ນາຍົກລັດຖະມົນຕີ ຊີ້ນຳວຽກອຳນວຍຄວາມສະດວກ ທາງດ້ານການຄ້າ-ການຂົນສົ່ງ

ວັນທີ 2 ກຸມພາ 2023 ນີ້ ຢູ່ສໍານັກງານນາຍົກລັດ ຖະມົນຕີ ຈັດກອງປະຊຸມ ປຶກສາຫາລື ກ່ຽວກັບ ວຽກງານການອຳນວຍຄວາມສະດວກ ທາງດ້ານການຄ້າ ແລະ ການຂົນສົ່ງ ຕິດພັນກັບການນຳເຂົ້າ-ສົ່ງອອກສິນຄ້າ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ມີບັນດາລັດຖະມົນຕີ ຮອງລັດຖະມົນຕີ ກະຊວງ-ອົງການ ພ້ອມດ້ວຍຄະນະກົມ ແລະ ພະນັກງານ-ວິຊາການກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການລາຍງານ ຄົ້ນຄວ້າ ປຶກ ສາຫາລື ແລະ ປະກອບຄຳເຫັນ ຕໍ່ 3 ຫົວຂໍ້ສຳຄັນ ຄື: ຮ່າງດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກຳມະການອຳນວຍຄວາມສະດວກທາງດ້ານ ການຄ້າ ແລະ ການຂົນສົ່ງ ເຊິ່ງເປັນການໂຮມຄະນະກຳມະການຊີ້ນຳລວມ ອຳ ນວຍຄວາມສະດວກທາງດ້ານການຄ້າ ແລະ ຄະ ນະກຳມະການຂົນສົ່ງແຫ່ງຊາດ ເຂົ້າກັນ ລາຍງານກ່ຽວກັບການນຳເຂົ້າ ແລະ ສົ່ງອອກສິນຄ້າ ແລະ ລາຍງານກ່ຽວກັບສະພາບການຂົນສົ່ງສິນຄ້າ.

ຜ່ານການຮັບຟັງການລາຍງານ ກອງປະຊຸມ ໄດ້ພິ ຈາລະນາປ່ອຍເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງດໍາລັດ ດັ່ງກ່າວ ໂດຍໄດ້ຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງ ສົມທົບກັນປັບປຸງຄືນ ຕາມການປະ ກອບຄຳເຫັນ ຂອງຜູ້ເຂົ້າຮ່ວມ ໃຫ້ມີເນື້ອໃນຄົບ ຖ້ວນ ລະອຽດ ຈະແຈ້ງ ສອດຄ່ອງກັບຕົວຈິງ ແລະ ນິຕິກຳທີ່ກ່ຽວຂ້ອງ ໂດຍສະເພາະ ເນື້ອໃນ ທີກ່ຽວ ກັບກອງເລຂາ ການກຳນົດກາປະທັບ ໂຄງປະກອບບຸກຄະລາກອນ ງົບປະມານຮັບໃຊ້ເຂົ້າໃນການເຄື່ອນໄຫວ ລວມທັງ ມາດຕະການຈັດຕັ້ງປະຕິບັດ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ ພາຍຫລງປັບປຸງສຳເລັດແລ້ວ ສົ່ງໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ ເພື່ອຄົ້ນຄວ້າສະເໜີທ່ານນາຍົກລັດຖະມົນຕີ ພິຈາລະນາລົງລາຍ ເຊັນປະກາດໃຊ້.

