
ກຸ່ມບໍລິສັດ ໂຊກໄຊ ຈໍາກັດ ມອບເງິນສະໜັບສະໜູນ ຈໍານວນ 200 ລ້ານກີບ ໃຫ້ແກ່ນະຄອນຫຼວງວຽງຈັນ (ນວ) ເພື່ອເປັນ ການປະກອບສ່ວນເຂົ້າໃນການພັດທະນາ ນວ ໂດຍສະເພາະແມ່ນຄວາມສະອາດ ແລະ ການປະດັບປະດາ ໃນ ນວ ໃຫ້ດີຂຶ້ນ.

ທ່ານ ໂຊກໄຊ ສົມໃຈນຶກ ປະທານກຸ່ມບໍລິສັດ ໂຊກໄຊ ຈໍາກັດ ກ່າວວ່າ: ການມອບເງິນອຸປະຖໍາແກ່ ນວ ຄັ້ງນີ້ ກໍເພື່ອເປັນການ ພັດທະນາ ນວ ໂດຍສະເພາະແມ່ນຄວາມສະອາດ ແລະ ການປະດັບປະດາ ໃນ ນວ ໃຫ້ມັນດີຂຶ້ນ ເຊິ່ງຂ້າພະເຈົ້າເຫັນວ່າໃນ ໄລຍະ 2 ປີຜ່ານມາ ນວ ມີຄວາມໂດດເດັ່ນຂຶ້ນ ແລະ ມີໃບໜ້າໃໝ່ ຫຼັງຈາກການລະບາດຂອງພະຍາດໂຄວິດ-19 ຫຼຸດລົງ ປັດ ຈຸບັນນັກທ່ອງທ່ຽວ ເລີ່ມຫຼັ່ງໄຫຼເຂົ້າມາທ່ອງທ່ຽວປະເທດລາວ ກໍຄື ນວ ເຊິ່ງເປັນນະຄອນເອກຂອງປະເທດ ສະນັ້ນ ຂ້າເຈົ້າກໍ ຢາກເຫັນ ນວ ມີຄວາມສະອາດງາມຕາ ເປັນທີ່ໜ້າພໍໃຈຂອງນັກທ່ອງທຽວ ໂດຍສະເພາະປີນີ້ ເປັນປີທີ່ນັກທ່ຽວທ່ອງເຂົ້າມາ ຫຼາຍ ເພາະ ສປປ ລາວ ເຮົາແມ່ນຕິດອັນດັບ 1 ໃນອາຊຽນ ທີ່ເປັນປະເທດທີ່ໜ້າທ່ອງທ່ຽວ ຂ້າພະເຈົ້າໃນນາມນັກທຸລະກິດ ຈຶ່ງເຫັນໄດ້ຄວາມສຳຄັນຂອງວຽກງານດັ່ງກ່າວ ຈຶ່ງຂໍປະກອບສ່ວນໃນການພັດທະນາ ນວ ແນວໃດກໍຕາມ ຮຽກຮ້ອງມາຍັງບໍ ລິສັດ ຫ້າງຮ້ານຕ່າງໆທີ່ມີເງື່ອນໄຂຊ່ວຍປະກອນສ່ວນ ເຮັດໃຫ້ບ້ານເມືອງເຮົາມີຄວາມສະອາດງາມຕາ ແລະ ມີຄວາມຮຸ່ງ ເຮືອງສີວິໄລ.

ສຳລັບ ພິທີມອບ-ຮັບເງິນສະໜັບສະໜູນ ຈໍານວນດັ່ງກ່າວຈັດຂຶ້ນວັນທີ 1 ກຸມພາ 2023 ຢູ່ສໍານັກງານປົກຄອງ ນວ ໂດຍ ການກ່າວມອບຂອງທ່ານ ໂຊກໄຊ ສົມໃຈນຶກ ແລະ ກ່າວຮັບແມ່ນ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງ ວຽງຈັນ ມີບັນດາພະນັກຶງານກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້ ທ່ານເຈົ້າຄອງນະຄອນຫຼວງວຽງຈັນໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງຍິ່ງ ຕໍ່ກັບການມອບເງິນອຸປະຖໍາຄັ້ງນີ້ ຈາກກຸ່ມບໍລິສັດ ໂຊກໄຊ ຈໍາກັດ ໃນການປະກອບສ່ວນຊ່ວຍພັດທະນາພື້ນຖານໂຄງລ່າງ ໂດຍສະເພາະການປະດັບປະດາຄົວ ເມືອງໃນ ນວ ໃຫ້ມີຄວາມສະອາດຈົບງາມ ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າຈະນໍາເອົາເງິນຈໍານວນດັ່ງກ່າວເຂົ້າໃນການພັດທະ ນາວຽກງານຂອງ ນວ ໃຫ້ເກີດປະໂຫຍດສູງສຸດ.