ຜູ້ປະກອບການລາວ 20 ພາກສ່ວນ ໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ

    ພິທີມອບ-ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ລວມມີມາດຕະຖານເຮືອນພັກແຮມອາຊຽນ ມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ ມາດຕະຖານການບໍລິການສະປາອາຊຽນ ແລະ ມາດຕະຖານຫ້ອງນໍ້າສາທາລະນະອາຊຽນ ຈັດຂຶ້ນວັນທີ 5 ກຸມພາ 2023 ໃນງານມະຫາກໍາການທ່ອງທ່ຽວອາ ຊຽນ ປະຈຳປີ 2023 ວັນທີ 2-5 ກຸມພາ 2023 ຢູ່ປະເທດອິນໂດເນເຊຍ.

    ມາດຕະຖານເຮືອນພັກແຮມອາຊຽນ ເລີ່ມປະຕິບັດ ແລະ ມອບລາງວັນ ປີ 2016 ປີນີ້ເປັນຄັ້ງທີ 4 ຈຸດ ປະສົງເພື່ອຊຸກຍູ້ ແລະ ຍ້ອງຍໍຜູ້ປະກອບກິດຈະການເຮືອນພັກແຮມ ໂດຍສະເພາະປະຊາຊົນບ້ານເປົ້າໝາຍທີ່ໃຫ້ການບໍລິການ ພາກສ່ວນກ່ຽວຂ້ອງຂອງລັດ ແລະ ເອກະຊົນຂອງປະເທດສະມາຊິກອາຊຽນ ທີ່ໄດ້ເຄື່ອນໄຫວສົ່ງເສີມວຽກງານດັ່ງກ່າວຢ່າງມີຜົນງານໃນໄລຍະຜ່ານມາ ສາມາດນໍາໃຊ້ຜົນຂອງການປະເມີນເປັນເຄື່ອງມື ວັດແທກ ສະທ້ອນຜົນການຈັດຕັ້ງປະຕິບັດຂອງຕົນ ແລະ ເປັນບ່ອນອີງໃນການກໍານົດແຜນການຕໍ່ໜ້າ ແລະ ເຫັນໄດ້ບັນຫາຂໍ້ຄົງຄ້າງທີ່ຕ້ອງໄດ້ສືບຕໍ່ປັບປຸງ ເຊິ່ງປີ 2023 ຢູ່ອາຊຽນມີ 43 ເຮືອນພັກແຮມໄດ້ຮັບລາງວັນ ໃນນີ້ ສປປ ລາວ ມີເຮືອນພັກແຮມບ້ານນາຍາງໃຕ້ ເມືອງນໍ້າບາກ ແຂວງຫຼວງພະບາງ ເຮືອນພັກແຮມບ້ານວຽງເໜືອ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ເຮືອນພັກແຮມບ້ານນາດ້ວງ ເມືອງວັງວຽງ ແຂວງວຽງຈັນ ເຮືອນພັກແຮມບ້ານຫົວດອນແດງ ເມືອງປະທຸມພອນ ແຂວງຈໍາປາສັກ ເຮືອນພັກແຮມບ້ານດອນໂຄ ເມືອງຊະ ນະສົມບູນ ແຂວງຈໍາປາສັກ.

    ມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ ເລີ່ມປະຕິບັດ ແລະ ມອບລາງວັນ ປີ 2018 ປີນີ້ເປັນຄັ້ງທີ 3 ຈຸດປະສົງເພື່ອຊຸກຍູ້ ແລະ ຍ້ອງຍໍຜູ້ປະກອບກິດຈະກໍາການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ໂດຍສະເພາະປະຊາຊົນບ້ານເປົ້າໝາຍທີ່ໃຫ້ການບໍລິການ ພາກສ່ວນກ່ຽວຂ້ອງຂອງລັດ ແລະ ເອ ກະຊົນຂອງປະເທດສະມາຊິກອາຊຽນ ທີ່ໄດ້ເຄື່ອນໄຫວສົ່ງເສີມວຽກງານດັ່ງກ່າວ ເຊິ່ງປີ 2023 ຢູ່ອາຊຽນ ມີ 29 ກິດຈະກໍາການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມໄດ້ຮັບລາງວັນ ໃນນີ້ ສປປ ລາວ ມີບ້ານນາທອງ ເມືອງວັງວຽງ ແຂວງວຽງຈັນ ບ້ານນາຍາງໃຕ້ ເມືອງນໍ້າບາກ ແຂວງຫຼວງພະບາງ ນໍ້າປຽນຢໍລະປາ ເມືອງປາກ ງື່ມ ນະຄອນຫຼວງວຽງຈັນ (ນວ) ຕາດເຍືອງ ເມືອງປາກຊ່ອງ ແຂວງຈໍາປາສັກ ບ້ານໜອງຫຼວງ ເມືອງປາກ ຊ່ອງ ແຂວງຈໍາປາສັກ.

