ຈີນ​ ມອບເຄື່ອງຊ່ວຍເຫຼືອ ເພື່ອຕ້ານພະຍາດ COVID-19 

    ວັນທີ 18 ມີນາ 2020 ຢູ່ທີ່ກະຊວງການຕ່າງປະເທດ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອລ້າຈາກ ອຳນາດການປົກຄອງແຂວງຫູໜານ (ຫ້ອງການຕ່າງປະເທດ) ແລະ ເຄື່ອງຊ່ວຍເຫຼືອຈາກບໍລິສັດ ຊ່ຽງເຟິງ ສາກົນ ແຂວງຫູໜານ ເພື່ອມອບໃຫ້ລັດຖະບານລາວນຳໃຊ້ເຂົ້າໃນການປ້ອງກັນ ແລະ ຕ້ານການແຜ່ລະບາດຂອງພະຍາດ COVID-19 ທີ່ກໍາລັງສົ່ງຜົນກະທົບເປັນວົງກວ້າງໃນປັດຈຸບັນ. 

    ເຄື່ອງຊ່ວຍເຫຼືອດັ່ງກ່າວ ປະກອບມີ: ເຄື່ອງວັດແທກອຸນຫະພູມອິນຟາເຣດ ຈຳນວນ 100 ອັນ ຊຸດປ້ອງກັນການແພດ 80 ຫີບ (ຈຳນວນ 2.000 ຊຸດ) ແລະ ແວ່ນຕາປ້ອງກັນຂອງແພດ 50 ຫີບ (ຈໍານວນ 400 ອັນ).

    ຕາງໜ້າຝ່າຍ ສປ ຈີນ ມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ໂດຍ ທ່ານ ຊົ້ງ ເຈຍເຟິງ ປະທານ ບໍລິສັດ ຊ່ຽງເຟິງ ສາກົນ ແຂວງຫູໜານ ປະທານກິດຕິມະສັກຖາວອນ ສະພາການຄ້າແຂວງຫູໜານ ປະຈຳລາວ ພ້ອມດ້ວຍຄະນະ ແລະ ຕາງໜ້າຝ່າຍລາວ ຮັບໂດຍ ທ່ານ ໂພໄຊ ໄຂຄຳພິທູນ ຫົວໜ້າຫ້ອງການກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໂດຍມີຜູ້ຕາງໜ້າຈາກກະຊວງສາທາລະນະສຸກ ແລະ ບໍລິສັດ ການບິນລາວ ເຂົ້າຮ່ວມເປັນສັກຂີພະຍານໃນພິທີຄັ້ງນີ້.

error: Content is protected !!