ສຳລັບວຽກງານວຽກງານການນຳເຂົ້າ-ສົ່ງອອກສິນ ຄ້າ ແລະ ການຂົນສົ່ງ ທ່ານປະທານກອງປະຊຸມ ໄດ້ມີຄຳເຫັນເນັ້ນ ໜັກໃຫ້ຂະແໜງການ ແລະ ພາກ ສ່ວນກ່ຽວຂ້ອງ ເອົາໃຈໃສ່ຕື່ມ ເປັນຕົ້ນ ຄົ້ນຄວ້າການກຳນົດລາ ຄາສິນຄ້າສົ່ງອອກ ໂດຍສະເພາະ ສິນຄ້າກະສິກຳ ເພື່ອຊ່ວຍເຫລືອ ແລະ ປົກປ້ອງຜົນປະໂຫຍດ ຂອງຜູ້ຜະລິດ ເອົາ ໃຈໃສ່ຂອດການຊຳ ລະ ຊື້-ຂາຍສິນຄ້າ ຜ່ານລະບົບທະນາຄານ ໃຫ້ສາ ມາດນຳເອົາເງິນຕາຕ່າງປະເທດເຂົ້າມາປະເທດ ຢ່າງຄົບຖ້ວນ ແລະ ຖືກຕ້ອງສອດຄ່ອງກັບລະບຽບການ ຄົ້ນຄວ້າກຳນົດລະບຽບການ ແລະ ມາດຕະການ ໃນການຈັດເກັບພາສີ-ອາກອນ ຈາກການຊື້-ຂາຍສິນຄ້າ  ທີ່ຍັງບໍ່ທັນມີລະບຽບການຄຸ້ມຄອງ ເພື່ອຮັບປະກັນ ການເກັບລາຍຮັບເຂົ້າງົບປະມານ ໃຫ້ໄດ້ຄົບຖ້ວນ ຄົ້ນຄວ້າ ແລະ ປັບປຸງ ການບໍລິ ການຂົນສົ່ງສິນຄ້າຜ່ານດ່ານຊາຍ ແດນ ລວມທັງຢູ່ບັນດາຈຸດຄ່ຽນຖ່າຍສິນຄ້າ ໃຫ້ມີຄວາມສະດວກ ວ່ອງໄວ ບໍ່ແອອັດ ນຳໃຊ້ລະບົບທີ່ທັນສະໄໝ ເປັນເອກະພາບ ໂປ່ງໄສ ແລະ ຍຸຕິທຳ ຕິດຕາມ ກວດກາການຈັດຕັ້ງປະຕິບັດ ບັນດາໜ້າວຽກ ທີ່ຕິດພັນກັບ ການນຳເຂົ້າ-ສົ່ງອອກສິນຄ້າ ແລະ ແກ້ໄຂບັນຫາທີ່ຍັງກົດໜ່ວງຖ່ວງດຶງ ການອຳນວຍຄວາມສະດວກ ໃຫ້ທັນການ ຕາມຂອບເຂດສິດ ພາລະບົດບາດຂອງຕົນ ຖ້າເກີນສິດ ຫລື ຕິດພັນກັບຫຼາຍຂະ ແໜງການ ແລະ ທ້ອງ ຖິ່ນໃຫ້ຮີບຮ້ອນລາຍງານຂັ້ນເທິງ ເພື່ອມີທິດຊີ້ນຳແກ້ໄຂ.

ໃນຕອນບ່າຍວັນດຽວກັນ ທ່ານນາຍົກລັດຖະມົນຕີ ຍັງໄດ້ໃຫ້ກຽດເປັນປະທານກອງປະຊຸມ ພົບປະກັບ ນັກທຸລະກິດ ທີ່ດຳເນີນກິດຈະການ ນຳເຂົ້າ-ສົ່ງອອກສິນຄ້າ ແລະ ການຂົນສົ່ງ ເພື່ອຮັບຟັງສະ ພາບການດຳເນີນທຸລະ ກິດ ໂດຍສະເພາະ ຂໍ້ສະ ດວກ ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີຕ່າງໆ ເພື່ອເປັນຂໍ້ມູນ ນຳໄປປຶກສາຫາລືຊອກຫາວິທີ ການແກ້ໄຂຂໍ້ຄົງຄ້າງຕ່າງໆ ໃນກອງປະຊຸມທຸລະກິດລາວ ທີ່ຈະຈັດຂຶ້ນໃນເວລາອັນໃກ້ໆນີ້.

ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ

error: Content is protected !!