    ມາດຕະຖານການບໍລິການສະປາອາຊຽນ ເລີ່ມປະຕິບັດ ແລະ ມອບລາງວັນ ປີ 2019 ປີນີ້ເປັນຄັ້ງທີ 2 ຈຸດປະສົງເພື່ອຊຸກຍູ້ໃຫ້ຫົວໜ່ວຍທຸລະກິດບໍລິການສະປາຂອງປະເທດສະມາຊິກອາຊຽນ ຍົກລະດັບຄຸນນະ ພາບການບໍລິການຂອງຕົນ ເຊິ່ງປີ 2023 ຢູ່ອາຊຽນມີ 38 ຮ້ານບໍລິການສະປາໄດ້ຮັບລາງວັນ ໃນນີ້ ສປປ ລາວ ມີຮ້ານຈໍາປາສະປາ ນວ ຮ້ານລິ່ນລີ່ສະປາ ນວ ຮ້ານສະປາຢູ່ໂຮງແຮມພູແມນ ແຂວງຫຼວງພະບາງ ຮ້ານສະປານະວຽງຈັນ ນວ ຮ້ານເລີສະປາຢູ່ໂຮງແຮມໂຊຟີເທວ ແຂວງຫຼວງພະບາງ

    ມາດຕະຖານຫ້ອງນໍ້າສາທາລະນະອາຊຽນ ເລີ່ມປະຕິບັດ ແລະ ມອບລາງວັນ ປີ 2019 ປີນີ້ເປັນຄັ້ງທີ 2 ຈຸດປະສົງເພື່ອເຜີຍແຜ່ ແລະ ຈັດຕັ້ງປະຕິບັດຕາມມາດຕະຖານຫ້ອງນໍ້າສາທາລະນະອາຊຽນ ໃຫ້ປະເທດສະມາ ຊິກອາຊຽນ ເຊິ່ງປີ 2023 ຢູ່ອາຊຽນມີ 48 ຫ້ອງນໍ້າສາທາລະນະໄດ້ຮັບລາງວັນ ໃນນີ້ ສປປ ລາວ ມີຫ້ອງນໍ້າ ສາທາລະນະຢູ່ສະຖານທີ່ທ່ອງທ່ຽວມໍລະດົກໂລກ ແຫ່ງທີ 2 ວັດພູຈໍາປາສັກ ແຂວງຈໍາປາສັກ ຫ້ອງນໍ້າສາທາ ລະນະ ຢູ່ສະຖານທີ່ທ່ອງທ່ຽວນໍ້າຕົກຕາດກວາງຊີ ແຂວງຫຼວງພະບາງ ຫ້ອງນໍ້າສາທາລະນະຢູ່ສະຖານທີ່ທ່ອງ ທ່ຽວ ຖໍ້ານາງຟ້າ ເມືອງວັງວຽງ ແຂວງວຽງຈັນ ຫ້ອງນໍ້າສາທາລະນະຢູ່ສະຖານທີ່ທ່ອງທ່ຽວນໍ້າຕົກຕາດພູເພັດ-ພູຄໍາ ແຂວງຫຼວງນໍ້າທາ ແລະ ຫ້ອງນໍ້າສາ ທາລະນະຢູ່ສວນສາທາລະນະໜອງສະພັງເລນ ນວ.

    ງານມອບ-ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ປະຈໍາປີ 2023 ຄັ້ງນີ້ ໂດຍໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກລັດຖະບານລາວ ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການ ທ່ອງທ່ຽວໄລຍະ 2 (ADB) (Second GMS Tourism Infrastructure for Inclusive Growth Project-TIIGP2).

(ສະບາໄພ 6/2/2023)

error: Content is protected !!