ 100% ໄດ້ປຸກລະດົມທຶນຈາກນັກທຸລະກິດຜູ້ປະກອບການ ແລະ ປະຊາຊົນ ຢູ່ພາຍໃນເມືອງ ກໍ່ສ້າງຍົກ​ລະດັບທາງ​ປູ​ຫີນພາຍ​ໃນ​ບ້ານ ໄດ້ທັງໝົດ 5 ບ້ານ ມູນຄ່າ 1 ຕື້ກວ່າກີບ ດ້ານວັດ​ທະ​ນະ​ທຳ-ສັງ​ຄົມຫຼາຍດ້ານໄດ້ມີການປ່ຽນແປງ ພົ້ນເດັ່ນ ແມ່ນການຍົກລະດັບຄຸນນະພາບການຮຽນ-ການສອນ ການບໍລິການສາທາລະນະສຸກທົ່ວເຖິງ ການປົກປັກຮັກສາມູນເຊື້ອວັດທະນະທໍາອັນດີງາມ ການຄຸ້ມຄອງແຮງງານພາຍໃນ ແລະ ຕ່າງປະເທດ ເຂົ້າສູ່ລະບຽບກົດໝາຍ ແລະ ໄດ້ເອົາໃຈໃສ່ປະຕິບັດຄາດໝາຍການພັດທະນາແບບຍືນຍົງທີ່ສະພາໄດ້ຮັບຮອງ ວຽກ​ງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກໄດ້ຫັນເອົາພະນັກງານຫຼັກ​ແຫຼ່ງຂອງເມືອງລົງ​​ຊີ້​ນຳຢູ່​ແຕ່​ລະ​ບ້ານ ​ເພື່ອນຳ​ພາ​ປະ​ຊາ​ຊົນຈັດ​ຕັ້ງ​ປະ​ຕິ​ບັດທິດນໍາ 3 ສ້າງ ແກ້ໄຂຄວາມທຸກຍາກຕາມ​ດຳ​ລັດ 348/ລບ ໃນທົ່ວເມືອງຍັງມີຄອບຄົວບໍ່ທັນບັນລຸມາດຖານການພົ້ນທຸກ 68 ຄອບຄົວ ເທົ່າກັບ 0,8% ສ້າງ​ໄດ້ຄອບຄົວພັດທະນາກວມ 96,26% ​ບ້ານ​ພັດ​ທະ​ນາ​ 34 ບ້ານ ເທົ່າ​ກັບ 72,34% ຂອງ​ຈຳ​ນວນ​ບ້ານ​ທັງ​ໝົດ.

error: Content is protected !!