ສານປະຊາຊົນສູງສຸດປະກາດການຈັດຕັ້ງສານ

ພິທີປະກາດຫົວໜ້າຄະນະສານແຮງງານຂອງສານປະຊາຊົນສູງສຸດ ແລະ ປະທານສານປະຊາຊົນພາກກາງ ໄດ້ຈັດຂຶ້ນໃນວັນທີ 2 ກຸມພາ 2023 ໂດຍການເປັນປະທານຂອງ ທ່ານ ສຈ ປອ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ມີຮອງປະທານສານປະຊາຊົນສູງສຸດ ບັນດາຫົວໜ້າ-ຮອງຫົວໜ້າກົມ ຫົວໜ້າ-ຮອງຫົວໜ້າຄະນະສານ ຂອງສານປະຊາຊົນ ສູງ ສຸດ ບັນດາຄະນະປະທານ ສານປະຊາຊົນພາກກາງ ຜູ້ ພິພາກສາ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ຂຸນສຸວັນ ສຸທໍາມະວົງ ຫົວກົມຈັດຕັ້ງພະນັກ ງານ ໄດ້ຂຶ້ນມະຕິຂອງຄະນະປະຈໍາສະພາແຫ່ງ ຊາດ ວ່າດ້ວຍການແຕ່ງຕັ້ງສານປະຊາຊົນພາກກາງ ແລະ ແຕ່ງຕັ້ງຫົວໜ້າຄະນະສານແຮງງານຂອງສານປະຊາຊົນສູງສຸດ ຄະນະປະຈຳສະພາແຫ່ງ ຊາດ ຕົກລົງ ແຕ່ງຕັ້ງ ທ່ານ ພົມສຸວັນ ພິລາຈັນ ຜູ້ພິພາກສາຊັ້ນສີ່ ຫົວໜ້າຄະນະສານແຮງງານ ສານປະຊາຊົນສູງສຸດ ເປັນ ປະທານສານປະຊາຊົນ ພາກກາງ ແຕ່ງຕັ້ງ ທ່ານ ແສງສຸວັນ ຈັນທະລຸນນະວົງ ຜູ້ພິພາກສາຊັ້ນ 4 ຮັກສາການປະທານສານປະຊາຊົນພາກກາງ ເປັນ ຫົວໜ້າຄະນະສານແຮງງານ ສານປະຊາຊົນສູງສຸດ ນອກນັ້ນຍັງໄດ້ຜ່ານຂໍ້ຕົກລົງຂອງສານປະຊາຊົນສູງສຸດ ວ່າດ້ວຍການເລື່ອນຜູ້ພິພາກສາສານປະຊາຊົນເຂດ III ນະຄອນຫຼວງວຽງຈັນ ປະທານສານປະຊາຊົນສູງສຸດ ຕົກລົງ ເຫັນດີເລື່ອນຊັ້ນຜູ້ພິພາກສາໃຫ້ ທ່ານ ສຸລິຈັນ ວໍລະເດດ ຜູ້ພິພາກສາຊັ້ນໜຶ່ງຂຶ້ນເປັນຜູ້ພິພາກສາຊັ້ນສອງ ປະຈໍາຢູ່ ສານປະຊາຊົນເຂດ III ນະຄອນຫຼວງວຽງຈັນ.

ເລື່ອນຊັ້ນ ຜູ້ພິພາກສາໃຫ້ ທ່ານ ດວງປັນຍາ ສາຍນໍລາດ ຜູ້ພິພາກສາ ຊັ້ນສອງ ຂຶ້ນເປັນ ຜູ້ພິພາກສາ ຊັ້ນສາມ ປະຈຳຢູ່ ສານປະຊາຊົນນະຄອນຫຼວງວຽງຈັນ ເລື່ອນຊັ້ນ ຜູ້ພິພາກສາໃຫ້ ທ່ານ ນາງ ພອນ ບຸນຂັນ ຜູ້ພິພາກສາ ຊັ້ນສອງ ຂຶ້ນເປັນ ຜູ້ພິພາກສາ ຊັ້ນສາມ ປະຈຳຢູ່ ສານປະຊາຊົນນະຄອນຫຼວງວຽງຈັນ.

