ນາຊາຍທອງ ໄດ້ຮັບບັດພະນັກງານ-ລັດຖະກອນ 277 ທ່ານ

       ວັນທີ 2 ກຸມພາ 2023 ຫ້ອງການພາຍໃນ ເມືອງນາຊາຍທອງ ສົມທົບກັບ ພະແນກພາຍໃນ ນະຄອນຫຼວງວຽງຈັນ ແລະ ກະຊວງພາຍໃນ ພ້ອມດ້ວຍອົງການປົກຄອງເມືອງນາຊາຍທອງ ຈັດພິທີມອບ-ຮັບ ບັດພະນັກງານ-ລັດຖະກອນ ຂຶ້ນຢູ່ທີ່ສະໂມສອນປົກຄອງເມືອງນາຊາຍທອງ ໂດຍການເປັນປະທານຂອງທ່ານ ພູວອນ ພົງລາດແກ້ວ ຮອງເຈົ້າເມືອງນາຊາຍທອງ ແລະ ທ່ານ ອະໂນລັກ ສິດທິເດດ ຮອງຫົວໜ້າກົມຄຸ້ມຄອງລັດຖະກອນ ກະຊວງພາຍໃນ ມີບັນດາການນຳເມືອງ ແລະ ພະນັກງານ-ລັດຖະກອນ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງກໍແມ່ນເພື່ອກວດກາຊີວະປະຫວັດພະນັກງານ-ລັດຖະກອນ ແລະ ກວດກາບັນຊີຈຳນວນພົນ ໃຫ້ມີຄວາມຖືກຕ້ອງ ແລະ ຊັດເຈນ ຕາມຂໍ້ມູນຕົວຈິງ ທີ່ສັງກັດຢູ່ແຕ່ລະພາກສ່ວນ ປັດຈຸບັນ ຢູ່ເມືອງນາຊາຍທອງ ມີຊີວະປະຫວັດ ພະນັກງານ-ລັດຖະກອນ ທັງໝົດ 327 ທ່ານ ຍິງ 167 ທ່ານ ແລະ ສາມາດອອກບັດໄດ້ຕົວຈິງ ໃນຊຸດທີ 1 ໄດ້ຈຳນວນ 277 ທ່ານ ຍິງ 143 ທ່ານ ແລະ ນັບບໍ່ທັນແກ້ໄຂຂໍ້ມູນ ຈຳນວນ 50 ທ່ານ ແມ່ນຈະໄດ້ກວດກາຂໍ້ມູນຄວາມຖືກຕ້ອງ ຈິ່ງຈະໄດ້ຈັດພິທີ ມອບ-ຮັບ ໃນຄັ້ງຕໍ່ໄປ.

error: Content is protected !!