ຫາລືກະກຽມເປັນເຈົ້າພາບກອງປະຊຸມສຸດຍອດຄະນະກຳມາທິການແມ່ນ້ຳຂອງສາກົນ ຄັ້ງທີ IV

ວັນທີ 23 ທີ່ ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໃນນາມຮອງປະທານຄະນະຮັບຜິດຊອບຊີ້ນໍາລວມໄດ້ຈັດກອງປະຊຸມປຶກສາຫາລືການກະກຽມເປັນເຈົ້າພາບກອງປະຊຸມສຸດຍອດຄະນະກຳມາທິການແມ່ນ້ຳຂອງສາກົນ (ຄມສ) ຄັ້ງທີ IV ປີ 2023 ຈະຈັດຂຶ້ນວັນທີ 2-5 ເມສາ 2023 ເປັນປະທານຂອງ ທ່ານ ນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີ ກຊສ ປະທານຄະນະກໍາມະການແມ່ນໍ້າຂອງແຫ່ງຊາດ (ຄມຊ) ສະມາຊິກສະພາ ມົນຕີ ຄມສ ສໍາລັບ ສປປ ລາວ ຮອງປະທານຄະນະຮັບຜິດຊອບຊີ້ນໍາລວມການເປັນເຈົ້າພາບຈັດກອງປະຊຸມສຸດຍອດຄະນະ ກໍາມາທິການແມ່ນໍ້າຂອງສາກົນ ຄັ້ງທີ 4 ມີ ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີ ກຊສ ຮອງປະທານ ຄມຊ ທັງ ເປັນ ຮອງສະມາຊິກສໍາຮອງ ສະພາມົນຕີ ຄມສ ສໍາລັບ ສປປ ລາວ ພ້ອມດ້ວຍ ທ່ານ ຮອງລັດຖະມົນຕີ ກະຊວງການຕ່າງປະ ເທດ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຮອງລັດຖະມົນຕີກະຊວງການເງິນ ຮອງລັດ ຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ຮອງຫົວໜ້າກົມ ແລະ ວິຊາການຈາກກະຊວງຫ້ອງການ ກົມ ກອງ ແລະ ສະຖາ ບັນທີ່ກ່ຽວຂ້ອງ.

ກອງປະຊຸມໃນຄັ້ງນີ້ຈັດຂຶ້ນເພື່ອຮັບຟັງການລາຍງານຄວາມຄືບໜ້າຂອງການກະກຽມຈັດກອງປະຊຸມສຸດຍອດ ຄມສ ຄັ້ງທີ IV ໃນແຕ່ລະດ້ານ ແຈ້ງຂໍ້ມູນ ລາຍລະອຽດ ແລະ ອົງປະກອບຕ່າງໆຂອງກອງປະຊຸມສຸດຍອດ ຄມສ ຄັ້ງທີ IV ເຜີຍແຜ່ຂໍ້ຕົກລົງ ທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 88/ນຍລົງວັນທີ 2 ກັນຍາ 2022 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳລວມ ແລະ ຄະ ນະຜູ້ແທນຕິດຕາມ ທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດ ຄມສ ຄັ້ງທີ IV ປຶກສາຫາລືກ່ຽວກັບຂະບວນ ການໃນການກະກຽມກອງປະຊຸມ ສຸດຍອດ ຄມສ ຄັ້ງທີ IV ປຶກສາຫາລືກ່ຽວກັບແຜນວຽກໃນຕໍ່ໜ້າສໍາລັບການກະກຽມກອງ ປະຊຸມສຸດຍອດ ຄມສ ຄັ້ງທີ IV.

ສໍາລັບກອງປະຊຸມສຸດຍອດ ຄມສ ແມ່ນຈະໄດ້ຈັດຂຶ້ນທຸກໆ 4 ປີ ເພື່ອລາຍງານຜົນສໍາເລັດຂອງວຽກງານໃນໄລຍະຜ່ານມາ ຂອງການຮ່ວມມືໃນການຄຸ້ມຄອງ ແລະ ພັດທະນາອ່າງແມ່ນ້ຳຂອງຕອນລຸ່ມໃຫ້ມີຄວາມຍືນຍົງ ແລະ ການວາງແຜນການ ຮ່ວມມືໃນໄລຍະ 4 ປີຕໍ່ໜ້າໂດຍແມ່ນການນໍາຂັ້ນສູງ ກໍຄືຫົວ ໜ້າຄະນະລັດຖະບານຂອງບັນດາປະເທດສະມາຊິກ ຄະນະ ກໍາມາທິການແມ່ນໍ້າຂອງສາກົນ ກໍຄື: ສປປ ລາວ ໄທ ຫວຽດນາມ ແລະ ກໍາປູເຈຍ ຈະເຂົ້າຮ່ວມ ກອງປະຊຸມຈະແບ່ງອອກ ເປັນສອງກອງປະຊຸມ ຄື: ກອງປະຊຸມສໍາມະນາວິຊາການສາກົນ (International Conference) ແລະ ກອງປະຊຸມສຸດຍອດ ຄມສ ຄັ້ງທີ IV (The 4th MRC Summit) ໃນວັນທີ 2-5 ເມສາ 2023 ທີ່ຈະມາເຖິງນີ້ ແມ່ນ ສປປ ລາວ ໄດ້ຮັບກຽດເປັນ ເຈົ້າພາບໃນການຈັດກອງປະຊຸມ.

error: Content is protected !!