ໂອກາດດັ່ງກ່າວ ທ່ານ ສຈ ປອ ນາງ ວຽງທອງ ສີພັນດອນ ກໍໄດ້ໂອ້ລົມເຊິ່ງທ່ານເນັ້ນໜັກວ່າ: ຕໍ່ກັບປະ ທານສານປະຊາຊົນພາກກາງ ແລະ ຫົວໜ້າຄະນະສານແຮງງານ ທີ່ໄດ້ຮັບການ ແຕ່ງຕັ້ງໃໝ່ ຕ້ອງໄດ້ສືບຕໍ່ສຶກສາອົບຮົມ ພະນັກງານ-ຜູ້ພິພາກສາ ທາງດ້ານແນວຄິດ ຄຸນທາດການເມືອງ ຄຸນສົມບັດ ສິນ ທຳປະຕິວັດ ຈັນຍາບັນ-ຈັນຍາທຳ ສ້າງຄວາມເຂັ້ມແຂງດ້ານວຽກ ງານວິຊາສະເພາະ ວິຊາການ ໃຫ້ນັບມື້ນັບສູງ ເຮັດໃຫ້ພະນັກງານມີນໍ້າໃຈຮັກຊາດມີຄວາມ ຈົງຮັກພັກດີຕໍ່ພັກ-ລັດ ສັດຊື່ບໍລິສຸດຮັບໃຊ້ປະຊາຊົນ ດ້ວຍຄວາມຈິງໃຈ ເປັນທຳ ເຄົາລົບ ແລະ ປະຕິບັດກົດໝາຍຢ່າງເຂັ້ມງວດ.

ສິ່ງສໍາຄັນການສຶກສາອົບຮົມ ແມ່ນໃຫ້ດຳເນີນຢ່າງ ເປັນປົກກະຕິ ປະຕິບັດດ້ວຍຫຼາຍຮູບການ ຫຼາຍວິທີ ມີເປົ້າໝາຍທີ່ຊັດເຈນ ມີການສັງເກດ ຕີລາຄາຄືນຢ່າງເປັນລະບົບຕໍ່ເນື່ອງ ຕໍ່ສະຫາຍທີ່ໄປຮັບໜ້າທີ່ໃໝ່ຢູ່ສານປະຊາຊົນພາກກາງ ໃນນາມເປັນປະທານສານປະຊາຊົນ ພາກກາງຕ້ອງໄດ້ເອົາໃຈນໍາພາ-ຊີ້ນໍາ ໃນການປະຕິບັດໜ້າທີ່ໃຫຍ່ຕົ້ນຕໍ ຄື: (1) ໃນຖານະທີ່ ເປັນສານຂັ້ນລົບລ້າງໃນຄະດີທີ່ສານເຂດໄດ້ຕັດສິນເປັນຂັ້ນຕົ້ນ ແລະ ສານແຂວງ- ນະຄອນຫຼວງ ໄດ້ພິພາກສາເປັນຂັ້ນອຸທອນ ຕ້ອງຮັບປະກັນຄວາມຖືກຕ້ອງຕາມກົດໝາຍ ໃນ ເວລາພິພາກສາຄະດີເປັນຂັ້ນລົບລ້າງທາງດ້ານກົດ ໝາຍ ຕໍ່ສະຫາຍທີ່ຮັບໜ້າທີ່ໃໝ່ຢູ່ຄະນະສານແຮງງານ ສານປະຊາຊົນສູງສຸດ ຈົ່ງສືບຕໍ່ນຳໃຊ້ປະ ສົບການ ແລະ ບົດຮຽນຜ່ານມາ ເພື່ອເພີ່ມທະວີການພິພາກສາຄະດີຂອງສານຂັ້ນລົບລ້າງ ແຕ່ບັນ ຫາທາງດ້ານກົດໝາຍ ໃຫ້ມີຄວາມຮັດກຸມ ແລະ ຖືກຕ້ອງຕາມກົດໝາຍ ທັງຮັບປະກັນໃຫ້ ສານປະຊາຊົນສູງສຸດ ເຮັດໜ້າທີ່ໃນການຄຸ້ມຄອງມະຫາພາກຕໍ່ສານແຕ່ລະຂັ້ນ ໃຫ້ດີຂຶ້ນ. ພາບ-ພາບ-ຂ່າວ ໜັງສືພິມຄວາມສະຫງົບ

error: Content is protected !!