ວາງສີລາລືກໂຄງການກໍ່ສ້າງອາຄານ ຫຼັກໄຊ ຄອມເພຣັກເຊັນເຕີ

ພິທີ ວາງສີລາລືກ ແລະ ເປີດການກໍ່ສ້າງຕຶກອາຄານ ຄົບວົງຈອນ ຫຼັກໄຊ ຄອມເພຣັກເຊັນເຕີ ຢູ່ແຂວງໄຊສົມບູນ ຈັດຂຶ້ນວັນທີ 1 ກຸມພາ 2023 ຢູ່ແຂວງໄຊສົມບູນ ໂດຍການເຂົ້າຮ່ວມຂອງ ທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ທ່ານ ຄຳໄຊ ບຸນມີສີດາວົງ ປະທານບໍລິສັດ ຫຼັກໄຊ ລົງທຶນ ຈຳກັດຜູ້ດຽວ ພ້ອມດ້ວຍຄະນະນຳແຂວງ ພະແນກການ ອ້ອມຂ້າງແຂວງ ຕາງໜ້າຈາກພາກສ່ວນກ່ຽວຂ້ອງ.

ທ່ານ ຄຳພໍໃຈ ບຸດທະລາດ ກ່າວວ່າ: ເພື່ອປະກອບສ່ວນພັດທະນາເສດຖະກິດ-ສັງຄົມ ຂອງແຂວງໄຊສົມບູນ ໃຫ້ມີບາດກ້າວເຕີບໃຫຍ່ເຂັ້ມແຂງ ແນໃສ່ຮອງຮັບນັກທ່ອງທ່ຽວ ທັງພາຍໃນ ຕ່າງແຂວງ ແລະ ນັກທ່ອງທ່ຽວຕ່າງປະເທດ ທີ່ຈະເຂົ້າມາທ່ອງທ່ຽວ ແຂວງໄຊສົມບູນ ໃນອະນາຄົດ ພ້ອມທັງຊຸກຍູ້ສົ່ງເສີມປະຊາຊົນບັນດາເຜົ່າ ໃຫ້ມີວຽກເຮັດງານທຳ ແລະ ສ້າງໃຫ້ແຂວງໄຊສົມບູນ ກາຍເປັນຈຸດເຊື່ອມຈອດ-ເຊື່ອມໂຍງ ກັບຫຼາຍທິດຫຼາຍຝ່າຍ ຕາມ 5 ທ່າແຮງ ທັງສະເພາະໜ້າ ແລະ ຍາວນານ ເຊິ່ງໂຄງການດັ່ງກ່າວ ໄດ້ກຳນົດແຜນການກໍ່ສ້າງໃນເບື້ອງຕົ້ນ 48 ເດືອນ ລວມມູນຄ່າປະເມີນເບື້ອງຕົ້ນໃນການພັດທະນາໂຄງການ ທັງໝົດ 65 ຕື້ກີບ ແມ່ນການລົງທຶນຂອງບໍລິສັດ 100% ໂດຍມີສິດນໍາໃຊ້ທີ່ດິນລັດແບບມີກໍານົດ 50 ປີ ໃນເນື້ອທີ່ 5.477 ຕາແມັດ.

ໃນໂອກາດນີ້ທ່ານເຈົ້າແຂວງໄຊສົມບູນ ກ່າວວ່າ: ເມື່ອໂຄງການດັ່ງກ່າວ ສໍາເລັດການກໍ່ສ້າງ ມັນຈະຊ່ວຍຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນ ໂດຍສະເພາະ ແມ່ນເຮັດໃຫ້ທ່າແຮງການທ່ອງທ່ຽວ ໄດ້ຮັບການພັດທະນາຍິ່ງໆຂຶ້ນ ແລະ ສ້າງເງື່ອນໄຂທີ່ສະດວກ ໃຫ້ທ່າແຮງການເຊື່ອມໂຍງ-ເຊື່ອມຈອດ ກັບ ຕ່າງແຂວງ ໄດ້ຫຼາຍຂຶ້ນກວ່າເກົ່າ ເນື່ອງຈາກວ່າໂຄງການນີ້ ຕິດພັນກັບການທ່ອງທ່ຽວ ແລະ ການບໍລິການ ເຊິ່ງຈະເຮັດໃຫ້ເມືອງອະນຸວົງ ກໍຄືແຂວງໄຊສົມບູນ ມີໂສມໜ້າອັນ  ໃໝ່.

ພ້ອມດ່ວກັນນີ້ ຄອບຄົວຂອງ ທ່ານ ນາງ ບົວວັນ ບຸນມີສີດາວົງ ພ້ອມດ້ວຍລູກຫຼານ ຍັງໄດ້ນຳ ເຄື່ອງອຸປະໂພກ-ບໍລິໂພກ ຈຳນວນໜຶ່ງ ມອບໂຮງຮຽນ ມສ ກິນນອນຊົນເຜົ່າ ແຂວງໄຊສົມບູນ ຕື່ມອີກ.

error: Content is protected !!