ນັກສຶກສາການເມືອງປະລິນຍາໂທຮຸ່ນທີ XVIII ລົງກໍ່ສ້າງຮາກຖານຢູ່ເມືອງສັງທອງ

ພິທີເປີດບັ້ນດໍາເນີນການລົງກໍ່ສ້າງຮາກຖານການເມືອງຂອງນັກສຶກສາ ລະບົບປະລິນຍາໂທ ຮຸ່ນທີ 18 ຢູ່ກຸ່ມບ້ານ ເມືອງສັງທອງ ນະຄອນຫຼວງວຽງຈັນ ຂື້ນໃນວັນທີ 1 ກຸມພາ 2023 ທີ່ສະໂມສອນຂອງເມືອງດັ່ງກ່າວ ເຊິ່ງນໍາໂດຍທ່ານ ປອ ດາວສະຫວັນ ເຄື່ອມີໄຊ ຄະນະບໍລິຫານພັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໂດຍການຕ້ອນຮັບຂອງທ່ານ ພົງສະຫວັນ ສີລິພັນ ກໍາມະການພັກ ນະຄອນຫຼວງ ເລຂາພັກເມືອງ ເຈົ້າເມືອງສັງທອງ ພ້ອມດ້ວຍຄະນະ ມີບັນດາຕາງໜ້າຈາກອົງການປົກຄອງເມືອງ, ອົງການປົກຄອງບ້ານ 14 ບ້ານເປົ້າໝາຍ ພ້ອມດ້ວຍພະນັກງານ-ຄູອາຈານ ແລະ ນັກສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ປທ ສີຈັນ ສູນດາລາ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ລາຍລາຍງານແຜນການເຄື່ອນໄຫວລົງກໍ່ສ້າງຮາກຖານການເມືອງຂອງນັກສຶກສາ ລະບົບປະລີນຍາໂທ ຮຸ່ນທີ 18 ປະຈໍາສົກຮຽນ 2022-2023 ໃນໄລຍະເວລາໃນການລົງແມ່ນ 20 ວັນ ນັບຕັ້ງແຕ່ວັນທີ 1-20 ກຸມພາ 2023 ເຊິ່ງມີນັກສຶກສາປະລິນຍາໂທທັງໝົດ 140 ທ່ານ, ຍິງ 39 ທ່ານ

ຈຸດປະສົງການລົງກໍ່ສ້າງຮາກຖານການເມືອງໃນຄັ້ງນີ້ ແມ່ນເພື່ອສຸມໃສ່ຈັດຕັ້ງປະຕິບັດເອກະສານກ່ຽວກັບເນື້ອໃນ ແລະ ມາດຕະຖານການສ້າງບ້ານ ແລະ ກຸ່ມບ້ານພັດທະນາ ໂດຍເລັ່ງໃສ່ 4 ກຸ່ມວຽກໃຫ່ຍ, ເອກະສານກ່ຽວກັບວຽກງານ 3 ສ້າງ ແລະ ນິຕິກໍາຕ່າງໆທີ່ຕິດພັນກັບວຽກງານຂັ້ນບ້ານ ທັງເປັນການເສີມຂະຫຍາຍ ແລະ ໝູນໃຊ້ຄວາມຮູ້ທາງດ້່ນຫຼັກມູນທິດສະດີ ມາກ-ເລນິນ ແລະ ທິດສະດີການເມືອງ-ການປົກຄອງ, ແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດທີ່ໄດ້ສຶກສາຄົ້ນຄວ້າໃນໄລຍະຜ່ານມາ ໃຫ້ຮັບຮູ້, ກໍາແໜ້ນແລະມີຄວາມເປັນເອກະພາບຕໍ່ແນວທາງປ່ຽນແປງໃຫ່ມຂອງພັກ ເປັນຕົ້ນແມ່ນ: ມະຕິກອງປະຊຸມໃຫ່ຍ ຄັ້ງທີ XI ຂອງພັກ, ວາລະແຫ່ງຊາດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດແລະວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ຂັ້ນທ້ອງຖິ່ນຮາກຖານບ້ານ, ນັກສຶກສາຮູ້ວິທີເກັບກໍາ, ວິໄຈແລະສັງລວມຂໍ້ມູນຕ່າງໆທີ່ຈໍາເປັນຢູ່ທ້ອງຖີ່ນ ແລະ ຮູ້ໄດ້ເຖິງຄວາມມຸ້ງມາດປາດຖະໜາຂອງປະຊາຊົນຢູ່ທ້ອງຖີ່ນ,

ເພື່ອສາມາດນໍາໃຊ້ທິດສະດີແບະພຶດຕິກໍາທີ່ຮຽນມານໍາໄປຜັນຂະຫຍາຍໃຫ້ແກ່ຄະນະພັກບ້ານ, ນາຍບ້ານແລະປະຊາຊົນໃນການປະກອບສ່ວນທາງດ້ານທິດສະດີແລະຫຼັກການ ເພື່ອຊ່ວຍໃນການປັບປຸງອົງການປົກຄອງຢູ່ຊັ້ນທ້ອງຖິ່ນຮາກຖານບ້ານໃຫ້ເປັນລະບົບຄົບຊຸດ, ມີຄວາມປອດໃສ, ໜັກແໜ້ນແລະເຂັ້ມແຂງຮອບດ້ານ ເພື່ອເປັນການຊຸກຍູ້ອູ້ມຊູພໍ່ແມ່ປະຊາຊົນແລະອໍານາດການປົກຄອງຂັ້ນບ້ານພ້ອມທັງເປັນກະບອກສຽງໃນການໂຄສະນາເຜີຍແຜ່ແລະຈັດຕັ້ງເຊື່ອມຊືມນິຕິກໍາຕ່າງໆໃຫ້ແກ່ອົງການປົກຄອງຂັນບ້ານແລະພໍ່ແມ່ປະຊາຊົນພາຍໃນບ້ານໃຫ້ເລິກເຊີ່ງແລະທົ່ວເຖິງ.

error: Content is protected !!