ຮອງປະທານປະເທດຊຸກຍູ້ການພັດທະນາຢູ່ເມືອງປາກຊ່ອງ

    ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມພົບປະປະຊາຊົນ ເພື່ອຊຸກຍູ້ວຽກງານຢູ່ກອງພັດທະນາບ້ານໃຫຍ່ ທົ່ງກາຫຼົງ ເມືອງປາກຊ່ອງ ແຂວງຈຳປາສັກ ວັນທີ 4 ກຸມພາ ຜ່ານມາ ໂດຍມີ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມດ້ວຍຄະນະການຂັ້ນແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ພັນໂທ ສິດທິສັກ ກິ່ງສະລາດ ເລຂາຄະນະພັກຮາກຖານ ນາຍບ້ານໃຫຍ່ທົ່ງກາຫຼົງ ລາຍງານວ່າ: ບ້ານໃຫຍ່ທົ່ງກາຫຼົງ ຕັ້ງຢູ່ ເຂດພູພຽງບໍລະເວນ ເມືອງປາກຊ່ອງ ມີເນື້ອທີ່ທັງໝົດ 10.651 ກວ່າເຮັກຕາ ມີ 396 ຫຼັງຄາເຮືອນ ມີ 427 ຄອບຄົວ ໃນນີ້ ມີຄອບຄົວຕົວແບບ ດ້ານການຜະລິດ 37 ຄອບຄົວ ສາມາດສ້າງຄອບຄົວພັດທະນາຢູ່ດີ-ກິນດີໄດ້ 381 ຄອບຄົວ ແລະ ຄອບຄົວກຸ້ມກິນ 46 ຄອບຄົວ ເອົາໃຈໃສ່ຊຸກຍູ້ໂດຍການຖືເອົາການຜະລິດກະສິກຳ ປູກກາເຟ ພືດຜັກ ເພື່ອສ້າງເສດຖະກິດ ແກ້ໄຂຄວາມທຸກຍາກໃຫ້ປະຊາຊົນ ສາມາດສ້າງລາຍຮັບໄດ້ 28 ຕື້ກວ່າກີບ ພ້ອມນັ້ນ ກໍໄດ້ປຸກລະດົມປະຊາຊົນ ສ້າງຕັ້ງກອງທຶນພັດທະນາບ້ານມີສະມາຊິກທັງໝົດ 56 ຄອບຄົວ ມີເງິນກອງທຶນ 79 ລ້ານກວ່າກີບ ໂດຍມີ 2 ກຸ່ມ ຄື: ກຸ່ມຜະລິດພືດຜັກເປັນສິນຄ້າ 27 ຄອບຄົວ ແລະ ກຸ່ມລ້ຽງສັດ 29 ຄອບຄົວ.

    ໂອກາດນີ້ ທ່ານຮອງປະທານປະເທດ ໄດ້ຊີ້ນຳໃຫ້ຄະນະພັກ-ອົງການປົກຄອງ ສືບຕໍ່ເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າພາຍໃນບ້ານ ແລະ ປຸກລະດົມປະຊາຊົນເຂົ້າຮ່ວມສ້າງສາພັດທະນາທ້ອງຖິ່ນ ພະແນກການກ່ຽວຂ້ອງ ຕ້ອງໄດ້ສຸມໃສ່ຄົ້ນຄວ້າຊ່ວຍປະຊາຊົນໃນການຫຼຸດຜ່ອນຕົ້ນທຶນການຜະລິດຂອງຊາວກະສິກອນ ຄຽງຄູ່ກັບການ ເພີ່ມທະວີວຽກງານພັດທະນາຊົນນະບົດ ຕິດພັນກັບ ການປະຕິບັດ 2 ວາລະແຫ່ງຊາດ ວາລະຂອງແຂວງ ຢ່າງເປັນຂະບວນການຟົດຟື້ນກວ້າງຂວາງ ທົ່ວສັງຄົມ ຈາກນັ້ນ ທ່ານຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ລົງເບິ່ງ ສະຖານີລ້ຽງປາຄາເວຍ ທີ່ຢູ່ ເຂດກອງພັດທະນາບ້ານໃຫຍ່ ທົ່ງກາຫຼົງ ເມືອງປາກຊ່ອງ ຂອງບໍລິສັດ ອຸດົມສິນ ເຊິ່ງແມ່ນການຮ່ວມມື ລະຫວ່າງສອງພັກ-ສອງລັດ ລາວ-ຫວຽດນາມ ໄດ້ມີການຮ່ວມມືລະຫວ່າງວິຊາການຈາກພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງເລີ່ມດົງ ສສ ຫວຽດນາມ ກັບ ພະແນກກະສິກຳ ແລະ ປ່າໄມ້ ແຂວງຈຳປາສັກ ລົງທຶນ ກໍ່ສ້າງໃນເບື້ອງຕົ້ນ ເຊິ່ງປັດຈຸບັນສະຖານທີ່ດັ່ງກ່າວມີ  ໜອງອະນຸບານລູກປາໄຊມອນ-ປາຄາເວຍ 10 ໜອງ ໜອງລ້ຽງ 5 ໜອງ ມູນຄ່າລົງທຶນກໍ່ສ້າງປະມານ 1,5 ຕື້ກວ່າກີບ ເພື່ອຜະລິດປາສົ່ງອອກຕ່າງປະເທດ ນຳລາຍຮັບມາສູ່ປະເທດຊາດກໍຄືແຂວງຈຳປາສັກໃຫ້ນັບມື້ເພີ່ມຂຶ້ນ.

(ນັດ 6.02.2023)

error: Content is protected !!