ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ແລະ ປະທານບໍລິສັດ ວຽງຈັນ ໂລຊິດສະຕິກພາກ ຈໍາກັດ ລົງນາມໃນ ສັນຍາການຮ່ວມມືພັດ ທະນາບໍລິການກັກກັນພືດກັກກັນສັດ ແລະ ກວດກາປ່າໄມ້ຢູ່ດົງໂພສີ ແລະ ດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ນະຄອນຫຼວງວຽງຈັນ (ນວ).

ສໍາລັບໜ້າວຽກທີ່ຈະຈັດຕັ້ງ ແລະ ປະຕິບັດຮ່ວມກັນ ປະກອບມີ ຄະນະວິຊາການທັງສອງຝ່າຍຈະໄດ້ອອກແບບການກໍ່ສ້າງຮ່ວມກັນ ແລະ ຜ່ານຂະແໜງການທີ່ກ່ຽວຂ້ອງໃຫ້ຖືກຕ້ອງຕາມຫຼັກວິຊາການ ກໍ່ສ້າງຫ້ອງການວິຊາການພາກສະໜາມ ດ່ານກັກກັນພືດ ແລະ ກັກກັນສັດ ກໍ່ສ້າງໂຮງເຮືອນສີດພົ້ນຢາຂ້າເຊື້ອ ດ່ານກັກກັນພືດ ແລະ ກັກກັນສັດ ກໍ່ສ້າງສາງເຢັນເກັບຮັກສາສິນຄ້າ ດ່ານກັກກັນພືດ ແລະ ກັກກັນສັດ ສ້າງຮົ້ວອ້ອມ (ຂະຫຍາຍເພີ່ມ) ທີ່ດ່ານກັກກັນພືດ ແລະ ກັກກັນສັດດົງໂພສີ ສ້າງເທເບຕົງຫົນທາງ ທີ່ດ່ານກັກກັນພືດ ແລະ ກັກກັນສັດ ສ້າງຫ້ອງການ ແລະ ປັບປຸງ ດ່ານກັກກັນພືດ ແລະ ກັກກັນສັດ ສ້າງຫ້ອງວິໄຈ ທີ່ດ່ານກັກກັນພືດ ແລະ ກັກກັນສັດ ກໍ່ສ້າງໂຮງເຮືອນຊ້າເຊື້ອ ທີ່ດ່ານກັກກັນພືດ ແລະ ກັກກັນສັດ ດົງໂພສີ ສ້າງເຮືອນພັກພະນັກງານ ສ້າງເຮືອນຮົມຢາກັກກັນພືດ.

ພ້ອມນັ້ນກໍຈະໄດ້ສ້າງເຮືອງປູກພືດຕິດຕາມ ອຸປະກອນຫ້ອງການ ອຸປະກອນວິຊາການ ແລະ ອຸປະກອນວິໄຈ ລົດເຄື່ອນທີ່ສຸ່ມເກັບຕົວຢ່າງ ແລະ ເຄື່ອນໄຫວວຽກງານວິຊາສະເພາະຂອງເຈົ້າໜ້າທີ່ກັກກັນພືດ ແລະ ກັກກັນສັດລົດບັນທຸກເຄື່ອນທີ່ຕິດຕັ້ງເຕົ້າເຜົາພືດ-ຜະລິດຕະພັນ ແລະ ຊາກສັດ-ຊີ້ນສ່ວນຜະລິດຕະພັນສິນຄ້າກ່ຽວກັບສັດລະບົບອາຍນ້ຳ ຊິງຊັ່ງນ້ຳໜັກ ແລະ ຄອກແຄບສັດ ແລະ ລົດຍົກຄ່ຽນຖ່າຍ ເຊິ່ງລາຍລະອຽດ ແລະ ບັນດາໜ້າວຽກຕ່າງໆ ແມ່ນລະບຸໄວ້ ໃນບົດວິພາກເສດຖະກິດ-ເຕັກນິກ ແລະ ຖ້າມີກິດຈະກຳ ໜ້າວຽກອື່ນເພີ່ມຕື່ມທັງສອງພາກສ່ວນຈະປຶກສາຫາລືກັນຕື່ມ.

ໃນພິທີລົງນາມສັນຍາດັ່ງກ່າວ ຈັດຂຶ້ນວັນທີ 6 ກຸມພາ 2023 ທີ່ດ່ານສາກົນສິນ ຄ້າທ່າບົກ ທ່ານາແລ້ງ ໂດຍການລົງນາມຂອງທ່ານ ແສງອາລຸນ ສຸລິຍະວົງ ຫົວໜ້າ ພະແນກກະສິກໍາ ແລະ ປ່າໄມ້ ນວ ແລະ ທ່ານ ວຽງຄອນ ສິດທິໄຊ ຮອງປະທານບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ ຈໍາກັດ ມີທ່ານ ພູວົງ ວົງຄໍາ ຊາວ ຮອງເຈົ້າຄອງ ນວ ແລະ ທ່ານ ຈັນທອນ ສິດທິໄຊ ປະທານ ບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ ຈໍາກັດ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງ ເຂົ້າຮ່ວມ.