ສວນດວງຕາເວັນແຫຼ່ງທ່ອງທ່ຽວທຳມະຊາດໃຈກາງເມືອງຫຼວງ ຈະເປີດໃຫ້ບໍລິການໃນເດືອນ ເມສາ 2023 ນີ້

      ສວນດວງຕາເວັນເປັນອີກສວນໜຶ່ງທີ່ສ້າງຂຶ້ນເພື່ອໃຫ້ນ້ອງນັກຮຽນ ກໍຄື ຄົນຮຸ່ນໃໝ່ໄດ້ມາທັດສະ ນະຮຽນຮູ້ກ່ຽວກັບພືດປ່າ ຕົ້ນໄມ້ປ່າທີ່ຫາຍາກ ແລະ ໃກ້ຈະສູນພັນ ໄດ້ມາສຳຜັດເບິ່ງຕົ້ນໄມ້ຕົວຈິງ ໄດ້ຮູ້ເຖິງຄວາມສຳຄັນຂອງຕົ້ນໄມ້ແຕ່ລະຊະນິດແນ່ໃສ່ໃຫ້ຄົນຮຸ່ນໃໝ່ໄດ້ເຫັນຄວາມສຳຄັນ ເພື່ອໃຫ້ຮູ້ຈັກຮັກສາສິ່ງແວດລ້ອມ ພ້ອມນັ້ນກໍຫວັງສ້າງປ່າໃນຕົວເມືອງນຳເອົາອົກຊີແຊນ ກໍຄື ອາກາດບໍລິສຸດມາສູ່ຄົນໃນຕົວເມືອງໂດຍບໍ່ຕ້ອງເດີນທາງອອກໄປສຳຜັດຄວາມຮົ່ມເຢັນຂອງຕົ້ນໄມ້ຢູ່ໄກພຽງ ແຕ່ເດີນທາງມາບ້ານໂພນພະເນົາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ (ນວ) ກໍສາມາດເຂົ້າມາສຳຜັດບັນຍາກາດປ່າໄມ້ໄດ້ແລ້ວ.

      ທ່ານ ນາງ ດວງຕາ ມາດມະນີສອນ ປະທານກຸ່ມບໍລິສັດດີເອັມ ຈຳກັດ ຜູ້ດຽວ ທັງເປັນເຈົ້າຂອງສວນດວງຕາເວັນໄດ້ໃຫ້ສຳພາດໃນວັນທີ 3 ກຸມພາ 2023 ວ່າ: ດ້ວຍຄວາມຮັກມັກໃນທຳມະຊາດ ແລະ ຕ້ອງການໃຫ້ລູກຫຼານ ນ້ອງນັກຮຽນ ກໍຄືຄົນຮຸ່ນໃໝ່ໄດ້ຮຽນຮູ້ ສຳຜັດກັບພືດປ່າ ແລະ ຕົ້ນໄມ້ປ່າທີ່ຫາຍາກໃກ້ຈະສູນພັນ ຈິ່ງໄດ້ມີແນວຄວາມຄິດພັດທະນາເນື້ອທີ່ດິນຂອງຕົນເອງຈຳນວນ 7 ເຮັກຕາ ມາພັດທະນາເປັນສວນດວງຕາເວັນ ຕັ້ງຢູ່ ບ້ານໂພນພະເນົາເມືອງໄຊເສດຖາ ນວ ເຊິ່ງໄດ້ເລີ່ມພັດທະນາເປັນສວນມາແຕ່ປີ 2019 ເປັນຕົ້ນມາ ໂດຍໄດ້ເລີ່ມຕົ້ນນຳເອົາຕົ້ນໄມ້ປ່າຊະນິດຕ່າງໆມາປູກໄວ້ ປັດຈຸ ບັນ ມີຫຼາຍກວ່າ 50 ຊະນິດ ເຊັ່ນ: ຕົ້ນກະໂດນໂຄກ ກະໂດນນໍ້າ ຕົ້ນໝາກຄໍ້ ໝາກສົ້ມມໍ ໝາກຂາມປ້ອມ ໝາກແໜ່ງ ຕົ້ນດອກກະຈ້ຽວ ແລະ ຕົ້ນໄມ້ ອື່ນໆ ນອກຈາກນີ້ ຍັງມີຕົ້ນສະໝຸນໄພ ແລະ ຕົ້ນດອກໄມ້ ທີ່ກໍາລັງປັບປຸງ ແລະ ປູກຄືນໃໝ່ອີກຫຼາຍຊະນິດ ເພື່ອສ້າງໃຫ້ສວນມີສີສັນທີ່ສວຍງາມ ຄຽງຄູ່ກັນ ກໍຍັງໄດ້ສ້າງຈຸດເດັ່ນອີກຫຼາຍຈຸດ ເພື່ອດຶງດູດໃຫ້ລູກຄ້າ ກໍຄື ນັກທ່ອງທ່ຽວເຂົ້າມາທ່ຽວຊົມ ແລະ ຖ່າຍຮູບເກັບໄວ້ເປັນທີ່ລະນຶກເປັນຕົ້ນ ໄດ້ສ້າງນໍ້າຕົກຕາດຂະໜາດໃຫ່ຍ ຈຸດກ້ອນຫີນຍັກ ຈຸດຖ່າຍຮູບງານແຕ່ງດອງ ຈຸດຈັດງານລ້ຽງ-ງານສະແດງດົນຕີ ຕູບພັກຜ່ອນ ເຮືອນລາວ ແລະ ເຮືອນຮູບຊົງຝຣັ່ງ ຮ້ານອາຫານ ແລະ ອື່ນໆ ໄວ້ຄອຍບໍລິການລູກຄ້າ.  

