ນາຍົກເນັ້ນຂະແໜງ ພບ ສຸມໃສ່ປັບປຸງຫົວໜ່ວຍທຸລະກິດ

       ວັນທີ 3 ກຸມພາ 2023 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເຂົ້າຮ່ວມໃຫ້ທິດໄປຊີ້ນໍາຕໍ່ກອງປະຊຸມສະຫຼຸບແຜນພັດທະນາພະລັງງານ ແລະ ບໍ່ແຮ່ (ພບ) ປະຈໍາປີ 2022 ກາງສະໄໝ ແລະ ການຄາດຄະເນທ້າຍສະໄໝຂອງແຜນພັດທະນາ ພບ 5 ປີ ຄັ້ງທີ IX (2021-2025) ແລະ ປະເມີນການຈັດຕັ້ງປະຕິບັດສອງວາລະແຫ່ງຊາດໃນຂະແໜງ ພບ ທີ່ຈັດຂຶ້ນວັນທີ 2-3 ກຸມພາ 2023 ຢູ່ຫໍປະຊຸມແຫ່ງຊາດ ເປັນປະທານຂອງທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງ ພບ ມີບັນດາຮອງປະທານກໍາມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມສະພາແຫ່ງຊາດ ຮອງລັດຖະມົນຕີ ເຈົ້າແຂວງ ນະຄອນຫຼວງ ຜູ້ຕາງໜ້າຈາກບັນດາກະຊວງ ຫົວໜ້າກົມ ຮອງກົມ ສະຖາບັນ ວິສາຫະກິດ ແລະ ພະແນກ ພບ ທົ່ວປະເທດເຂົ້າຮ່ວມ.

                ໂອກາດນີ້ທ່ານ ນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍຫຍໍ້ຜົນກອງປະຊຸມ ຈາກນັ້ນໄດ້ໂອ້ລົມໃຫ້ທິດຊີ້ນໍາເນັ້ນໃຫ້ກະຊວງ ພບ ກວດກາຄືນການປະຕິບັດພາລະບົດບາດຕາມດໍາລັດຂອງນາຍົກລັດຖະມົນຕີ ທີ່ໄດ້ກໍານົດແຕ່ລະບົດບາດຂອງການຄຸ້ມຄອງມະຫາພາກຕາມ 27 ໜ້າທີ່ 13 ຂອບເຂດສິດ ຕິດພັນກັບການປະຕິບັດ 5 ບົດບາດມະຫາພາກທີ່ຂັ້ນສູນກາງໄດ້ກໍານົດໄວ້ຢ່າງແຈ້ງ ໂດຍສະເພາະຄົ້ນຄວ້າປັບປຸງ ກວດກາຄືນ ແລະ ຂຶ້ນແຜນກໍານົດມາດຖານຕໍາແໜ່ງງານ ຈັດຕັ້ງການກໍ່ສ້າງ ປັບປຸງ ຍົກລະດັບ ພ້ອມທັງກວດກາ ແລະ ບັນຈຸຊັບຊ້ອນພະນັກງານ ພບ ໃຫ້ສອດຄ່ອງກັບຄວາມເປັນຈິງ ພ້ອມນັ້ນໃຫ້ເອົາໃຈໃສ່ຍົກລະດັບວິຊາສະເພາະ ຫັນເປັນຊ່ຽວຊານ ເພື່ອການພັດທະນາທີ່ໄວຂຶ້ນ ແລະ ຄົ້ນຄວ້າວິທະຍາສາດ ພັດທະນາຂະແໜງການ ພບ ໃຫ້ຫັນເປັນທັນສະໄໝເທື່ອລະກ້າວ ສຸມໃສ່ປັບປຸງຫົວໜ່ວຍທຸລະກິດຢູ່ໃນຂະແໜງ ພບ ໃຫ້ມີການຫັນປ່ຽນສາມາດຮອງຮັບການເຮັດບົດບາດເປັນເຈົ້າພາທາງໃຫ້ແກ່ຫົວໜ່ວຍວິສາຫະກິດ ແລະ ພາກເອກະຊົນເປັນຕົ້ນ ແກ້ໄຂສະພາບຕ່່ອງໂສ້ທາງດ້ານການເງິນ ການແກ້ໄຂໜີ້ສິນ ການປັບປຸງຂອດບໍລິການ ຫຼຸດຜ່ອນຂັ້ນຕອນໃຫ້ສັ້ນລົງ ຮັບປະກັນຄວາມວ່ອງໄວ ແລະ ມີຄຸນນະພາບ ໄດ້ມາດຕະຖານສູງ ສ່ວນຂະແໜງບໍ່ແຮ່ໃຫ້ສືບຕໍ່ຊີ້ນໍາຊຸກຍູ້ ແລະ ປະຕິບັດຕາມທິດເປັນມິດກັບສິ່ງແວດລ້ອມ ຂະຫຍາຍຕົວຢ່າງໜັກແໜ້ນ ຕໍ່ເນື່ອງ ແລະ ຍືນຍົງ ຂຸດຄົ້ນແຮ່ທາດທີ່ມີລາຄາສູງເປັນທີ່ຕ້ອງການຂອງຕະຫຼາດຕິດພັນຢ່າງແໜ້ນແຟ້ນກັບການປຸງແຕ່ງ ແລະ ສົ່ງຜະລິດຕະພັນແຮ່ທາດອອກໄປຕ່າງປະເທດ ແທນການສົ່ງແຮ່ທາດແບບເຂັ້ມຂຸ້ນອອກ ພ້ອມນີ້ກໍ່ຕ້ອງັບປຸງຂອດການຄົ້ນຄວ້າການອະນຸຍາດໃນການດໍາເນີນທຸລະກິດດ້ານນີ້ໃຫ້ເຄັ່ງຄັດ ເຂັ້ມງວດ ແລະ ສອດຄ່ອງກັບກົດໝາຍ ແບ່ງຂັ້ນຄຸ້ມຄອງໃຫ້ຖືກຕ້ອງ ມີປະສິດທິຜົນແກ້ໄຂປາກົດການຫຍໍ້ທໍ້ຕ່າງໆໃນການພັດທະນາບໍ່ແຮ່ ແລະ ອື່ນໆ.

error: Content is protected !!