ມອບ-ຮັບໜ້າທີ່ລັດຖະມົນຕີກະຊວງການເງິນ

ພິທີມອບ-ຮັບໜ້າທີ່ລະຫວ່າງທ່ານ ບຸນໂຈມ ອຸບົນປະເສີດ ເລຂາຄະນະບໍລິຫານງານພັກ ລັດຖະ ມົນຕີກະຊວງການ ເງິນຜູ້ເກົ່າ ແລະ ທ່ານ ສັນຕິພາບ ພົມວິຫານ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງການເງິນຜູ້ໃໝ່ ຈັດ ຂຶ້ນວັນທີ 3 ກຸມພາ 2023 ທີ່ກະຊວງການເງິນ ມີທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ບັນດາລັດຖະມົນຕີ ຮອງລັດຖະມົນຕີ ອະດີດການນຳກະຊວງການເງິນ ແລະ ບັນດາຫົວໜ້າກົມຮອງກົມອ້ອມຂ້າງກະຊວງການເງິນເຂົ້າຮ່ວມ.

ໃນພິທີ ທ່ານ ນາງ ບຸດສະດີ ທະນະເມືອງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານຄໍາສັ່ງຂອງກົມການເມືອງສູນ ກາງພັກສະບັບລົງວັນທີ 26 ມັງກອນ 2023 ວ່າດ້ວຍການຍົກຍ້າຍພະນັກງານການນໍາຂັ້ນສູງໄປຮັບໜ້າທີ່ໃໝ່ ຜ່ານມາຕະ ຕົກ ລົງຂອງຄະນະເລຂາທິການສູນກາງພັກສະບັບລົງວັນທີ 26 ມັງ ກອນ 2023 ວ່າດ້ວຍການແຕ່ງຕັ້ງຄະນະ ປະຈຳພັກກະ ຊວງ ຜ່ານດຳລັດວ່າດ້ວຍການແຕ່ງຕັ້ງເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງການເງິນ ແລະ ເອກະສານກ່ຽວ ຂ້ອງ ໃນການຍົກຍ້າຍ ທ່ານ ບຸນໂຈມ ອຸບົນປະເສີດ ໄປຮັບໜ້າທີ່ໃໝ່ຢູ່ແຂວງສະຫວັນນະເຂດ ແລະ ແຕ່ງຕັ້ງ ທ່ານ ສັນຕິ ພາບ ພົມ ວິຫານ ເລຂາພັກແຂວງເຈົ້າແຂວງສະຫວັນນະເຂດມາຮັບໜ້າທີ່ໃໝ່ເປັນເລຂາຄະນະບໍລິຫານງານພັກ ລັດຖະ ມົນຕີກະຊວງການເງິນຜູ້ໃໝ່.

ໃນ​ພິ​ທີ ທ່ານນາຍົກລັດຖະມົນຕີ ໄດ້ໂອ້ລົມວ່າ: ການຊັບຊ້ອນໜ້າທີ່ຕໍາແໜ່ງລະຫວ່າງຂັ້ນສູນກາງ ແລະ ທ້ອງຖິ່ນມັນເປັນ ເລື້ອງປົກກະຕິ ຕຳແໜ່ງເທົ່າທຽມກັນ ແລະ ການຍົກຍ້າຍບໍ່ໃຫ້ໝາຍວ່າເປັນການບົກຜ່ອງຕໍ່ໜ້າທີ່ວຽກງານຂອງຜູ້ໃດ ຜູ້ໜຶ່ງແຕ່ຢ່າງໃດມັນເປັນການສ້າງເງື່ອນໄຂໃຫ້ພະນັກງານນໍາພາຄຸ້ມຄອງຍຸດທະສາດຂອງພັກ-ລັດ ໃຫ້ມີປະສົບການໃນການ ເຮັດວຽກຕົວຈິງຈາກການປະຕິບັດພຶດຕິກຳຕົວຈິງ ການລົງໄປທ້ອງຖິ່ນເປັນຜູ້ນໍາສູງສຸດຢູ່ຂັ້ນທ້ອງຖິ່ນກໍເພື່ອໄປເອົາປະສົບ ການ ພ້ອມນັ້ນທ່ານຍັງເນັ້ນໃຫ້ລັດ ຖະມົນຕີຜູ້ໃໝ່ສືບຕໍ່ນຳພາໝູ່ຄະນະຈັດຕັ້ງປະຕິບັດວຽກງານການເງິນໃຫ້ມີຜົນສຳເລັດ ແລະ ປັບປຸງແກ້ໄຂບັນຫາຂໍ້ຄົງຄ້າງໃນສະພາບປັດຈຸບັນທີ່ເສດຖະກິດມີຄວາມຫຍຸ້ງຍາກ ຄຸ້ມຄອງລາຍຮັບ-ລາຍຈ່າຍໃຫ້ມີ ຄວາມທັນສະໄໝ ຄົ້ນຄວ້ານະໂຍບາຍຟື້ນຟູເສດຖະກິດ ແລະ ອື່ນໆ.   

error: Content is protected !!