      ມາຮອດປັດຈຸບັນການພັດທະນາສວນດວງຕາເວັນແມ່ນຄືບໜ້າ 70 ແລະ ຄາດວ່າຈະເປີດໃຫ້ບໍລິການໃນເດືອນ ເມສາ 2023 ນີ້ ໃນເບື້ອງຕົ້ນແມ່ນຈະເປີດໃຫ້ບັນດາໂຮງຮຽນພາກລັດຢູ່ບໍລິເວນໃກ້ຄຽງນຳພານັກຮຽນມາທັດສະນະສຶກສາໂດຍບໍ່ເສຍຄ່າ ເພື່ອເປີດໂອກາດໃຫ້ເດັກໄດ້ມາຮຽນຮູ້ ໄດ້ມາເຫັນພືດປ່າ ແລະ ຕົ້ນໄມ້ປ່າທີ່ຫາຍາກ ຫຼັງຈາກນັ້ນກໍຈະເປີດໃຫ້ທຸກໂຮງຮຽນ ລວມທັງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ສົນໃຈເຂົ້າມາທັດສະນະສຶກສາ ແລະ ທ່ອງທ່ຽວສຳຜັດບັນຍາກາດປ່າໃນກາງຕົວເມືອງ ໂດຍເກັບຄ່າເຂົ້າບໍລິການໃນລາຄາທີ່ສົມເຫດສົມຜົນ ເຊິ່ງຈະເປີດບໍລິການໃນທຸກໆວັນເລີ່ມແຕ່ເວລາ 8:30 ເປັນຕົ້ນໄປ ພ້ອມນັ້ນ ເພື່ອເປັນການດຶງດູດນັກທ່ອງທ່ຽວສວນດວງຕາເວັນກໍຍັງຈະໄດ້ຈັດຫຼາຍກິດຈະກຳ ແລະ ຈັດງານເທສະການສຳຄັນຕ່າງໆ ມີບໍລິການອາຫານ ແລະ ຕູບພັກຜ່ອນໃຫ້ກັບລູກຄ້າ ພ້ອມທັງເນັ້ນຄວາມສະອາດຈົບງາມໄປຄຽງຄູ່ກັບຄວາມສະຫງົບປອດໄພໃຫ້ແກ່ລູກຄ້າ.

error: Content is protected !!