ສ້າງຄວາມເຂັ້ມແຂງວຽກງານສຸຂະພາບແມ່-ເດັກ ແລະ ໂພຊະນາການ ຢູ່ 5 ແຂວງ

ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ແລະ ໂຄງການເຈເອສໄອ ຮ່ວມລົງນາມ ບົດບັນທຶກຄວາມ ເຂົ້າໃຈ ກ່ຽວກັບໂຄງການສ້າງຄວາມເຂັ້ມແຂງວຽກງານສຸຂະພາບແມ່-ເດັກ ແລະ ໂພຊະນາການ ຢູ່ແຂວງຜົ້ງສາລີ ອຸດົມໄຊ ສະຫວັນນະເຂດ ສາລະວັນ ແລະ ແຂວງເຊກອງ ເຊິ່ງ​ຈະ​ໃຊ້​ງົບ​ປະ​ມານ​ເຖິງ 29.208.230 ໂດລາສະຫະລັດ ຫຼື 496 ຕື້ກວ່າກ​ີບ.

ໂຄງ​ການ​ດັ່ງ​ກ່າວ​ແມ່ນໄດ້ຮັບການສະໜັບສະໜູນດ້ານງົບ ປະມານຈາກລັດຖະບານ ສ.ອາເມລິກາ ໂດຍຜ່ານອົງການ USAID ເຊິ່ງຈະຈັດຕັ້ງປະຕິບັດ 4 ກິດຈະກໍາໃຫຍ່ ຄື: 1.ປັບປຸງຄວາມອາດສາມາດ ໃຫ້ແກ່ບຸກຄະລາກອນຂັ້ນສູນກາງໃນການວາງ ແຜນ ຕິດຕາມ ກວດກາ ຈັດບູລິມະສິດ ແລະ ຊີ້ນໍາແຜນງານດ້ານສຸຂະພາບຈະເລີນພັນແມ່ ເດັກເກີດໃໝ່ ເດັກນ້ອຍ ໄວໜຸ່ມ ແລະ ໂພຊະນາການ (RMNCHN) 2.ປັບປຸງຄວາມອາດສາມາດ ໃຫ້ແກ່ບຸກຄະລາກອນຂັ້ນແຂວງ ໃນການວາງແຜນ ຈັດສັນ ງົບປະມານ ແລະ ການຄຸ້ມຄອງວຽກງານ RMNCHN ໃຫ້ຍືນຍົງ 3.ປັບປຸງການເຂົ້າເຖິງການນໍາໃຊ້ຂໍ້ມູນດ້ານສຸຂະພາບ ແລະ ຄຸນນະພາບການບໍລິການ ໃຫ້ມີຄວາມເທົ່າທຽມຢູ່ຂັ້ນເມືອງ ແລະ ຂັ້ນໂຮງໝໍນ້ອຍ ແລະ 4.ປັບປຸງການມີສ່ວນຮ່ວມ ແລະ ການຕອບສະໜອງຂອງຊຸມຊົນ ສໍາລັບວຽກງານ RMNCHN ໂດຍນຳໃຊ້ອາສາສະໝັກບ້ານ (ອສບ) ເຂົ້າມາມີສ່ວນຮ່ວມຢ່າງ ແຂງແຮງ.

ທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວວ່າ: ໂຄງການສ້າງຄວາມເຂັ້ມແຂງວຽກ ງານສຸຂະພາບແມ່ ແລະ ເດັກ ແລະ ໂພຊະນາການ ຢູ່ 5 ແຂວງ ຂອງສປປ ລາວ ແມ່ນເປັນໂຄງການໜຶ່ງ ທີ່ຈະເຂົ້າມາໃຫ້ການ ສະໜັບສະໜູນວຽກງານສຸຂະພາບແມ່ ແລະ ເດັກ ແລະ ໂພຊະນາການ ຢູ່ ສປປ ລາວ ໂດຍປະຕິບັດຕາມຍຸດທະສາດສຸຂະ ພາບ ຈະ ເລີນພັນ ແມ່ ເດັກເກີດ   ໃໝ່ ເດັກນ້ອຍ ລວມທັງໄວໝຸ່ມຂອງກະຊວງສາທາລະນະສຸກໄດ້ກຳນົດອອກ ໂດຍຜ່ານ ການສ້າງຄວາມເຂັ້ມແຂງໃຫ້ແກ່ຄູ່ຮ່ວມງານພາກລັດ ຂັ້ນສູນກາງ ຂັ້ນແຂວງ ຂັ້ນເມືອງ ແລະ ຂັ້ນໂຮງໝໍນ້ອຍ ຢູ່ໃນ 24 ເມືອງເປົ້າໝາຍຂອງ 5 ແຂວງ ໂດຍມີເປົ້າໝາຍເພື່ອແນ່ໃສ່ປັບປຸງຜົນໄດ້ຮັບດ້ານສຸຂະພາບ ແລະ ໂພຊະນາການຂອງແມ່ ຍິງຖືພາ (ກ່ອນເກີດ ໄລຍະເກີດ ຫຼັງເກີດ) ເດັກເກີດໃໝ່ ແລະ ເດັກ ນ້ອຍ ຢູ່ໃນເຂດພື້ນທີ່ເປົ້າໝາຍໂຄງການໃຫ້ດີຂຶ້ນ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບໂຄງການສ້າງຄວາມເຂັ້ມແຂງວຽກງານສຸຂະພາບແມ່ ແລະ ເດັກ ແລະ ໂພຊະນາ ການ ຢູ່ 5 ແຂວງ ຈັດຂຶ້ນວັນທີ 3 ກຸມພາ 2023 ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ຮ່ວມລົງນາມໃນເອກະສານສຳຄັນ ລະຫວ່າງ ທ່ານ ດຣ.ພອນປະເສີດ ອຸນາ ພົມ ຫົວໜ້າກົມອະນາໄມ ແລະ ສົ່ງ ເສີມສຸຂະພາບ ກະຊວງສາທາລະນະສຸກ ແລະ ທ່ານ Brian Mulligan ຫົວໜ້າໂຄງ ການເຈເອສໄອ ມີ ທ່ານ ດຣ ສະໜອງ ທອງຊະນະ ທ່ານ Dr.Peter M. Haymond ເອກອັກຄະລັດຖະທູດສະຫະລັດອາເມ ລິກາ ປະຈໍາສປປ ລາວ ພ້ອມຜູ້ຕາງໜ້າຈາກອົງການ USAID ປະຈໍາສປປ ລາວ ບັນດາ​ແຂກ​ຖືກ​   ເຊ​ີນ ແລະ ພະແນກສາທາ ລະນະສຸກ 5 ແຂວງເຂົ້າຮ່ວມ.

error: Content is protected !!