
ອິງຕາມແຈ້ງການສະບັບເລກທີ 369/ສສກ ວັນທີ18 ມີນາ 2020 ກຽວກັບ ການໂຈະການຮຽນ-ການສອນໃນສະຖາບັນສຶກສາໃນຂອບເຂດທົ່ວປະເທດ.

ໃນແຈ້ງການສະບັບດັ່ງກ່າວລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ມີເນື້ອໃນດັ່ງນີ້:
ໃຫ້ໂຮງຮຽນມັດທະຍົມສຶກສາ ອາຊີວະສຶກສາ ໂຮງຮຽນສຶກສາສົງ ວິທະຍາໄລ ມະຫາວິທະຍາໄລ ທັງພາກລັດ ແລະ ເອກະຊົນໃນຂອບເຂດທົ່ວປະເທດໂຈະການຮຽນ-ການສອນຊົ່ວຄາວ ແຕ່ວັນທີ 19 ມີນາ ເຖີງວັນທີ 21 ເມສາ 2020.

ມອບໃຫ້ຜູ້ບໍລິຫານສະຖານການສຶກສາແຕ່ລະແຫ່ງໃຫ້ຄຳແນະນຳຄູ-ອາຈານ ພໍ່ແມ່ຜູ້ປົກຄອງ ແລະ ນັກຮຽນນັກສຶກສາ ໂດຍການມອບວຽກບ້ານ ການຈັດການຮຽນ-ການສອນຜ່ານຮູບແບບຕ່າງໆ ຕາມທ່າແຮງ ແລະ ເງື່ອນໄຂຂອງແຕ່ລະສະຖານການສຶກສາ.