ມອບ-ຮັບໜ້າ ລັດຖະມົນຕີກະຊວງ ຍທຂ ຜູ້ເກົ່າ-ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ຈັດຂຶ້ນວັນທີ 6 ກຸມພາ 2023 ທີ່ກະຊວງດັ່ງກ່າວ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກ ລັດຖະມົນຕີ ພ້ອມດ້ວຍບັນດາຮອງລັດຖະມົນຕີ ຫົວໜ້າກົມ ຮອງກົມ ພະນັກງານຫຼັກແຫຼງ ແລະ ພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມ.

ໃນພິທີ ທ່ານ ທອງຈັນ ໂຂງພູມຄໍາ ຮອງຫົວໜ້າຈັດຕັ້ງສູນກາງພັກ ຜ່ານຄໍາສັ່ງຂອງກົມການເມືອງສູນກາງພັກວ່າດ້ວຍການ ຍົກຍ້າຍພະນັກງານການນໍາຂັ້ນສູງໄປຮັບໜ້າທີ່ໃໝ່ ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງ ຄະນະປະຈໍາພັກກະຊວງ ຍທຂ ມະຕິຕົກລົງຂອງກົມການເມືອງວ່າດ້ວຍການແຕ່ງຕັ້ງເລຂາຄະນະບໍລິຫານງານພັກກະຊວງ ແລະ ຜ່ານດໍາລັດຖະດໍາລັດວ່າດ້ວຍການແຕ່ງຕັ້ງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ເຊິ່ງໃນນີ້ໄດ້ຍົກຍ້າຍ ສະ ຫາຍ ວຽງສະຫວັດ ສີພັນດອນ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ຍທຂ ໄປຮັບໜ້າທີ່ໃໝ່ຢູ່ ແຂວງ ຫຼວງນໍ້າທາ ແລະ ແຕ່ງຕັ້ງບົ່ງຕົວ ສະຫາຍ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງ ຍທຂ ຮັບໜ້າທີ່ເປັນ ເລຂາຄະນະບໍລິຫານງານພັກ ຄະນະປະຈໍາພັກ ລັດຖະມົນຕີກະຊວງ ຍທຂ ຜູ້ໃໝ່.

error: Content is protected !!