ໂອດ່ຽນມໍ ແຈກໂຊກໃຫຍ່ຄືນກຳໄລໃຫ້ລູກຄ້າມູນຄ່າ 100 ລ້ານກີບ

ບໍລິສັດ ໂອດ່ຽນ ມໍ ຈັດກິດຈະກໍາຈັບສະຫຼາກແຈກໂຊກໃຫຍ່ ປະຈໍາປີ 2022 ເພື່ອຄືນກໍາໄລໃຫ້ລູກຄ້າວັນທີ 1 ກຸມພາ 2023 ຢູ່ບໍລິສັດດັ່ງກ່າວ ບ້ານຂົວຫຼວງໃຕ້ ເມືອງຈັນທະບູລີ ນະຄອນຫຼວງວງວຽຈັນ ໂດຍມີທ່ານ ສຸລະເດດ ລັດຕະນະປະທີບທອງ ປະທານກໍາມະການບໍລິຫານບໍລິສັດ ໂອດ່ຽນ ມໍ ພ້ອມດ້ວຍຄະນະບໍລິຫານຂອງບໍລິສັດ ໂອດ່ຽນ ມໍ ບັນດາລູກຄ້າ ແລະ ສື່ ມວນຊົນ ເຂົ້າຮ່ວມ.

ທ່ານ ສຸລະເດດ ລັດຕະນະປະທີບທອງ ກ່າວວ່າ: ໂອດ່ຽນ ມໍ ສ້າງຕັ້ງຂຶ້ນປີ 1992 ເຊິ່ງທຸລະກິດທີ່ເລີ່ມຕົ້ນເຮັດແມ່ນຈໍາໜ່າຍ (ນໍ້າປະປາ) ຄົບວົງຈອນ ແລະ ໄດ້ຂະຫຍາຍທຸລະກິດອອກເປັນ 3 ສາຂາໃຫຍ່ ຄື: ໄຟຟ້າ ແອ ແລະ ອຸປະກອນກໍ່ສ້າງ (ນໍ້າປະ ປາ) ປັດຈຸບັນໂອດ່ຽນ ມໍ ກາຍເປັນບໍລິສັດທີ່ຈໍາໜ່າຍເຄື່ອງໄຟຟ້າໃຫຍ່ທີ່ສຸດໃນ ສປປ ລາວ ເຊິ່ງພວກເຮົາມີທັງທຸລະກິດຂາຍ ຍ່ອຍ ແລະ ຂາຍສົ່ງທົ່ວປະເທດ ພ້ອມທັງມີສູນບໍ ລິການຫຼັງການຂາຍ ຫຼື ສູນສ້ອມແປງໄວ້ຄອຍບໍລິການລູກຄ້າທີ່ໄດ້ມາດຕະ ຖານ ມີໜ້າຮ້ານເປີດໃໝ່ທີ່ໃຫຍ່ ທັນສະ  ໄໝຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນ ຈໍາໜ່າຍສິນຄ້ານະວັດຕະກໍາຍີ່​ຫໍ້​ດັງ​ຈາ​ກ ຫຼາຍປະເພດໃນລາຄາທີ່ເໝາະສົມ ພ້ອມທັງກິດຈະກໍາສົ່ງເສີມກາຍຕະຫຼາດສຸດພິເສດ ມີຂອງແຈກ-ແຖມຢ່າງຫຼວງຫຼາຍ ແລະ ມີລາງວັນໃຫຍ່ມອບໃຫ້ລູກຄ້າເປັນປະຈໍາ ໂດຍລູກຄ້າທີ່ຊື້ສິນຄ້າຈາກໂອດ່ຽນ ມໍ ຈະບໍ່ຜິດຫວັງແນ່ນອນ.      

ທ່ານ ນາງ ປູລິດາ ພະລາດຊະໂຍທາ ກໍາມະການບໍລິຫານບໍລິສັດ ໂອດ່ຽນ ມໍ ກ່ວວ່າ: ຈຸດປະສົ່ງການຈັດກິດຈະກຳແຈກ ໂຊກ ໃຫຍ່ໃຫ້ລູກຄ້າຄັ້ງນີ້ ເພື່ອຄືນກຳໄລໃຫ້ລູກຄ້າທີ່ຊື້ສິນຄ້າຈາກໂອດ່ຽນ ມໍ ມູນຄ່າທຸກໆ 500.000 ກີບຂຶ້ນໄປ ຈະໄດ້ ໃບຊີງໂຊກ 1 ໃບ ຊື້ຫຼາຍກໍໄດ້ຮັບຫຼາຍ ໂດຍກິດຈະກໍາດັ່ງກ່າວໄດ້ເລີ່ມແຕ່ເດືອນ ຕຸລາ 2022 ເປັນຕົ້ນມາ ໃນນີ້ລາງວັນທີ 1 ໂທລະພາບ 64 ນິ້ວ ມູນຄ່າ 18.590.000 ກີບ ລາງວັນທີ 2 ຕູ້ ເຢັນ 20.5Q ມູນຄ່າ 15.090.000 ກີບ ລາງວັນທີ 3 ແອ 12.000 BTU ມູນຄ່າ 7.290.000 ກີບ ແລະ ລາງວັນອື່ນໆອີກ ລວມ 131 ລາງວັນ ລວມມູນຄ່າ 100 ລ້ານກີບ.

ຜ່ານການຈັບສະຫຼາກ ຜູ້ໂຊກດີໄດ້ຮັບລາງວັນທີ 1 ແມ່ນທ່ານນາງ ທອງສຸກ ຫຼ່ຽມອິນທະວົງ ບ້ານໜອງດ້ວງ ເມືອງຈັນທະບູ ລີ ນະຄອນຫຼວງວຽງຈັນ ເບີໂທ 020 59042142 ລາງວັນທີ 2 ທ່ານນາງ ນາລິນ ເມກດາລາ ບ້ານສະພານທອງໃຕ້ ເມືອງສີ ສັດຕະນາກ ນະຄອນຫຼວງວຽງຈັນ ເບີໂທ 020 55616831 ລາງວັນທີ 3 ທ່ານນາງ ນິດ ຄໍາມີໄຊ ບ້ານດອນກອຍ ເມືອງສີສັດ ຕະນາດ ນະຄອນຫຼວງວຽງຈັນ ເບີໂທ 020 28039845 ສ່ວນຜູ້ໂຊກດີລາງວັນອື່ນໆ ພະນັກງານບໍລິສັດ ໂອດ່ຽນ ມໍ ຈະຕິດຕໍ່ ຫາເພື່ອມາຮັບລາງວັນ ຫຼື ສາມາດຕິດຕາມໄດ້ທີ່ເຝດເຟດບຸກ ບໍລິສັດ ໂອດ່ຽນ ມໍ.

error: Content is protected !!