
ກອງປະຊຸມສະເພາະກ່ຽວກັບການສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄຂຂຶ້ນໃນວັນທີ 18 ມີນາ 2020 ທີ່ີຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະ ມົນຕີ ມີຄະນະສະເພາະກິດເພື່ອປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ແລະ ຄະນະລັດຖະບານເຂົ້າຮ່ວມ.

ທ່ານ ທອງລຸນ ສີສຸລິດ ໄດ້ກ່າວບາງຕອນສໍາຄັນວ່າ: ສປປ ລາວ ຍັງບໍ່ທັນພົບເຊື້ອພະຍາດ ແຕ່ການລະບາດຂອງພະຍາດນີ້ໄປແຜ່ລະບາດໄປກວມເຖິງ 165 ປະເທດ ເພື່ອເປັນການປ້ອງກັນ ແລະ ຄວບຄຸມພະຍາດນີ້ ໃນກອງປະຊຸມລັດຖະບານໃນຄັ້ງນີ້ຈຶ່ງໄດ້ອອກຫຼາຍມາດຕະການໃໝ່ ແລະ ໄດ້ກະກຽມຄວາມພ້ອມໃນຫຼາຍດ້ານຄື:

- ອອກຄໍາສັ່ງປິດດ່ານທ້ອງຖິ່ນ ແລະ ດ່ານປະເພນີຕ່າງໆ ສະເພາະດ່ານສາກົນໃຫ້ຮັບປະກັນທາງດ້ານຄວາມພ້ອມຂອງອຸປະກອນ ແລະ ພະນັກງານໃນການກວດກັ່ນກອງຫາຜູ້ຕິດເຊື້ອພະຍາດ.
- ໂຈະການອອກວິຊາຕ່າງໆ ລວມທັງອີວິຊາ ແລະ ການອອກວິຊາທ່ອງທ່ຽວຕ່າງປະເທດຈະເຂົ້າມາໃນລາວ ສຳລັບຜູ້ທີ່ມີວິຊາເຂົ້າ-ອອກໃນລາວແລ້ວ ກໍຕ້ອງມີການຢັ້ງຢືນການກວດສຸຂະພາບ ແລະ ເບີ່ງປະຫວັດເຄື່ອນໄຫວໃນໄລຍະຄືນຫຼັງເສຍກ່ອນ ສຳລັບປະເທດທີ່ໄດ້ຮັບການຍົກເວັ້ນວິຊາ ແມ່ນເຫັນດີໃຫ້ຍົກເລີກການຍົກເວັ້ນວິຊາຊົ່ວຄາວ.
- ພະຍາຍາມຫຼີກລ່ຽງການເດີນທາງໄປຕ່າງປະເທດໃນໄລຍະນີ້ ໂດຍສະເພາະການເດີນທາງດ້ວຍຍົນ ແລະ ພາຫະນະທີ່ມີຄົນຫຼາຍ.
- ຜູ້ທີ່ເດີນທາງກັບຈາກປະເທດທີ່ມີການແຜ່ລະບາດຂອງພະຍາດ COVID-19 ໃຫ້ປະຕິບັດການແຍກປ່ຽວຕົນເອງຢ່າງນ້ອຍ 14 ວັນ ເພື່ອຕິດຕາມສຸຂະພາບຂອງຕົນດ້ວຍຄວາມເປັນເຈົ້າການ ແລະ ຮັບຜິດຊອບສູງ ກໍລະນີມີອາການໄຂ້ ໃຫ້ຕິດຕໍ່ຫາເຈົ້າໜ້າທີ່ກ່ຽວຂ້ອງໂດຍດ່ວນ.
- ຫຼີກລ່ຽງການໂຮມຊຸມນຸຸມໃຫຍ່ທີ່ມີຄົນເປັນຈຳນວນຫຼາຍ ເປັນຕົ້ນ ງານບຸນປະເພນີ ງານວາງສະແດງສິນຄ້າ ງານແຂ່ງຂັນກິລາ ງານດອງ ແລະ ບັນດາກິດຈະກຳຕ່າງໆໃນການສະເຫຼີມສະຫຼອງບຸນປີໃໝ່ລາວ.
- ປິດກິດຈະການຮ້ານບັນເທິງ ຮ້ານຄາຣາໂອເກະ ຮ້ານນວດ ສ່ວນກິດຈະການອື່ນໆແມ່ນສາມາດດຳເນີນໄດ້ປົກກະຕິ ແຕ່ໃຫ້ບັນດາເຈົ້າຂອງກິດຈະການມີມາດຕະການປ້ອງກັນຂັ້ນພື້ນຖານ ເປັນຕົ້ນ ການກວດອຸນຫະພູມ ແລະ ການສະໜອງນໍ້າຢາລ້າງມືໃຫ້ລູກຄ້າເພື່ອປ້ອງກັນໂຕເອງ.
- ປິດໂຮງຮຽນເລີ່ມແຕ່ໂຮງລ້ຽງເດັກ-ອະນຸບານ ໂຮງຮຽນປະຖົມສຶກສາ ແລະ ສະຖາບັນສຶກສາຕ່າງໆໃນທົ່ວປະເທດຊົ່ວຄາວ ລວມທັງມະຫາວິທະຍາໄລແຫ່ງຊາດຈົນກວ່າມີການປ່ຽນແປງ ພ້ອມກັນນັ້ນໃຫ້ສົມທົບກັບບັນດາໂຮງຮຽນ ໃຫ້ຄົ້ນຄວ້າປຶກສາຫາລືນະໂຍບາຍ ຫຼືຄຳແນະນຳໃນການສົ່ງເສີມການຮຽນ-ການສອນ ໂດຍສະເພາະຕ້ອງໃຊ້ລະບົບອອນລາຍ ແລະ ວິທີການອື່ນໆໃຫ້ແກ່ນັກສຶກສາຫາກມີຄວາມພ້ອມ ແລະ ສາມາດເປັນໄປໄດ້.
- ກຳນົດສະຖານທີ່ໃນການກັກບໍລິເວນ 14 ວັນສຳລັບຜູ້ທີ່ເດີນທາງມາຈາກປະເທດທີ່ມີຄວາມສ່ຽງນັ້ນ ລວມທັງແຮງງານລາວ ແລະ ນັກສຶກສາລາວທີ່ຈະເດີນທາງກັບມາປະເທດລາວໃນໂອກາດບຸນປີໃໝ່ລາວ ກ່ຽວກັບແຮງງານລາວ ຈະໄດ້ມີການແນະນຳລະອຽດຕ່າງຫາກ.
- ແນະນຳໃຫ້ຄົນລາວຢູ່ຕ່າງປະເທດເລື່ອນການເດີນທາງກັບຄືນປະເທດຊົ່ວຄາວ ຈົນກວ່າສະຖານະການການລະບາດຈະດີຂຶ້ນ.